ລາຄາປີ້ເຮືອບິນຂອງບໍລິສັດການບິນແຫ່ງໜຶ່ງໃນປະເທດມາເລເຊຍເພີ່ມຂຶ້ນ 500%, ນາຍົກມາເລເຊຍອອກຄຳສັ່ງໃຫ້ສືບສວນເລື່ອງນີ້

2022-04-18 17:23:57 cri

    ຕາມສື່ມວນຊົນມາເລເຊຍລາຍງານວ່າ: ໃນໄລຍະບຸນຖືສິນອົດຂອງຊາວມຸລິມຂອງມາເລເຊຍ, ລາຄາປີ້ເຮືອບິນຂອງບໍລິສັດການບິນແຫ່ງໜຶ່ງທີ່ບິນໄປລັດຊາບາ ແລະລັດຊາຣາວັກ ໄດ້ກາຍເປັນເລື່ອງທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດ. ຕາມເວັບໄຊຂອງບໍລິສັດການບິນໄດ້ແຈ້ງໃຫ້ຮູ້ວ່າ: ຖ້ຽວບິນໄປ-ກັບລັດຊາບາ ແລະລັດຊາຣາວັກ ໄດ້ເພີ່ມຂຶ້ນເປັນ 2.000 ຣິງກິດ ເຊິ່ງເພີ່ມຂຶ້ນປະມານ 566% ເມື່ອທຽບກັບລາຄາປີ້ເຮືອບິນໃນຍາມປົກກະຕິທີ່ມີລາຄາ 300 ຣິງກິດ.

ວັນທີ 17 ເມສານີ້ຕາມເວລາທ້ອງຖິ່ນ, ທ່ານອິເມວ ຊາບຣີ ນາຍົກລັດຖະມົນຕີມາເລເຊຍກ່າວວ່າ: ລາຄາປີ້ເຮືອບິນເພີ່ມຂຶ້ນຫຼາຍກວ່າ 500% ໃນໄລຍະບຸນຖືສິນອົດຂອງຊາວມຸລິມ ເປັນກໍລະນີທີ່ “ເກີນຂອບເຂດຫຼາຍສົມຄວນ”. ທ່ານອິເມວ ຊາບຣີ ໄດ້ອອກຄຳສັ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງມາເລເຊຍສືບສວນເລື່ອງທີ່ລາຄາປີ້ເຮືອບິນເພີ່ມຂຶ໊ນຫຼາຍກວ່າ 500% ໃນໄລຍະບຸນຖືສິນອົດວ່າ ໄດ້ເມີດຂໍ້ກຳນົດວ່າດ້ວຍການຄວບຄຸມລາຄາ ແລະຕ້ານການກອບໂກຍກຳໄລ ປີ 2011 ຂອງມາເລເຊຍແລ້ວຫຼືບໍ.