ອາເມຣິກາເປັນປະລະມາຈານດ້ານສິດທິມະນຸດຈອມປອມທີ່ເບິ່ງຂ້າມຊີວິດຊາວອົບພະຍົບ

2022-04-18 18:03:22 cri

ວັນທີ 12 ເມສານີ້, ສຳນັກຂ່າວຣອຍເຕີ ຫຼື Reuters ໄດ້ “ຕັ້ງຄຳຖາມ” ກັບລັດຖະບານໂຈ ໄບເດັນວ່າ: “ໃນເດືອນມີນາປີນີ້, ເປັນຫຍັງອາເມຣິກາຈຶ່ງຮັບເອົາຊາວອົບພະຍົບອູແກຣນໄດ້ພຽງແຕ່ 12 ຄົນເທົ່ານັ້ນ?” ມື້ດຽວກັນ, ອົງການສະຫະປະຊາຊາດເພື່ອຊາວອົບພະຍົບໄດ້ແຈ້ງໃຫ້ຮູ້ວ່າ: ນັບແຕ່ເກີດມີການສູ້ຮົບກັນລະຫວ່າງຣັດເຊຍ ກັບອູແກຣນເປັນຕົ້ນມາ, ມີຊາວອູແກຣນຫຼາຍກວ່າ 4,65 ລ້ານຄົນໄດ້ໜີອອກຈາກປະເທດຕົນ.

ສຳນັກຂ່າວ Reuters ໄດ້ລາຍງານໂດຍອ້າງອີງຂໍ້ມູນຈາກກະຊວງການຕ່າງປະເທດອາເມຣິກາວ່າ: ໃນເດືອນມັງກອນ ແລະເດືອນກຸມພາປີນີ້, ອາເມຣິກາຽງແຕ່ຮັບເອົາຊາວອົບພະຍົບອູແກຣນ 514 ຄົນເທົ່ານັ້ນ. ສ່ວນໃນເດືອນມີນາປີນີ້ ເຊິ່ງເປັນໄລຍະທີ່ຊາວອົບພະຍົບອູແກຣນມີຈຳນວນຫຼວງຫຼາຍໄດ້ໜີອອກຈາກປະເທດຕົນຍ້ອນການສູ້ຮົບກັນລະຫວ່າງຣັດເຊຍ ແລະອູແກຣນຮຸນແຮງຂຶ້ນນັ້ນ, ຈຳນວຊາວອົບພະຍົບອູແກຣນທີ່ອາເມຣິກາຮັບເອົາຕາມແຜນການຮັບຊາວອົບພະຍົບນັ້ນ ມີພຽງແຕ່ 12 ຄົນເທົ່ານັ້ນ.

ຍ້ອນອາເມຣິກາປະຕິບັດນະໂຍບາຍປະເທດມະຫາອຳນາດຂອງໂລກ ໄດ້ເຮັດໃຫ້ຊາວອົບພະຍົບອູແກຣນຈຳນວນຫຼາຍລ້ານຄົນນີ້ ເປັນພຽງແຕ່ຜູ້ປະສົບໄພຊຸດນີ້ຊຸດໜ້າເທົ່ານັ້ນ. ຫຼັງຈາກສົງຄາມໂລກຄັ້ງທີ 2 ສິ້ນສຸດລົງແລ້ວ, ອາເມຣິກາໄດ້ກໍ່ສົງຄາມຢູ່ແຫ່ງຕ່າງໆ ເຊິ່ງບໍ່ພຽງແຕ່ໄດ້ເຮັດໃຫ້ປະຊາຊົນສາມັນຈຳນວນຫຼວງຫຼາຍເສຍຊີວິດເທົ່ານັ້ນ, ຍັງໄດ້ເຮັດໃຫ້ເກີດມີຊາວອົບພະຍົບຫຼາຍສິບລ້ານຄົນ ພ້ອມທັງໄດ້ສ້າງຜົນກະທົບໃຫ້ກັບການພັດທະນາເສດຖະກິດ ກໍຄືຄວາມໝັ້ນຄົງທາງສັງຄົມຂອງປະເທດ ແລະເຂດແຄວ້ນທີ່ເກີດສົງຄາມ.

ຍົກຕົວຢ່າງຄືສົງຄາມອັການິສະຖານ, ສົງຄາມທີ່ຍືດເຍື້ອຍາວນານເຖິງ 20 ປີນັ້ນ ໄດ້ເຮັດໃຫ້ຊາວອັການິສະຖານປະມານ 11 ລ້ານຄົນກາຍເປັນຊາວອົບພະຍົບ, ຊາວອັການິສະຖານ 3,5 ລ້ານຄົນໄດ້ຊົດເຊພະເນຈອນບໍ່ມີບ່ອນຢູ່ອາໄສ, ເກືອບ 23 ລ້ານຄົນປະສົບກັບຄວາມອຶດຫີວທີ່ສຸດ, ໃນນັ້ນລວມມີເດັກນ້ອຍອຍຸຕ່ຳກວ່າ 5 ປີຈຳນວນ 3,2 ລ້ານຄົນ.

ຕາມບົດລາຍງານຈາກອົງການສະຫະປະຊາຊາດເພື່ອຊາວອົບພະຍົບສະບັບປີ 2022, ຈຳນວຊາວອົບພະຍົບຊີຣີໄດ້ມີຫຼາຍກວ່າ 6,1 ແສນຄົນຕໍ່ປີເປັນເວລາ 6 ປີລຽນຕິດ. ໃນປີ 2022, ຈຳນວນຊາວອົບພະຍົບຊີຣີທີ່ຕ້ອງການຍ້າຍຖິ່ນຖານໃໝ່ນັ້ນ ໄດ້ກວມເອົາ 42% ຂອງທົ່ວໂລກ.

ໃນຈຳນວນຊາອົພະຍົບຊີຣີຈຳນວນຫຼວງຫຼາຍນັ້ນ, ມີຈັກຄົນທີ່ອາເມຣິກາໄດ້ຮັບເອົາແລ້ວ? ຕາມໜັງສືພິມ The New York Times ລາຍງານວ່າ: ນັບແຕ່ປີ 2016 ເປັນຕົ້ນມາ, ອາເມຣິກາຽງແຕ່ໄດ້ຮັບເອົາຊາວອົບພະຍົບຊີຣີບໍ່ຮອດ 23.000 ຄົນຊ້ຳ. ຖ້າເບິ່ງຕາມສະຖິຕິແລ້ວ, ອາເມຣິກາກໍເປັນປະລະມາຈານດ້ານສິດມິມະນຸດຈອປອມທີ່ເບິ່ງຂ້າມຊີວິດຊາວອົບພະຍົບຢ່າງແທ້ຈິງ.