ນາຍົກສິງກະໂປກ່າວວ່າ: ທ່ານ ວອງຊຸນໄຊ ຈະຂຶ້ນຮັບຕຳແໜ່ງນາຍົກຄົນໃໝ່ຂອງສິງກະໂປ

2022-04-17 17:12:06 cri

      ວັນທີ 16 ເມສານີ້ຕາມເວລາທ້ອງຖິ່ນ, ທ່ານ ລີສຽນລຸງ ນາຍົກລັດຖະມົນຕີສິງກະໂປໄດ້ປະກາດວ່າ: ທ່ານ ວອງຊຸນໄຊ ລັດຖະມົນຕີກະຊວງການເງິນສິງກະໂປຄົນປັດຈຸບັນຈະຂຶ້ນຮັບຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່ຂອງປະເທດຕົນ. ຂ່າວລາຍງານວ່າ: ການເລືອກຕັ້ງທົ່ວໄປຂອງສິງກະໂປຊ້າທີ່ສຸດຈະຕ້ອງຈັດຂຶ້ນໃນເດືອນພະຈິກປີ 2025. ທ່ານ ລີສຽນລຸງ ກ່າວວ່າ: ຕົນອາດຈະມອບຕຳແໜ່ງກ່ອນການເລືອກຕັ້ງ, ແລ້ວທ່ານ ວອງຊຸນໄຊ ຈະເປັນຜູ້ນຳພາພັກການເຄື່ອນໄຫວປະຊາຊົນເຂົ້າຮ່ວມການເລືອກຕັ້ງ, ຫຼືອາດຈະແມ່ນຕົນເປັນຜູ້ນຳພັກສືບຕໍ່ເຂົ້າຮ່ວມການເລືອກຕັ້ງ,ຫຼັງຈາກໄດ້ຮັບໄຊຊະນະແລ້ວຈຶ່ງໃຫ້ທ່ານ ວອງຊຸນໄຊ ຂຶ້ນຮັບຕຳແໜ່ງນາຍົກຄົນໃໝ່.