ທົບທວນ3ພາບທີ່ໜ້າປະທັບໃຈໃນການເຄື່ອນໄຫວຢ້ຽມຢາມບ້ານຊົນນະບົດຢູ່ແຂວງໄຫຫຼຳຂອງທ່ານສີຈິ້ນຜິງ

2022-04-17 11:41:23 cri




 

   “ອຸດສາຫະກຳມີຄວາມຈະເລີນກ້າວໜ້າ ເປັນປະຖົມປັດໄຈໃນການແກ້ໄຂບັນຫາທັງໝົດຂອງຊົນນະບົດ”. ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງໄຫຫຼຳ 3 ເທື່ອ, ແຕ່ລະເທື່ອ ເພິ່ນຕ້ອງໄດ້ລົງເຄື່ອນໄຫວຢ້ຽມຢາມຢູ່ບ້ານຊົນນະບົດ ໂດຍໄດ້ເອົາໃຈໃສ່ການພັດທະນາອຸດສາຫະກຳທີ່ມີເອກະລັກພິເສດຂອງທ້ອງຖິ່ນນັ້ນ. ພວກເຮົາຈະທົບທວນຄືນ 3 ພາບທີ່ໜ້າປະທັບໃຈໃນການເຄື່ອນໄຫວຢ້ຽມຢາມບ້ານຊົນນະບົດຢູ່ແຂວງໄຫຫຼຳຂອງທ່ານສີຈິ້ນຜິງ ເຊິ່ງພາບເຫຼົ່ານີ້ໄດ້ສ່ອງແສງໃຫ້ເຫັນວ່າ ທ່ານສີຈິ້ນຜິງມີຄວາມຫ່ວງໃຍ ປະຊາຊົນແຂວງໄຫຫຼຳຢ່າງເລິກເຊິ່ງ ແລະ ເອົາໃຈໃສ່ເປັນຢ່າງສູງຕໍ່ການພັດທະນາຊົນນະບົດໃຫ້ຈະເລີນ.

 



ວັນທີ 9 ເມສາ ປີ2013, ທ່ານສີຈິ້ນຜິງທີ່ກຳລັງສຳຫຼວດກວດກາວຽກງານຢູ່ແຂວງໄຫຫຼຳ ໄດ້ເດີນທາງໄປເຂດນິຄົມອຸດສາຫະກຳດອກກຸຫຼາບລານເຕີ ອ່າວຢ້າລົງ ນະຄອນຊ່ານຢ້າ ແລະໄດ້ໂອ້ລົມກັບຊາວກະສິກອນທ້ອງຖິ່ນນັ້ນຢ່າງສະໜິດສະໜົມ.

 

ແຂວງໄຫຫຼຳມີຊັບພະຍາກອນກະສິກຳເຂດຮ້ອນທີ່ອຸດົມສົມບູນ, ມີທ່າແຮງທຳມະຊາດພິເສດໃນດ້ານການພັດທະນາກະສິກຳທີ່ມີເອກະລັກພິເສດ. ທ່ານສີຈິ້ນຜິງໄດ້ສະແດງຄວາມຊົມເຊີຍຕໍ່ເຂດນິຄົມອຸດສາຫະກຳກຸຫຼາບທີ່ໄດ້ພັດທະນາຕາມຮູບແບບ “ບໍລິສັດ+ສະຫະກອນ+ຄອບຄົວຊາວກະສິກອນ” ໂດຍໄດ້ປູກດອກກຸຫຼາບ ແລະດຳເນີນທຸລະກິດດອກກຸຫຼາບ, ເປັນຕົວແບບໃນການນຳພາຊາວກະສິກອນສ້າງລາຍໄດ້ເພີ່ມຂຶ້ນແລະຮັ່ງມີຂຶ້ນ.

  

ພາຍໃຕ້ການຊຸກຍູ້ສົ່ງເສີມຈາກເຂດນິຄົມອຸດສາຫະກຳດອກກຸຫຼາບ, ບັນດາບ້ານເຜົ່າຫຼີທີ່ຢູ່ບໍລິເວນໃກ້ຄຽງເຊັ່ນ: ບ້ານໂປໂຮ້ ແລະບ້ານອື່ນໆທີ່ເຄີຍທຸກຍາກຫຼ້າຫຼັງໃນໄລຍະຜ່ານມານັ້ນ ຕ່າງກໍໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ໂດຍສາມາດບັນລຸໃຫ້ທຸກໆຄອບຄົວຕ່າງກໍມີວຽກເຮັດງານທຳ, ທຸກໆຄອບຄົວຕ່າງກໍມີສ່ວນຮ່ວມໃນອຸດສາຫະກຳ ແລະທຸກຄົນຕ່າງກໍມີລາຍຮັບ.

  

 “ການຕີລາຄາສັງຄົມມີຄວາມອີ່ມໜຳສຳລານຫຼືບໍ່ ຂໍກຸນແຈສຳຄັນແມ່ນຂຶ້ນຢູ່ກັບຊາວກະສິກອນ” ເຊິ່ງທັດສະນະທີ່ປະຊາຊົນຈີນຮັບຮູ້ໂດຍທົ່ວໄປນີ້ແມ່ນທ່ານສີຈິ້ນຜິງໄດ້ສະເໜີເປັນເທື່ອທຳອິດໃນໂອກາດຢ້ຽມຢາມບ້ານໂປໂຮ້. ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ຕ້ອງຈັດຕັ້ງປະຕິບັດນະໂຍບາຍສ້າງຄວາມເຂັ້ມແຂງໃຫ້ຂະແໜງກະສິກຳ,ສ້າງຜົນປະໂຫຍດໃຫ້ຊາວກະສິກອນແລະສ້າງຄວາມຮັ່ງມີໃຫ້ຊາວກະສິກອນທີ່ສູນກາງວາງອອກນັ້ນໃຫ້ມີປະສິດທິຜົນ,ເຮັດໃຫ້ກະສິກຳເຂດຮ້ອນທີ່ມີເອກະລັກພິເສດກາຍເປັນອຸດສາຫະກຳທ່າແຮງແລະເປັນພາຫະນະທີ່ເຂັ້ມແຂງທີ່ສຸດໃນການພັດທະນາເສດຖະກິດໄຫຫຼຳຢ່າງແທ້ຈິງ,ສ້າງສະພາບໃໝ່ແຫ່ງການພັດທະນາວຽກງານ “ກະສິກຳ, ຊົນນະບົດແລະຊາວກະສິກອນ”ຢ່າງບໍ່ຢຸດຢັ້ງ.

 

ທຸກມື້ນີ້, ຂະແໜງການປູກດອກກຸຫຼາບຂອງທ້ອງຖິ່ນແຫ່ງນີ້ໄດ້ນຳໃຊ້ທ່າແຮງດ້ານນະໂຍບາຍທ່າການຄ້າເສລີໄຫຫຼຳໂດຍສາມາດກ້າວຂຶ້ນສູ່ເສັ້ນທາງພັດທະນາແບບເຊື່ອມໂຍງ, ເຊິ່ງໄດ້ສ້າງວຽກເຮັດງານທຳແລະໂອກາດສ້າງທຸລະກິດໃຫ້ຊາວບ້ານນັບມື້ນັບຫຼາຍຂຶ້ນ, ມີຊາວບ້ານ6.000ກວ່າຄົນໄດ້ອາໄສໂຄງການນີ້ສ້າງລາຍຮັບເພີ່ມຂຶ້ນແລະມຸ່ງໜ້າສູ່ຊີວິດທີ່ມີຄວາມອີ່ມໜຳສຳລານ.

 



ວັນທີ 13 ເມສາ ປີ 2018, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມພີ່ນ້ອງຊາວກະສິກອນຢູ່ບ້ານຊືສາຕາແສງສືຊ່ານເມືອງຊິ້ວຢິ່ງ ນະຄອນໄຫໂຂວ ເພື່ອສຳຫຼວດກວດກາເບິ່ງສະພາບການປະຕິບັດຍຸດທະສາດພັດທະນາຊົນນະບົດໃຫ້ຈະເລີນ.

 

ບ້ານຊືສາຕັ້ງຢູ່ຕີນພູເຂົາໄຟທີ່ສູງທີ່ສຸດຢູ່ພາກເໜືອແຂວງໄຫຫຼຳ, ໃນເມື່ອກ່ອນ, ເນື່ອງຈາກເງື່ອນໄຂທຳມະຊາດບໍ່ດີ, ບ້ານນີ້ບໍ່ມີອຸດສາຫະກຳຫຍັງ, ຊາວບ້ານບໍ່ມີລາຍໄດ້. ຊຸມປີຜ່ານມານີ້, ໜ່ວຍພັກບ້ານໄດ້ນຳພາຊາວບ້ານພັດທະນາອຸດສາຫະກຳກ້ວຍໄມ້ ຈົນໄດ້ກາຍເປັນບ້ານທີ່ມີຊື່ສຽງໂດ່ງດັງ ຜູ້ຄົນຢູ່ໃກ້ແລະຢູ່ໄກລ້ວນແຕ່ຮູ້ຈັກ ເນື່ອງຈາກການພັດທະນາການປູກຝັງບວກກັບອິນເຕີເນັດຢູ່ຫວ່າງຫີນພູເຂົາໄຟ, ເຮັດໃຫ້ລາຍໄດ້ສຸດທິສະເລ່ຍຕໍ່ຫົວຄົນຂອງຊາວກະສິກອນໄດ້ບັນລຸຫຼາຍກວ່າ 10.000 ຢວນ.

 

ຊາວບ້ານທັງຫຼາຍບອກທ່ານ ສີຈິ້ນຜິງວ່າ: ຢູ່ໃນບ້ານມີສວນກ້ວຍໄມ້, ຊາວບ້ານທີ່ໄປເຮັດວຽກຢູ່ຕ່າງຖິ່ນເພື່ອຊອກຢູ່ຫາກິນນັ້ນ ຕ່າງກໍໄດ້ກັບຄືນບ້ານມາເຮັດວຽກຢູ່ໃນສວນກ້ວຍໄມ້, ເຂົາເຈົ້າມີເງິນເດືອນ, ທ້າຍປີມາຍັງໄດ້ກຳໄລສ່ວນແບ່ງຈາກການປະກອບຫຸ້ນດ້ວຍທີ່ດິນ, ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ.

 

  ທ່ານສີຈິ້ນຜິງໄດ້ສະແດງຄວາມຊົມເຊີຍຕໍ່ບ້ານຊືສາທີ່ໄດ້ຖືເອົາການກໍ່ສ້າງພັກເປັນສິ່ງສຳຄັນໃນການນຳພາຊາວກະສິກອນພັດທະນາອຸດສາຫະກຳກະສິກຳ, ເຮັດໃຫ້ຊາວກະສິກອນມີລາຍໄດ້ເພີ່ມຂຶ້ນ, ປົກປັກຮັກສາສິ່ງແວດລ້ອມນິເວດ, ຄົ້ນຄວ້າວິທີສ້າງຄວາມຮັ່ງມີໂດຍອີງຕາມທ່າແຮງແລະເງື່ອນໄຂທີ່ເອື້ອອຳນວຍຂອງທ້ອງຖິ່ນຕົນ.

 

ໃນເວລາອອກຈາກບ້ານ, ກ່ອນຂຶ້ນລົດ, ທ່ານສີຈິ້ນຜິງໄດ້ໃຫ້ຄຳສັ່ງສອນດ້ວຍຄວາມເອົາໃຈໃສ່ເປັນຢ່າງສູງແກ່ເລຂາໜ່ວຍພັກບ້ານວ່າ: “ການພັດທະນາຊົນນະບົດຕ້ອງອາໄສອຸດສາຫະກຳ, ການພັດທະນາອຸດສາຫະກຳແມ່ນຕ້ອງມີເອກະລັກພິເສດ, ຕ້ອງບຸກເບີກເສັ້ນທາງສະເພາະຕົວທີ່ພັດທະນາຕາມຫຼັກວິທະຍາສາດແລະສອດຄ່ອງກັບສະພາບຄວາມເປັນຈິງຂອງທ້ອງຖິ່ນຕົນໃຫ້ໄດ້.”

 

ໄລຍະ 4 ປີຜ່ານມາ, ເນື້ອທີ່ປູກດອກກ້ວຍໄມ້ຂອງບ້ານຊືສາໄດ້ຂະຫຍາຍຈາກປະມານ13ເຮັກຕາເພີ່ມຂຶ້ນເປັນປະມານ51ເຮັກຕາ, ສວນກ້ວຍໄມ້ກໍໄດ້ຂະຫຍາຍຕົວຈາກເຂດນິຄົມອຸດສາຫະກຳທຳມະດາຍົກລະດັບຂຶ້ນເປັນສະຖານທີ່ທ່ອງທ່ຽວຈຸດເດັ່ນທີ່ໄດ້ຮັບຄວາມນິຍົມສູງຈາກນັກທ່ອງທ່ຽວ, ແຕ່ລະປີຜູ້ເຂົ້າຊົມສວນກ້ວຍໄມ້ແມ່ນມີຫຼາຍກວ່າ 100.000 ເທື່ອຄົນ. ລາຍໄດ້ສະເລ່ຍຕໍ່ຫົວຄົນຂອງບ້ານຊືສາໄດ້ເພີ່ມຈາກ 14.500 ຢວນໃນປີ2017 ຂຶ້ນເປັນ 32.000 ຢວນໃນປີ2021, ຈັງຫວະການເຕີບໂຕໄດ້ເພີ່ມຂຶ້ນຫຼາຍກວ່າ 30% ຕໍ່ປີ.

 



 ວັນທີ 11 ເມສາ ປີ2022, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ບ້ານເໝົານ້າ.

 

ບ້ານເໝົານ້າເປັນບ້ານເຜົ່າຫຼີແຫ່ງໜຶ່ງຂອງຕາແສງສຸຍໝ້ານເມືອງອູຈືຊ່ານ ແຂວງໄຫຫຼຳ. ເຂດພູອູຈືສູງກວ່າລະດັບໜ້ານ້ຳທະເລຢ່າງຫຼວງຫຼາຍ, ຕັ້ງຢູ່ເຂດຮ້ອນທີ່ມີປະລິມານນ້ຳຝົນຢ່າງອຸດົມສົມບູນ, ອຸນຫະພູມລະຫວ່າງກາງຄືນກັບກາງເວັນຫຼຸດລື່ນກັນຫຼາຍ, ແລະມີເມກໝອກປົກຄຸມຕະຫຼອດປີ ເຊິ່ງເປັນເຂດແດນທີ່ເໝາະສົມກັບການເຕີບໃຫຍ່ຂອງຕົ້ນຊາທີ່ສຸດ, ຢູ່ໃນປ່າເຂດຮ້ອນຊຸ່ມແຫ່ງນີ້ມີຕົ້ນຊາໃບໃຫຍ່ຢ່າງຫຼວງຫຼາຍ, ຊາວກະສິກອນທ້ອງຖິ່ນມີມູນເຊື້ອໃນການເກັບໃບຊາປ່າມາຜະລິດໃບຊາ.

 

ໂດຍນຳໃຊ້ເງື່ອນໄຂທຳມະຊາດອັນພິເສດ ແລະຊັບພະຍາກອນທາງດ້ານດິນຟ້າອາກາດໃນການພັດທະນາຂະແໜງການໃບຊາ, ບ້ານເໝົານ້າໄດ້ຫັນທ່າແຮງດ້ານສິ່ງແວດລ້ອມນິເວດໃຫ້ເປັນຄຸນຄ່າທາງດ້ານເສດຖະກິດໂດຍກົງ. ນັບແຕ່ປີ 2013 ເປັນຕົ້ນມາ, ເມືອງອູຈືຊ່ານໄດ້ຊີ້ນຳນຳພາແລະສະໜັບສະໜູນຊາວກະສິກອນເຂດພູດອຍປູກຊາ, ເນື້ອທີ່ປູກຊາໃນທົ່ວຕາແສງສຸຍໝ້ານໄດ້ບັນລຸເຖິງ 511 ເຮັກຕາ, ວິສາຫະກິດໃບຊາແລະໂຮງງານປຸງແຕ່ງໃບຊາໄດ້ມີເຖິງ 30 ກວ່າແຫ່ງ. ທຸກໆຄອບຄົວໃນບ້ານເໝົານ້າຕ່າງກໍໄດ້ປູກຊາແລະຜ່ານຈາກຂະແໜງການໃບຊາ ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວມີຄວາມຮັ່ງມີຂຶ້ນ.

   

ຕອນບ່າຍວັນທີ 11 ເມສາ ປີ2022, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ບ້ານເໝົານ້າ, ເພິ່ນໄດ້ຍ່າງເຂົ້າໄປໃນເຮືອນຂອງຊາວບ້ານ, ເຂົ້າຮ່ວມການຂົ້ວຊາໃນຮ້ານປຸງແຕ່ງຊາດ້ວຍມືຂອງຊາວບ້ານ ພ້ອມທັງໄດ້ຊື້ໃບຊາສອງຖົງນຳອີກ, ແລະເພິ່ນຍັງໄດ້ໃຫ້ກຳລັງໃຈຊາວບ້ານທັງຫຼາຍວ່າ:ຈົ່ງເຮັດທຸລະກິດໃບຊາໃຫ້ດີ ແລະເຮັດໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ.

 

ຢູ່ສະໜາມລວມຂອງບ້ານເໝົານ້າ, ທ່ານສີຈິ້ນຜິງໄດ້ເວົ້າຕໍ່ຊາວບ້ານທັງຫຼາຍດ້ວຍຄວາມປະທັບໃຈອັນເລິກເຊິ່ງວ່າ: “ດີໃຈຫຼາຍທີ່ໄດ້ມາຢ້ຽມຢາມພີ່ນ້ອງຊາວບ້ານເຜົ່າຫຼີທັງຫຼາຍ,ເມື່ອໄດ້ເຫັນພວກສະຫາຍດຳລົງຊີວິດຢ່າງມີຄວາມສຸກ, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນຫຼາຍ.” ທ່ານສີຈິ້ນຜິງຍັງກ່າວຕື່ມວ່າ: ພາຍຫຼັງສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານແລ້ວ, ພວກເຮົາຍັງຕ້ອງສືບຕໍ່ມຸ່ງໜ້າໄປສູ່ເປົ້າໝາຍທີ່ເຮັດໃຫ້ປະຊາຊົນທຸກຖ້ວນໜ້າຮັ່ງມີຮ່ວມກັນ,ສ້າງສາປະເທດຊາດໃຫ້ເປັນປະເທດສັງຄົມນິຍົມທີ່ທັນສະໄໝ. ການພັດທະນາຊົນນະບົດໃຫ້ຈະເລີນແມ່ນຕ້ອງສຸມຄວາມພະຍາຍາມເຂົ້າໃນການຫັນອຸດສາຫະກຳໃຫ້ເປັນມິດກັບສິ່ງແວດລ້ອມນິເວດແລະຫັນສິ່ງແວດລ້ອມນິເວດໃຫ້ເປັນອຸດສາຫະກຳ, ສືບຕໍ່ພັດທະນາອຸດສາຫະກຳຕ່າງໆເຊັ່ນ: ການຜະລິດຜະລິດຕະພັນກະສິກຳປອດສານເຄມີ, ການທ່ອງທ່ຽວຊົນນະບົດ, ຮູບແບບທຸລະກິດທ່ອງທ່ຽວກະສິກຳແລະອື່ນໆໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນ, ດຳເນີນວຽກງານສືບທອດມໍລະດົກວັດທະນະທຳນາມມະທຳໃຫ້ດີ, ຊຸກຍູ້ການປັບປຸງແລະເສີມຂະຫຍາຍໝາກຜົນບັ້ນລຶບລ້າງຄວາມທຸກຍາກເຊື່ອມຕໍ່ກັບການພັດທະນາຊົນນະບົດໃຫ້ຈະເລີນຮອບດ້ານຢ່າງມີປະສິດທິຜົນ.

 

ຈາກດອກກຸຫຼາບ, ຮອດກ້ວຍໄມ້ ຕະຫຼອດຮອດໃບຊາ, ໃນການສຳຫຼວດກວດກາວຽກງານ 3 ເທື່ອຢູ່ແຂວງໄຫຫຼຳ, ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ການພັດທະນາອຸດສາຫະກຳທີ່ມີເອກະລັກພິເສດຂອງແຂວງນີ້ມາໂດຍຕະຫຼອດ.

 

“ວຽກງານພັດທະນາຊົນນະບົດໃຫ້ຈະເລີນແມ່ນຕ້ອງດຳເນີນໄປຢ່າງໜັກແໜ້ນແລະຕິດແທດຕົວຈິງ”, “ຕ້ອງທຸ້ມເທເຫື່ອແຮງແລະສະຕິປັນຍາທັງໝົດເຂົ້າໃນການເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີ” ຄຳເວົ້າອັນໜັກແໜ້ນຂອງທ່ານສີຈິ້ນຜິງແມ່ນໄດ້ເຕັມໄປດ້ວຍຄວາມຈິງໃຈແລະຄວາມຫ່ວງໃຍທີ່ສຸດຕໍ່ປະຊາຊົນ.