ເປີດຍຸກໃໝ່

2022-04-20 20:44:48 cri

    

 

ໃນປະຫວັດສາດອັນຍາວນານ, ຕ້ອງມີຈຸດເວລາໃດໜຶ່ງທີ່ສາມາດກາຍເປັນພາບທີ່ຈາລຶກໄວ້ຢ່າງຖາວອນ. ນັບແຕ່ມື້ນີ້ໄປ, ພວກເຮົາຈະເລືອກເອົາພາບທີ່ໜ້າປະທັບໃຈໃນການປົກຄອງບໍລິຫານປະເທດຂອງທ່ານສີຈິ້ນຜິງນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ເພື່ອນຳມາເລົ່າເລື່ອງທີ່ອົບອຸ່ນຢູ່ເບື້ອງຫຼັງຮູບຖ່າຍທຸກໃບ.

 

ວັນທີ 15 ພະຈິກ ປີ 2012, ຊາວໂລກໄດ້ພາກັນລໍຖ້າຈຸດເວລາອັນສຳຄັນ, ຄື: ທ່ານສີຈິ້ນຜິງ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນຜູ້ໃໝ່ຈະພົບປະກັບນັກຂ່າວຈີນ ແລະ ຕ່າງປະເທດເປັນຄັ້ງທຳອິດ.

 

ໃນຕອນເຊົ້າມື້ນັ້ນ, ຢູ່ຫ້ອງໂຖງຕາເວັນອອກຂອງຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງໄດ້ມີດອກໄມ້ສົດຊື່ນເບັ່ງບານທ່າມກາງບັນຍາກາດທີ່ອົບອຸ່ນ, ເຄັ່ງຂຶມ ແລະ ຄຶກຄື້ນ.

 

ນັກຂ່າວຈີນ ແລະຕ່າງປະເທດທັງໝົດ 500 ກວ່າຄົນໄດ້ມາລໍຖ້າຢູ່ສະຖານທີ່ແຫ່ງນີ້ຕັ້ງແຕ່ເຊົ້າ, ກຽມພ້ອມຍາດແຍ່ງກັນລາຍງານຂ່າວກ່ຽວກັບຄະນະນຳສູງສຸດຊຸດໃໝ່ຂອງພັກກອມມູນິດຈີນປາກົດຕົວແບບລວມໝູ່ເປັນຄັ້ງທຳອິດ.

 

ນັກຂ່າວຈີນມີຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ສະພາບການໃນເວລານັ້ນ: “ຮູ້ສຶກໄດ້ເຖິງການລໍຖ້າເປັນເວລາດົນເຕີບ, ສາຍຕາຂອງພວກນັກຂ່າວແມ່ນເຕັມໄປດ້ວຍຄວາມຄອງຄອຍ, ກ້ອງຖ່າຍຮູບນ້ອຍໃຫຍ່ທີ່ລຽນຕິດຕໍ່ກັນ, ລ້ວນແຕ່ໄດ້ສຸມເປົ້າຫມາຍໃສ່ຢູ່ທາງເຂົ້າຂອງຫ້ອງໂຖງຕາເວັນອອກ.”

 

ເມື່ອຮອດເວລາ 11 ໂມງ 53 ນາທີ.

 

ບັນດາຜູ້ນຳ 7 ທ່ານ ເຊິ່ງລວມທັງທ່ານສີຈິ້ນຜິງທີ່ໄດ້ຮັບເລືອກຕັ້ງເປັນກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນໃນກອງປະຊຸມຄົບຄະນະຄັ້ງທີ 1 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 18 ທີ່ຫາກໍສິ້ນສຸດລົງນັ້ນ ໄດ້ຍ່າງເຂົ້າຫ້ອງໂຖງຕາເວັນອອກດ້ວຍບາດກ້າວທີ່ໜັກແໜ້ນ. ທ່ານສີຈິ້ນຜິງທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນຜູ້ໃໝ່ໄດ້ຍ່າງນຳໜ້າໝູ່ຄະນະ, ໂດຍໄດ້ໂບກມືທັກທາຍກັບນັກຂ່າວຈີນ ແລະ ຕ່າງປະເທດດ້ວຍຮອຍຍິ້ມ, ສາຍຕາທີ່ໝັ້ນໃຈຕົນເອງ ແລະ ເດັດດ່ຽວໜຽວແໜ້ນ, ໄດ້ສະແດງໃຫ້ເຫັນເຖິງພະລັງແຮງທີ່ກະຕຸ້ນກຳລັງໃຈ.

 

ສະບາຍດີທຸກທ່ານ! ບັນດາທ່ານຖ້າດົນແລ້ວເນາະ, ດີໃຈທີ່ໄດ້ພົບກັບບັນດາເພື່ອນມິດນັກຂ່າວ.

 

ຄວາມເວົ້າທີ່ເປັນກັນເອງ, ເຮັດໃຫ້ທຸກຄົນຮູ້ສຶກອົບອຸ່ນໃຈ.

 

“ການມອບໝາຍໜ້າທີ່ອັນສຳຄັນຈາກສະຫາຍທົ່ວພັກ, ຄວາມປາຖະໜາຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດ, ເປັນການໃຫ້ກຳລັງໃຈອັນໃຫຍ່ຫຼວງແກ່ພວກຂ້າພະເຈົ້າເພື່ອຈະປະຕິບັດໜ້າທີ່ວຽກງານໃຫ້ດີ, ແລະກໍແມ່ນຄວາມຮັບຜິດຊອບອັນໃຫຍ່ຫຼວງສຳລັບພວກຂ້າພະເຈົ້າ.” ເລຂາທິການໃຫຍ່ຂອງພັກກຳອຳນາດໃຫຍ່ທີ່ສຸດຢູ່ໃນໂລກໄດ້ສະແດງຄວາມຮູ້ສຶກຄືແນວນີ້.

 

ເພິ່ນໄດ້ສະຫຼຸບຄວາມຮັບຜິດຊອບອັນສຳຄັນຂອງຕົນ ເປັນຄວາມຮັບຜິດຊອບທີ່ມີຕໍ່ຊົນຊາດ, ຕໍ່ປະຊາຊົນ ແລະ ຕໍ່ພັກ.

 

ໃນການກ່າວຄຳປາໄສ, ເພິ່ນໄດ້ກ່າວເຖິງ “ປະຊາຊົນ” ເກືອບ 20 ເທື່ອ, ແລະກ່າວເຖິງ “ຄວາມຮັບຜິດຊອບ” 10 ກວ່າເທື່ອ, ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາຢ່າງໜັກແໜ້ນວ່າ:

 

“ຈະສາມັກຄີ ແລະນຳພາທົ່ວພັກ ແລະປະຊາຊົນບັນດາເຜົ່າໃນທົ່ວປະເທດ, ຮັບໄມ້ແລ່ນຕໍ່ແຮງແຫ່ງປະຫວັດສາດ, ສືບຕໍ່ພະຍາຍາມບາກບັ່ນສູ້ຊົນເພື່ອບັນລຸການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ”.

 

ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສເປັນເວລາປະມານ 20 ນາທີ. ເຊິ່ງຂ່າວສານAFP ຂອງຝຣັ່ງໄດ້ພັນລະນາການປາກົດຕົວ ແລະ ການກ່າວຄຳປາໄສຂອງທ່ານສີຈິ້ນຜິງດ້ວຍ 2 ຄຳສັບ ຄື“ແບບສະບາຍສະບາຍ ແລະໝັ້ນໃຈຕົນເອງ”. ສະຖານີວິທະຍຸ “ສຽງຂອງຣັດເຊຍ” ກໍໄດ້ເວົ້າເຖິງຄວາມໝັ້ນໃຈຕົນເອງຈາກການກ່າວຄຳປາໄສຂອງທ່ານສີຈິ້ນຜິງ, ພ້ອມທັງໄດ້ລາຍງານຂ່າວວ່າ: “ໜ້າທີ່ອັນສຳຄັນທີ່ປົກຄອງບໍລິຫານປະເທດຈີນເໝືອນກັບການຂັບກຳປັ່ນໃຫຍ່ນັ້ນ ໄດ້ຕົກເປັນຄວາມຮັບຜິດຊອບຂອງຜູ້ນຳຊຸດໃໝ່ຂອງຈີນ.”

 

“ຍຸກການເມືອງອັນໃໝ່ພວມເປີດສາກຢູ່ປະເທດຈີນ” “ປະເທດຈີນພວມກ້າວເຂົ້າສູ່ ທົດສະວັດແຫ່ງຄວາມກ້າວໜ້າຄັ້ງໃໝ່”… ສື່ມວນຊົນຕ່າງໆໃນໂລກພາກັນບັນລະຍາຍຄວາມໝາຍສຳຄັນທີ່ທ່ານສີຈິ້ນຜິງຮັບໜ້າທີ່ໃນການສືບຕໍ່ພັດທະນາປະເທດຈີນ.

 

“ຄວາມປາຖະໜາຂອງປະຊາຊົນທີ່ມີຕໍ່ຊີວິດການເປັນຢູ່ອັນດີງາມ, ແມ່ນເປົ້າໝາຍສູ້ຊົນຂອງພວກເຮົາ.”

 

ຢູ່ໃນກອງປະຊຸມພົບປະກັບນັກຂ່າວ, ຄວາມເວົ້າທີ່ລຽບງ່າຍ ແລະ ຈິງໃຈຄວາມນີ້ຂອງທ່ານສີຈິ້ນຜິງ, ໄດ້ຖືກຊາວໂລກຍົກຂຶ້ນມາເທື່ອແລ້ວເທື່ອເລົ່າ, ເຊິ່ງກາຍເປັນຄຳສາບານຕົວທີ່ດັງກ້ອງກັງວານທີ່ສຸດຂອງຊາວພັກກອມມູນິດຈີນໃນຍຸກໃໝ່.

 

ອຸດົມການແຕ່ຫົວທີ່ນີ້, ໄດ້ແຕກໜໍ່ຈໍ່ແໜງຕັ້ງແຕ່ໄລຍະເວລາທີ່ຝັງຮາກເລິກຢູ່ຕາມເຂດດິນເຫຼືອງ, ແລະບໍ່ເຄີຍຫວັ່ນໄຫວຄອນແຄນຈັກເທື່ອ.

 

ປີ 1975, ໃນເວລາທີ່ທ່ານສີຈິ້ນຜິງ ອາຍຸ 22 ປີ ໄດ້ອຳລາຈາກເຂດດິນເຫຼືອງທີ່ເຄີຍເຮັດວຽກໄຮ່ການນາມາເປັນເວລາ 7 ປີແລ້ວນັ້ນ, ໄດ້ມີເປົ້າໝາຍທີ່ໜັກແໜ້ນໃນຊີວິດຂອງຕົນ.

 

“ໃນເວລານັ້ນ, ຂ້າພະເຈົ້າເຄີຍເວົ້າວ່າ: ຖ້າວ່າມື້ໜ້າມີເງື່ອນໄຂ ມີໂອກາດ, ຂ້າພະເຈົ້າຕ້ອງເຮັດວຽກທີ່ເປັນປະໂຫຍດໃຫ້ກັບພີ່ນ້ອງປະຊາຊົນ.”

 

ຈາກບ້ານຫຼຽງເຈ່ຍເຫີ, ຮອດເມືອງເຈີ້ງຕິ້ງ, ແຂວງຟູຈ້ຽນ, ແຂວງເຈີ້ຈ່ຽງ ນະຄອນຊຽງໄຮ້ ຕະຫຼອດຮອດຂັ້ນສູນກາງ, ເພິ່ນບໍ່ໄດ້ປ່ຽນທາດແທ້ ແລະ ອຸດົມການຂອງຕົນຈັກເທື່ອ ຍັງຄົງສະເໝີຕົ້ນສະເໝີປາຍມາໂດຍຕະຫຼອດ.

 

ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເມື່ອປີ 2012 ມາຮອດປັດຈຸບັນນີ້, ຈີນໄດ້ບັນລຸເປົ້າໝາຍສູ້ຊົນຮ້ອຍປີເຫດການທີ 1, ປະຊາຊາດຈີນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກເດັດຖານຢ່າງສິ້ນເຊີງ, ຢູ່ຕາມດິນແດນປະເທດຈີນໄດ້ສ້າງສັງຄົມອີ່ມໜຳສຳລານຢ່າງຮອບດ້ານ, ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນໄດ້ກ້າວເຂົ້າສູ່ຂະບວນການປະຫວັດສາດທີ່ບໍ່ສາມາດປີ້ນຄືນໄດ້.

 

ການເວລາຜ່ານໄປຢ່າງງຽບໆ, ແຕ່ໄດ້ແຕ່ງມະຫາກາບປະຫວັດສາດທີ່ສະຫງ່າງາມທີ່ສຸດ.

 

ໃນມະຫາກາບປະຫວັດສາດຍຸກປັດຈຸບັນສະບັບນີ້, ບໍ່ພຽງແຕ່ມີຜົນສຳເລັດຄັ້ງປະຫວັດສາດ, ແລະການປະຕິຮູບຄັ້ງປະຫວັດສາດເທົ່ານັ້ນ, ຍັງໄດ້ບັນທຶກຄວາມຮູ້ສຶກທີ່ໄດ້ຮັບຜົນປະໂຫຍດ, ຄວາມຮູ້ສຶກມີຄວາມຜາສຸກ ແລະ ຄວາມຮູ້ສຶກປອດໄພທີ່ຊາວຈີນທຸກຄົນສາມາດເຂົ້າເຖິງໄດ້.

 

ໃນຂະນະນີ້, ພວກເຮົາຫວນຄືນເຖິງ 10 ປີກ່ອນ, ກໍແມ່ນຄຳໝັ້ນສັນຍາທີ່ລຽບງ່າຍ ແລະ ໜັກແໜ້ນຄວາມນັ້ນ, ໄດ້ສ້າງຄວາມມີກຽດ ແລະ ຄວາມໃຝ່ຝັນໃນຍຸກສະໄໝທີ່ຍິ່ງໃຫຍ່.

 

“ປະຊາຊົນໄດ້ຈັດເອົາຂ້າພະເຈົ້າໄວ້ຢູ່ໃນຕຳແໜ່ງນີ້, ຂ້າພະເຈົ້າກໍຕ້ອງຖືເອົາປະຊາຊົນໄວ້ຢູ່ໃນໃຈໃນຖານະສູງສຸດຢ່າງສະເໝີຕົ້ນສະເໝີປາຍ.”

 

“ຂ້າພະເຈົ້າຈະບໍ່ຄິດເພື່ອຕົນເອງ, ແລະຈະບໍ່ເຮັດໃຫ້ປະຊາຊົນຜິດຫວັງ”.ນີ້ຄືຄຳໝັ້ນສັນຍາທີ່ໜັກແໜ້ນຂອງຜູ້ນຳປະຊາຊົນ.