ລັດຖະບານຮັກສາການມຽນມາປະກາດຄຳສັ່ງອະໄພຍະໂທດພິເສດເນື່ອງໃນໂອກາດປີໃໝ່ມຽນມາ

2022-04-18 15:35:51 CRI

ວັນທີ 17 ເມສານີ້ແມ່ນມື້ຂຶ້ນປີໃໝ່ຂອງມຽນມາ, ຕອນເຊົ້າມື້ດຽວກັນ, ລັດຖະບານຮັກສາການມຽນມາໄດ້ປະກາດຄຳສັ່ງອະໄພຍະໂທດພິເສດແກ່ນັກໂທດສັນຊາດມຽນມາ 1.577 ຄົນ ແລະ ຄົນຕ່າງປະເທດ 42 ຄົນ. ແຕ່ຖ້ານັກໂທດຄົນໃດເຮັດຜິດອີກໃໝ່, ຈະໄດ້ຮັບໂທດໃໝ່ແລະບວກກັບໂທດເກົ່າກ່ອນໃຫ້ອະໄພຍະໂທດ.

ຕອນເຊົ້າມື້ດຽວກັນ, ທ່ານມິນອອງລາຍ ນາຍົກລັດຖະມົນຕີຂອງລັດຖະບານຮັກສາການ ແລະ ທ່ານອູເຕັງຢຸດຄະນະກຳມະການປົກຄອງປະເທດມຽນມາຕ່າງກໍໄດ້ສົ່ງຄຳອວຍພອນປີໃໝ່ໃຫ້ປະຊາຊົນມຽນມາຕາມລຳດັບ.