ສາຍຜູກພັນລະຫວ່າງທ່ານສີຈິ້ນຜິງກັບໄຫຫຼຳ

2022-04-19 15:51:27 cri



ໄຫຫຼຳຕັ້ງຢູ່ສົ້ນໃຕ້ຂອງຈີນ,ແມ່ນແຂວງໜຶ່ງທີ່ສ້າງຕັ້ງຂຶ້ນຫຼ້າສຸດຂອງຈີນ ແລະແມ່ນເຂດເສດຖະກິດພິເສດໃຫຍ່ທີ່ສຸດຂອງຈີນ, ພ້ອມທັງເປັນພຽງແຂວງດຽວທີ່ເປັນເກາະເຂດຮ້ອນຂອງຈີນ. ສາຍຜູກພັນລະຫວ່າງທ່ານສີຈິ້ນຜິງ ກັບໄຫຫຼຳ ໄດ້ມີມາແຕ່ດົນນານແລ້ວ.

 

ລະຫວ່າງວັນທີ 10 ຫາ 13 ເມສາປີ 2022, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງໄຫຫຼຳ. ໃນໄລຍະທີ່ເດີນທາງ, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດກາວຽກງານອະນຸລັກສິ່ງແວດລ້ອມນິເວດເຂດແຄມທະເລ, ພ້ອມທັງໄດ້ຫົດນ້ຳໃສ່ຕົ້ນແປກທີ່ເພິ່ນປູກໄວ້ໃນເມື່ອກ່ອນ.

 

ຕອນນັ້ນແມ່ນເດືອນເມສາ ປີ 2010. ຫຼັງຈາກການສ້າງເກາະທ່ອງທ່ຽວສາກົນຍົກລະດັບຂຶ້ນເປັນຍຸດທະສາດແຫ່ງຊາດບໍ່ດົນ, ແຂວງໄຫຫຼຳພວມຢູ່ໃນຈຸດເລີ່ມຕົ້ນອັນໃໝ່ໃນປະຫວັດສາດ, ທ່ານສີຈິ້ນຜິງທີ່ເປັນກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ ທັງເປັນຮອງປະທານປະເທດຈີນ ໃນເວລານັ້ນໄດ້ລົງຮາກຖານສຳຫຼວດກວດກາວຽກງານຢູ່ຫຼາຍນະຄອນ ແລະ ເມືອງຂອງແຂວງໄຫຫຼຳ, ເພິ່ນໄດ້ໃຫ້ຄຳຊີ້ນຳທີ່ທັນການ ແລະ ເຂັ້ມແຂງ ຕໍ່ການພັດທະນາຕາມຫຼັກວິທະຍາສາດ ແລະ ການສ້າງເກາະທ່ອງທ່ຽວສາກົນຢູ່ແຂວງໄຫຫຼຳ.

 

ຕົ້ນແປກຕົ້ນນັ້ນກໍແມ່ນປູກໄວ້ຕັ້ງແຕ່ຕອນນັ້ນ.

 

ເມື່ອເວົ້າເຖິງສາຍຜູກພັນລະຫວ່າງທ່ານສີຈິ້ນຜິງກັບໄຫຫຼຳ, ຍັງຕ້ອງໄດ້ຫວນຄືນເຖິງປີ 1979.

 



ທ່ານສີຈິ້ນຜິງກັບພໍ່


ໃນເວລານັ້ນ, ໄຫຫຼຳແມ່ນຂຶ້ນກັບແຂວງກວາງຕຸ້ງ, ທ່ານສີຈົ້ງຊຸ່ນ ພໍ່ຂອງທ່ານສີຈິ້ນຜິງເປັນຜູ້ຊີ້ນຳວຽກງານຢູ່ແຂວງກວາງຕຸ້ງ. ຕອນນັ້ນທ່ານສີຈິ້ນຜິງ ພວມຮຽນຢູ່ມະຫາວິທະຍາໄລຊິ່ງຮວາ, ມັກໃຊ້ເວລາຍາມພັກລະດູຮ້ອນ ແລະ ຍາມພັກລະດູໜາວໄປຢາມພໍ່ຢູ່ແຂວງກວາງຕຸ້ງ.

 


ລະຫວ່າງວັນທີ 15 – 24 ມັງກອນ ປີ 1979, ທ່ານສີຈົ້ງຊຸ່ນໄດ້ຮ່ວມເດີນທາງກັບທ່ານເຢ້ຈ້ຽນຢິ່ງ ຜູ້ນຳສູນກາງໃນເວລານັ້ນໄດ້ໄປສຳຫຼວດກວດກາຖານທັບເຮືອອີລິນ, ຊ່ານຢ້າ, ນິຄົມກະສິກຳຈີນຕ່າງດ້າວຊິ່ງໂຫຼງວ້ານນິງ ແລະອື່ນໆ. ທ່ານສີຈິ້ນຜິງກໍໄດ້ເຂົ້າຮ່ວມການເຄື່ອນໄຫວໃນຄັ້ງນີ້.

 

ໃນຕອນນັ້ນ, ໄຫຫຼຳຍັງເປັນເກາະທະເລທີ່ທຸກຍາກຫຼ້າຫຼັງຍັງບໍ່ທັນເປີດປະຕູສູ່ພາຍນອກ, ຜູ້ກໍ່ສ້າງໄດ້ສູ້ຊົນບຸກບືນຢ່າງຫຍຸ້ງຍາກລຳບາກ ແລະບຸກເບີກສ້າງສາໄຫຫຼຳຢ່າງຫ້າວຫັນ, ເຊິ່ງໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ທ່ານສີຈິ້ນຜິງໃນໄວໜຸ່ມ.

 

ວັນທີ 13 ເມສາ ປີ 1988, ທ່ານສີຈົ້ງຊຸ່ນໄດ້ເປັນປະທານພິທີປິດກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 7 ໃນຖານະປະທານໝູນວຽນກອງປະຊຸມ. ໃນກອງປະຊຸມຄັ້ງນີ້ໄດ້ຕົກລົງສ້າງຕັ້ງແຂວງໄຫຫຼຳຂຶ້ນ, ແລະສ້າງເຂດເສດຖະກິດພິເສດໄຫຫຼຳ, ເຊິ່ງໄດ້ຊຸກຍູ້ເກາະໄຫຫຼຳກ້າວໄປສູ່ແນວໜ້າຂອງການປະຕິຮູບ ແລະການເປີດປະຕູສູ່ພາຍນອກຂອງຈີນ.

 

ຫຼັງຈາກນັ້ນ 30 ປີ ຄື: ໃນວັນທີ 13 ເມສາ ປີ 2018, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງການສ້າງຕັ້ງແຂວງໄຫຫຼຳ ແລະ ເຂດເສດຖະກິດພິເສດໄຫຫຼຳຄົບຮອບ 30 ປີ, ພ້ອມທັງໄດ້ປະກາດຢ່າງເຄັ່ງຂຶມວ່າ: “ສູນກາງພັກຕັດສິນໃຈສະໜັບສະໜູນທົ່ວເກາະໄຫຫຼຳສ້າງເຂດທົດລອງການຄ້າເສລີ”, ໂດຍມອບຄວາມຮັບຜິດຊອບ ແລະ ພາລະກຳອັນໃໝ່ທີ່ໃຫຍ່ຫຼວງ ແລະ ສຳຄັນໃຫ້ກັບເຂດເສດຖະກິດພິເສດໄຫຫຼຳໃນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ.

 

ນະໂຍບາຍທີ່ເອື້ອອຳນວຍໃນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກໄດ້ພາໃຫ້ເກີດມີການປ່ຽນແປງແບບໜ້າມືເປັນຫຼັງມືຢູ່ໄຫຫຼຳ.

 

ໃນໄລຍະທີ່ເຮັດວຽກຢູ່ທ້ອງຖິ່ນ,ທ່ານສີຈິ້ນຜິງໄດ້ອອກແຮງຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືກັບໄຫຫຼຳຢ່າງສະເໝີຕົ້ນສະເໝີປາຍ, ເພື່ອຖອດຖອນບົດຮຽນເຊິ່ງກັນແລະກັນ.

 

ໃນໄລຍະທີ່ລົງພື້ນຖານເຮັດວຽກກະສິກຳຢູ່ພາກເໜືອແຂວງສ້ານຊີ່, ຕອນດຳລົງຕຳແໜ່ງເປັນເລຂາຄະນະພັກເມືອງເຈີ້ງຕິ້ງຢູ່ແຂວງເຫີເປີຍ ແລະ ເຮັດວຽກຢູ່ແຂວງຟູຈ້ຽນ, ທ່ານສີຈິ້ນຜິງໄດ້ມີສາຍຜູກພັນທີ່ຕັດແຍກອອກບໍ່ໄດ້ກັບຂະແໜງການແນວພັນພືດ ແລະ ສູນບົ່ມເພາະແນວພັນພືດນານຟານແຂວງໄຫຫຼຳ.

 

ປີ 2018, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດກາຢູ່ແຂວງໄຫຫຼຳອີກຄັ້ງໜຶ່ງ, ເພິ່ນໄດ້ໄປສູນຄົ້ນຄວ້າວິທະຍາສາດ ແລະ ບົ່ມເພາະແນວພັນພືດນານຟານ, ໂດຍເນັ້ນໜັກວ່າ:ຕ້ອງຕັດສິນໃຈພັດທະນາຂະແໜງການແນວພັນພືດຂອງຈີນໃຫ້ດີ. ໃນການສຳຫຼວດກວດກາ ປີ 2022, ທຳອິດເພິ່ນກໍໄດ້ໄປຫ້ອງທົດລອງແນວພັນພືດອ່າວຢາໂຈ່ນະຄອນຊ່ານຢ້າ, ພ້ອມທັງກ່າວເນັ້ນໜັກວ່າ: “ແນວພັນພືດແມ່ນຂໍກຸນແຈເພື່ອຮັກສາຄວາມໝັ້ນຄົງດ້ານສະບຽງອາຫານຂອງຈີນ. ມີແຕ່ກຳແໜ້ນແນວພັນພືດຂອງຈີນເອງ, ຈຶ່ງສາມາດຈັບຖ້ວຍເຂົ້າຂອງຈີນເອງໃຫ້ແໜ້ນ, ຈຶ່ງສາມາດບັນລຸຄວາມໝັ້ນຄົງດ້ານສະບຽງອາຫານ.”



ວັນທີ 10 ເມສາປີ2022 ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມຫ້ອງທົດລອງແນວພັນພືດອ່າວຢາໂຈ່ນະຄອນຊ່ານຢ້າ

 ໃນໄລຍະທີ່ເຮັດວຽກຢູ່ແຂວງຟູຈ້ຽນ, ທ່ານສີຈິ້ນຜິງໄດ້ສະໜັບສະໜູນ ແລະຊຸກຍູ້ເຂດພັດທະນາເສດຖະກິດຢາງຜູ ຈັດກິດຈະກຳດຶງດູດນັກທຸລະກິດຢ່າງຂະໜາດໃຫຍ່ຢູ່ແຂວງຟູຈ້ຽນ. ໃນໄລຍະຢູ່ແຂວງເຈີ້ຈ່ຽງ, ທ່ານສີຈິ້ນຜິງໄດ້ຕ້ອນຮັບຄະນະຜູ້ແທນສາຍພັກ ແລະ ລັດຂອງແຂວງໄຫຫຼຳ ພ້ອມດ້ວຍຄະນະຜູ້ແທນນັກທຸລະກິດຢ່າງອົບອຸ່ນ ເພື່ອຈັດກິດຈະກຳ “ການຮ່ວມມືລະຫວ່າງເຂດເສດຖະກິດພິເສດໃຫຍ່ ກັບຕົວເມືອງໃຫຍ່”.

 

ປັດຈຸບັນ, ທ່ານສີຈິ້ນຜິງໄດ້ໄປສຳຫຼວດຄົ້ນຄວ້າຢູ່ເຂດພັດທະນາເສດຖະກິດຢາງຜູທີ່ເປັນຜູ້ນຳໜ້າພັດທະນາໄປກ່ອນ ແລະ ເຂດສາທິດໃນການສ້າງທ່າການຄ້າເສລີໄຫຫຼຳ, ເພິ່ນໄດ້ຮຽກຮ້ອງໃຫ້ “ປະດິດສ້າງໃໝ່ຢ່າງກ້າຫານ, ກ້າວໄປກ່ອນ ແລະ ທົດລອງໄປກ່ອນ”, ເພີ່ມແຮງຂັບເຄື່ອນທີ່ເຂັ້ມແຂງໃຫ້ກັບການສ້າງທ່າການຄ້າເສລີ.

 




ວັນທີ 11 ເມສາປີ 2022, ທ່ານສີຈິ້ນຜິງໄດ້ໄປສຳຫຼວດຄົ້ນຄວ້າສວນອຸທິຍານແຫ່ງຊາດປ່າເຂດຮ້ອນຊຸ່ມຢູ່ແຂວງໄຫຫຼຳ

ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ໃນປີ 2013, ປີ 2018, ແລະ ປີ 2022, ທ່ານສີຈິ້ນຜິງໄດ້ໄປສຳຫຼວດຄົ້ນຄວ້າຢູ່ແຂວງໄຫຫຼຳເຖິງ 3 ເທື່ອ, ໂດຍໄດ້ສຸມໃສ່ທ່າແຮງ ແລະ ເອກະລັກພິເສດຂອງໄຫຫຼຳ, ຊີ້ແຈງທິດທາງກ້າວໜ້າໃຫ້ໄຫຫຼຳ. ທ່ານກ່າວວ່າ:

 

“ໄຫຫຼຳໄດ້ເລີ່ມຕົ້ນການພັດທະນາອ່າວຊ້າແດ່, ແຕ່ມີທ່າແຮງໃນການພັດທະນາຕາມຫຼັງ, ແລະມີກຳລັງແຮງບົ່ມຊ້ອນອັນໃຫຍ່ຫຼວງ, ມີເອກະລັກທີ່ໂດດເດັ່ນຫຼາຍຢ່າງ, ຕົວຢ່າງວ່າ: ແມ່ນເຂດເສດຖະກິດພິເສດໃຫຍ່ທີ່ສຸດຂອງຈີນ, ເປັນສະຖານທີ່ຖາວອນທີ່ຈັດກອງປະຊຸມເວທີປຶກສາຫາລືອາຊີໂປອາວ, ເກາະທ່ອງທ່ຽວສາກົນ, ເຂດພັດທະນາເສດຖະກິດຢາງຜູ, ແຫຼ່ງຜະລິດຕະພັນກະສິກຳເຂດຮ້ອນ ແລະອື່ນໆ, ເຊິ່ງເອກະລັກທຸກຢ່າງນີ້ລ້ວນແຕ່ໄດ້ແຝງຊ້ອນກຳລັງແຮງບົ່ມຊ້ອນດ້ານການພັດທະນາຢ່າງເຂັ້ມແຂງ ແລະ ບົ່ມເພາະພະລັງຊີວິດຊີວາທີ່ສຳຄັນ, ລ້ວນແຕ່ສາມາດສ້າງຜົນງານອັນໃຫຍ່ຫຼວງ ແລະ ຜົນງານທີ່ດີເດັ່ນໃຫ້ແຂວງໄຫຫຼຳ.

 

ໃນຖານະເປັນເຂດເສດຖະກິດພິເສດຂັ້ນແຂວງພຽງແຫ່ງດຽວຂອງທົ່ວປະເທດຈີນ, ແຂວງໄຫຫຼຳໄດ້ແບກຫາບໜ້າທີ່ສຳຄັນທີ່ອັນເປັນສະຖານທີ່ທົດລອງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງຈີນຢ່າງສະເໝີຕົ້ນສະເໝີປາຍ.

 




ປີ 2018, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດກາຢູ່ແຂວງໄຫຫຼຳ

ສຳລັບການສ້າງທ່າການຄ້າເສລີໄຫຫຼຳ, ກໍແມ່ນມາດຕະການສຳຄັນຂອງທ່ານສີຈິ້ນຜິງເພື່ອຊຸກຍູ້ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງໄຫຫຼຳ.

ບໍ່ວ່າແມ່ນການສະເໜີຄຳຮຽກຮ້ອງໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ຫຼືໄດ້ວາງຄຳຊີ້ນຳທີ່ສຳຄັນ, ທ່ານສີຈິ້ນຜິງໄດ້ກຳນົດຖານະບົດບາດຂອງທ່າການຄ້າເສລີໄຫຫຼຳຢ່າງຊັດເຈນ, ຄື: “ເລັ່ງລັດຄົ້ນຄວ້າການສ້າງທ່າການຄ້າເສລີທີ່ມີສີສັນພິເສດຂອງຈີນ” “ສ້າງທ່າການຄ້າເສລີຢ່າງມີຄຸນນະພາບສູງ ແລະ ມາດຕະຖານສູງ”.


ວັນທີ 12 ເມສາປີ 2022, ທ່ານສີຈິ້ນຜິງໄດ້ໄປສຳຫຼວດຄົ້ນຄວ້າເຂດພັດທະນາເສດຖະກິດຢາງຜູຢູ່ແຂວງໄຫຫຼຳ

ໃນ 4 ປີຜ່ານມາ, ຈາກການສ້າງຕັ້ງເຂດທົດລອງການຄ້າເສລີ, ຮອດການເລີ່ມການສ້າງທ່າການຄ້າເສລີ, ເຊິ່ງເປັນຈຸດຍຸດທະສາດໃໝ່ດ້ານການປະຕິຮູບ ແລະ ເປີດປະຕູສູ່ພາຍນອກໄດ້ພັດທະນາຂຶ້ນຢ່າງວ່ອງໄວ, ແລະໄດ້ເປັ່ງລັດສະໝີແຫ່ງມົນນສະເໜ່ທີ່ພິເສດຢ່າງບໍ່ຢຸດຢັ້ງ.

 

ທ່ານສີຈິ້ນຜິງຫວັງວ່າໄຫຫຼຳຈະຖືຈິດໃຈທີ່ວ່າ “ຜົນສຳເລັດບໍ່ຕ້ອງຂຶ້ນກັບຂ້ອຍ” ແລະ ແບກຫາບຄວາມຮັບຜິດຊອບດ້ານປະຫວັດສາດທີ່ວ່າ “ຂ້ອຍຕ້ອງປະກອບສ່ວນເຂົ້າໃນຜົນສຳເລັດ”, ສ້າງທ່າການຄ້າເສລີໄຫຫຼຳໃຫ້ເປັນນາມບັດທີ່ໂດດເດັ່ນທີ່ສະແດງເຖິງເອກະລັກພິເສດຂອງຈີນ.

 

ຈາກການຝາກຄວາມຫວັງເປັນຢ່າງຍິ່ງ ແລະ ການມອບໝາຍໜ້າທີ່ອັນສຳຄັນ, ໄດ້ສະແດງໃຫ້ເຫັນເຖິງຄວາມປາຖະໜາອັນຈິງໃຈຂອງທ່ານສີຈິ້ນຜິງທີ່ “ເລັ່ງລັດສ້າງທ່າການຄ້າເສລີທີ່ມີສີສັນພິເສດຂອງຈີນ ແລະ ມີອິດທິພົນລະດັບໂລກ, ເຮັດໃຫ້ໄຫຫຼຳກາຍເປັນຕົວແບບໃນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງຈີນໃນຍຸກໃໝ່.”