ອາເມຣິກາຄືກັບ “ລອດ ວອນເດີມອດ” ຜູ້ທຳລາຍລະບຽບການສາກົນ

2022-04-19 16:28:20 cri

ໃນນະວະນິຍາຍເລື່ອງ ແຮຣີ ພອດເຕີ ທີ່ເປັນນະວະນິຍາຍແຟນຕາຊີທີ່ມີຊື່ສຽງໃນໂລກ ມີຕົວລະຄອນອະທຳທີ່ຮ້າຍກາດທີ່ສຸດຄົນໜຶ່ງ ຊື່ວ່າ ລອດ ວອນເດີມອດ. ລາວເຊືີ່ອອຳນາດເວດມົນ ແລະນຳໃຊ້ຄວາມຮຸນແຮງຕາມລຳພັງໃຈ ເພື່ອສາມາດຕັ້ງຕົນເປັນໃຫຍ່, ລາວຢາກທຳລາຍຊີວິດຂອງຄົນອື່ນເລື້ອຍໆ.

ມື່ອເບິ່ງພຶດຕິກຳຕ່າງໆຂອງອາເມຣິກາໃນໂລກຕົວຈິງແລ້ວ, ພວກເຮົາກໍເຫັນວ່າ ການກະທຳຂອງລອດ ວອນເດີມອດ ກໍຄືກັນກັບອາເມຣິກາ. ລອດ ວອນເດີມອດ ດຶງພັກດຶງພວກ, ຕີສະໜິດກັບອິດທິກຳລັງມືດມົນ. ການກະທຳຂອງມັນທີ່ຢາກສ້າງຄວາມພິນາດໃຫ້ກັບຕົວພະເອກ ແມ່ນຄືກັນກັບ “ປະເທດມະຫາອຳນາດແບບອາເມຣິກາ”ໃນປັດຈຸບັນ. ຂະນະທີ່ຢູ່ເບື້ອງຫຼັງຂອງການສູ້ຮົບກັນລະຫວ່າງຣັດເຊຍກັບອູແກຣນໃນປັດຈຸບັນນີ້, ກໍມີເງື່ອນງຳການຍຸຍົງສົ່ງເສີມຢູ່ເບື້ອງຫຼັງຂອງອາເມຣິກາເຊັ່ນກັນ.

ຄືກັນກັບລອດ ວອນເດີມອດ, ເພື່ອເຮັດໃຫ້ການສູ້ຮົບກັນລະຫວ່າງຣັດເຊຍກັບອູແກຣນຍືດເຍື້ອຍາວນານ, ອາເມຣິກາໄດ້ຂົ່ຂູ່ ຫຼືບັງຄັບປະເທດຕ່າງໆໃນໂລກໃຫ້ເລືອກຂ້າງ, ໂດຍສະເພາະໄດ້ດຶງເອົາປະເທດເອີຣົບ, ອົຣາລີ, ຍີ່ປຸ່ນ ແລະປະເທດພັນທະມິດອື່ນໆ ຕໍ່ຕ້ານຣັດເຊຍຮ່ວກັນ. ທີ່ຈິງແລ້ວ, ການກະທຳແບບປະເທດມະຫາອຳນາດຂອງອາເມຣິກາ ໄດ້ສະແດງໃຫ້ທົ່ວໂລກໄດ້ເຫັນຢ່າງຈະແຈ້ງແລ້ວ ກ່ອນການສູ້ຮົບກັນລະຫວ່າງຣັດເຊຍກັບອູແກຣນຈະເກີດຂຶ້ນ. ອາເມຣິກາກໍໄດ້ສະແດງພຶດຕິກຳຕ່າງໆນາໆຂອງຕົນອອກມາ ຈົນຊາວອາເມຣິກາເອງກໍຍັງຮູ້ສຶກອັບອາຍຂາຍໜ້າເຊັ່ນກັນ.

ໃນເດືອນມີນາປີ 2003, ອາເມຣິກາໄດ້ກໍ່ສົງຄາມອີຣັກ. ຫຼັງຈາກນັ້ນບໍ່ເທົ່າໃດມື້, ທ່ານອານໂຟນໂຊ ໂກຣອນ, ຜູ້ກຳກັບຮູບເງົາເລື່ອງ “ແຮຣີ ພອດເຕີ ກັບນັກໂທດຄຳຄຸກອັກາແບນ” ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ທ່ານຈອດ ບຸສ ປະທານາທິບໍດີອາເມຣິກາໃນເວລານັ້ນ ມີຄວາມຄ້າຍຄືກັນກັບລອດ ວອນເດີມອດ. ໃນທ້າຍປີ 2015, ທ່ານໂດໂນ ທຣຳ ຜູ້ແຂ່ງຂັນເລືອກຕັ້ງປະທານາທິບໍດີອາເມຣິກາຈາກພັກຣີພັບລີກັນໄດ້ກ່າວວ່າ: “ຊາວມຸລິມເປັນໄພຂົ່ມຂູ່ອາເມຣິກາ, ຄວນຫ້າເຂົາເຈົ້າເຂົ້າປະເທດອາເມຣິກາໃນທຸກຊ່ອງທາງ”. ຈັ່ງຊັ້ນ, BBC ຈຶ່ງໄດ້ພັນລະນາວ່າ ໂດໂນ ທຣຳເປັນ ລອດ ວອນເດີມອດ. ສ່ວນນາງ ເຈ. ເຄ. ໂຣລີງ ນັກປະພັນເລື່ອງ ແຮຣີ ພອດເຕີ ເຫັວ່າ: ອາເມຣິກາຊົ່ວຮ້າຍກວ່າລອດ ວອນເດີມອດຫຼາຍເທົ່າ!

ໃນນິຍາຍເລື່ອງແຮຣີ ພອດເຕີ, ລອດ ວອນເດີມອດ ກໍຖືກດັບສູນໃນທີ່ສຸດ ຍ້ອນຄວາມຈອງຫອງ, ຖືໂຕ ແລະຍ້ອນການກະຫາຍອຳນາດເວດມົນແບບບໍ່ມີໃຜທຽບໄດ້. ນີ້ເປັນຈຸດຈົບທີ່ມີຕັກກະຈະຕ້ອງເປັນໄປຢ່າງແນ່ນອນ, ຫາກບໍ່ແມ່ນນັກປະພັນແຕ່ງຂຶ້ນຕາມໃຈມັກຂອງຕົນ. ດ້ວຍເຫດຜົນດຽວກັນ, ການທະທຳແບບປະເທດມະຫາອຳນາດ ແລະການທຳລາຍລະບຽບການສາກົນຂອງອາເມຣິກາ ໃນທີ່ສຸດກໍຈະສ້າງຜົນກະທົບໃຫ້ຕົນເອງຢ່າງແນ່ນອນ.