ທ່ານສີຈິ້ນຜິງຢູ່ຕາມທົ່ງນາ

2022-04-21 19:27:30 cri



ທ່ານສີຈິ້ນຜິງມີສາຍຜູກພັນຢ່າງເລິກເຊິ່ງກັບຊາວກະສິກອນ, ທ່ານມັກເອີ້ນຕົນເອງວ່າ: “ລູກຊາຍຂອງເຂດດິນເຫຼືອງ”, ໃນຫຼາຍກາລະໂອກາດ, ທ່ານໄດ້ກ່າວເຖິງປະສົບການທີ່ເຮັດວຽກໄຮ່ການນາຢູ່ບ້ານຫຼຽງເຈ່ຍເຫີ.

 

ທ່ານສີຈິ້ນຜິງໄດ້ຖືສຳຄັນທີ່ສຸດຕໍ່ໄລຍະເວລາ 7 ປີທີ່ເປັນໄວໜຸ່ມປັນຍາຊົນລົງພື້ນຖານເຮັດວຽກກະສິກຳຢູ່ຊົນນະບົດ. ຫຼັງຈາກນັ້ນ, ບໍ່ວ່າທ່ານເຮັດວຽກຢູ່ທ້ອງຖິ່ນ ຫຼື ສູນກາງກໍຕາມ, ທ່ານກໍມັກຢູ່ນຳຊາວກະສິກອນ. ໃນເວລາທີ່ໄປສຳຫຼວດກວດກາວຽກງານ, ທ່ານມັກຍ່າງໄປຕາມຄັນນາ, ກວດເບິ່ງຜົນເກັບກ່ຽວ, ລົມເລື່ອງຊີວິດປະຈຳວັນ, ຄິດໄລ່ລາຍຮັບ ແລະ ຖາມຄວາມປາຖະໜາຂອງພີ່ນ້ອງປະຊາຊົນ. ໃນຫຼາຍປີຜ່ານມານີ້, ທ່ານໄດ້ປະຕິບັດຕາມອຸດົມການທີ່ວ່າ “ສະແຫວງຫາຜົນປະໂຫຍດໃຫ້ແກ່ພີ່ນ້ອງປະຊາຊົນ, ພາປະຊາຊົນກ້າວໄປສູ່ຊີວິດການເປັນຢູ່ທີ່ມີຄວາມສຸກ” ຕະຫຼອດມາ.

 

ມີຮູບຖ່າຍເກົ່າໃບໜຶ່ງ ຕອນທ່ານສີຈິ້ນຜິງແບກຈົກລົງນາ ເຊິ່ງປະຊາຊົນຈີນໄດ້ຮັບຮູ້ຢ່າງກວ້າງຂວາງ.

 



ນັ້ນຄືປີ 1989, ທ່ານສີຈິ້ນຜິງທີ່ເປັນເລຂາຄະນະພັກເຂດນິງເຕີແຂວງຟູຈ້ຽນໄດ້ນຳພາພະນັກງານອົງການສັງກັດຄະນະພັກເຂດນິງເຕີເຂົ້າຮ່ວມການອອກແຮງງານດ້ວຍຄວາມສະໝັກໃຈ, ທ່ານໄດ້ແບກຈົກໃສ່ບ່າ, ຍ່າງໄປຕາມຄັນນາດ້ວຍບາດກ້າວຍາວ ຢ່າງມີທ່າທາງສະຫງ່າ, ເຊິ່ງພາບພົດແນວນີ້ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ພີ່ນ້ອງປະຊາຊົນໃນໄລຍະທີ່ທ່ານເຮັດວຽກຢູ່ເຂດນິງເຕີ.

 

ທ່ານສີຈິ້ນຜິງເຄີຍເວົ້າວ່າ: “ຂ້າພະເຈົ້າໄປຊົນນະບົດເລື້ອຍໆ, ພົບກັບຊາວກະສິກອນ, ຮັບຮູ້ຄວາມເປັນຢູ່ທຸກສຸກຂອງເຂົາເຈົ້າ.”

 

ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ທ່ານສີຈິ້ນຜິງໄປສຳຫຼວດກວດກາວຽກງານຢູ່ທ້ອງຖິ່ນທຸກເທື່ອ ເພິ່ນກໍຈະໄປຊົນນະບົດ, ໄປຢ້ຽມຢາມຊາວກະສິກອນຢູ່ເຂດພູດອຍຫ່າງໄກສອກຫຼີກ. ແລະເອົາໃຈໃສ່ທີ່ສຸດຕໍ່ລາຍຮັບ ແລະ ຊີວິດການເປັນຢູ່ຂອງເຂົາເຈົ້າ.

 



ວັນທີ 9 ພຶດສະພາປີ 2014, ທ່ານສີຈິ້ນຜິງໄດ້ໄປກວດເບິ່ງສະພາບການເຕີບໃຫຍ່ຂອງເຂົ້າເບຼຢູ່ທົ່ງນາປູກພືດພັນທັນຍາຫານທີ່ໃຊ້ມາດຕະຖານສູງທີ່ແຂວງເຫີນານ.

 

ທ່ານສີຈິ້ນຜິງໄດ້ຍ່າງຂຶ້ນຄັນນາ ຢືນຢູ່ທ່າມກາງທົ່ງນາເພື່ອຈ້ອງເບິ່ງສະພາບການເຕີບໃຫຍ່ຂອງເຂົ້າເບຼ. ທ່ານເວົ້າວ່າ: “ພວກເຮົາລ້ວນແຕ່ເປັນຊາວກະສິກອນຄືກັນ, ຕົ້ນເຂົ້າເບຼເຕີບໃຫຍ່ໄດ້ດີແບບນີ້, ຂ້າພະເຈົ້າຮູ້ສຶກດີໃຈຄືກັນກັບພວກສະຫາຍ. ຄັນໃຊ້ຄຳເວົ້າທີ່ພີ່ນ້ອງຊາວກະສິກອນມັກເວົ້າກັນກໍຄື: ເຂົ້າໜົມໝານໂຖໃນປີນີ້ ສາມາດຮັບປະກັນໄດ້ແລ້ວ.”

 

ເມື່ອຢືນຢູ່ຕາມຄັນນາ, ສິ່ງທີ່ທ່ານສີຈິ້ນຜິງໄດ້ຄິດເຖິງ ແລະ ປາຖະໜານັ້ນແມ່ນ: ຊາວກະສິກອນຈະໄດ້ຮັບຜົນເກັບກ່ຽວທີ່ດີ, ແລະມີລາຍຮັບສູງກວ່າເກົ່າ.

 

ທ່ານສີຈິ້ນຜິງກ່າວວ່າ: “ວຽກງານກະສິກຳ ແລະ ຊົນນະບົດ, ເວົ້າເປັນພັນເປັນໝື່ນເທື່ອ ຂໍກຸນແຈສຳຄັນກໍຍັງແມ່ນການເພີ່ມລາຍຮັບຂອງຊາວກະສິກອນ, ຕ້ອງເລັ່ງລັດສ້າງກົນໄກນະໂຍບາຍທີ່ມີຜົນຍາວນານເພື່ອຊຸກຍູ້ໃຫ້ຊາວກະສິກອນມີລາຍຮັບເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ວ່ອງໄວ, ເຮັດໃຫ້ຊາວກະສິກອນຈຳນວນມະຫາສານຮັ່ງມີຂຶ້ນໂດຍໄວ.”

 

ໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຫຼື ກອງປະຊຸມສອງສະພາທົ່ວປະເທດປີ 2020, ໃນເວລາຢ້ຽມຢາມສະມາຊິກວົງການເສດຖະກິດທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 3 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຊຸດທີ 13, ທ່ານສີຈິ້ນຜິງໄດ້ກ່າວດ້ວຍຄວາມປະທັບໃຈວ່າ: “ຄົນຮຸ່ນພວກເຮົາມີຈິດໃຈຢ່າງໜຶ່ງ ຄື: ຊ່ວຍເຫຼືອພີ່ນ້ອງປະຊາຊົນ ໂດຍສະເພາະແມ່ນຊາວກະສິກອນ.” ທ່ານສີຈິ້ນຜິງຍັງໄດ້ກ່າວເຖິງເລື່ອງໃນອະດີດທີ່ເພິ່ນເອງລົງພື້ນຖານເຮັດວຽກໄຮ່ການນາຢູ່ບ້ານຫຼຽງເຈ່ຍເຫີ, ຖາມຄວາມປາຖະໜາຂອງພີ່ນ້ອງປະຊາຊົນໃນເວລາອຶດຫິວ.

 

ຄວາມເວົ້າທີ່ເປັນກັນເອງທຸກຄວາມ, ການຈັບມືດ້ວຍຄວາມຈິງໃຈທຸກເທື່ອ, ລ້ວນແຕ່ເຮັດໃຫ້ຊາວກະສິກອນຫຼາຍຮ້ອຍລ້ານຄົນຮູ້ສຶກອົບອຸ່ນຫຼາຍ.

 

ຈີນເປັນປະເທດໃຫຍ່ດ້ານກະສິກຳທີ່ມີປະຊາຊົນຈຳນວນຫຼວງຫຼາຍ, ການເນັ້ນໜັກພັດທະນາກະສິກຳໃຫ້ເປັນພື້ນຖານທີ່ໜັກແໜ້ນນັ້ນແມ່ນພື້ນຖານທີ່ເຮັດໃຫ້ປະຊາຊົນມີຄວາມສະຫງົບ ແລະ ເປັນຂໍກຸນແຈໃນການປົກຄອງບໍລິຫານປະເທດ. ຢູ່ໃນໃຈຂອງທ່ານສີຈິ້ນຜິງ, ການແກ້ໄຂບັນຫາສະບຽງອາຫານໃຫ້ດີນັ້ນແມ່ນວຽກງານສຳຄັນອັນດັບໜຶ່ງໃນການປົກຄອງບໍລິຫານປະເທດ ມາໂດຍຕະຫຼອດ.


ຕອນບ່າຍວັນທີ 6 ມີນາ ປີ 2022, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມສະມາຊິກວົງການກະສິກຳ, ສະຫວັດດີການສັງຄົມ ແລະ ປະກັນສັງຄົມທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 5 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຊຸດທີ 13 ແລະ ເຂົ້າຮ່ວມກອງປະຊຸມພິຈາລະນາປະສົມ, ໂດຍໄດ້ເນັ້ນໜັກເຖິງບັນຫາທີ່ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ.

 

ໃນກອງປະຊຸມ, ສະມາຊິກສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຫຼາຍທ່ານໄດ້ເວົ້າເຖິງບັນຫາຄວາມໝັ້ນຄົງດ້ານສະບຽງອາຫານໃນດ້ານຕ່າງໆ. ທ່ານສີຈິ້ນຜິງໄດ້ຮັບຟັງຢ່າງລະອຽດແລ້ວໄດ້ຕັ້ງຄຳຖາມໜຶ່ງ ຄື: “ໃຜຈະລ້ຽງປະເທດຈີນໄດ້?” ທ່ານໄດ້ເວົ້າດ້ວຍຄວາມເດັດດ່ຽວວ່າ: “ຈີນຕ້ອງເພິ່ງຕົນເອງກຸ້ມຕົນເອງ, ລ້ຽງຕົນເອງໃຫ້ໄດ້.” “ສຳລັບປະເທດໃຫຍ່ທີ່ມີປະຊາກອນ 1,4 ຕື້ຄົນແລ້ວ, ຍາມໃດກໍບໍ່ຄວນປະໝາດ ຫຼື ຫຼຸດຜ່ອນຖານະພື້ນຖານຂອງກະສິກຳ.” “ຖ້າວ່າອາໄສການນຳເຂົ້າສະບຽງອາຫານ, ພວກເຮົາກໍຈະຖືກຜູ້ອື່ນຄວບຄຸມໄດ້.”

 

ວັນທີ 25 ກັນຍາປີ 2018, “ບຸນເກັບກ່ຽວຂອງຊາວກະສິກອນຈີນ” ຄັ້ງທຳອິດຫາກໍຜ່ານພົ້ນໄປ, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດກາວຽກງານຢູ່ແຂວງເຮີຍໂລງຈ່ຽງ, ແລະໄດ້ກ່າວວ່າ: “ຊາວຈີນຕ້ອງຈັບຖ້ວຍເຂົ້າໄວ້ໃນກຳມືຂອງຕົນ, ແລະຕ້ອງໃສ່ສະບຽງອາຫານຂອງຈີນເອງ”, ເຊິ່ງມີຄວາມໝາຍຢ່າງເລິກເຊິ່ງ.

 



ວັນທີ 16 ກໍລະກົດປີ2015, ທ່ານສີຈິ້ນຜິງໄດ້ສຳຫຼວດກວດເບິ່ງສະພາບການເຕີບໃຫຍ່ຂອງຕົ້ນເຂົ້ານາຢູ່ບ້ານກວ່າງຕຸ່ງເມືອງເຫີລົງກິ່ງແຂວງຢຽນປ່ຽນແຂວງຈີລິນ

 

ປີ 2020, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດກາວຽກງານຢູ່ແຂວງຈີລິນ, ບ່ອນທຳອິດຍັງເປັນທົ່ງນາ, ເມື່ອຈ້ອງເບິ່ງທົ່ງນາຄຸນນະພາບດີຈາກທາງໄກ, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກອີກເທື່ອໜຶ່ງເຖິງການຜະລິດສະບຽງອາຫານ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ.

 



ປີ2020, ທ່ານສີຈິ້ນຜິງສຳຫຼວດກວດກາວຽກງານຢູ່ເມືອງເຮີລານນະຄອນຢິນຊ່ວນເຂດປົກຄອງຕົນເອງເຜົ່າຮຸຍນິງເຊ້ຍ.

 

ຍ້ອນວ່າເຄີຍແບກຈົກ ເຮັດວຽກໄຮ່ການນາແບບມີເຫື່ອໄຫຼໄຄຍ້ອຍ, ຈຶ່ງໄດ້ຮູ້ວ່າ: ເຂົ້າທຸກເມັດລ້ວນແຕ່ມາຈາກເຫື່ອແຮງຂອງຊາວກະສິກອນ; ຍ້ອນວ່າເຄີຍອຶດຫິວ, ຈຶ່ງໄດ້ຕັ້ງອຸດົມການທີ່ໃຫ້ພີ່ນ້ອງປະຊາຊົນມີຊີວິດການເປັນຢູ່ທີ່ດີ. ໃນ ຫຼາຍປີຜ່ານມານີ້, ທ່ານສີຈິ້ນຜິງໄດ້ຍ່າງເຂົ້າສູ່ທ່າມກາງທົ່ງນາຫຼາຍເທື່ອ, ຈັບ ຮວງເຂົ້າ, ກວດເບິ່ງເມັດເຂົ້າ ສັງເກດເບິ່ງຜົນເກັບກ່ຽວ, ເຊິ່ງເພິ່ນໄດ້ກ້າວເດີນໄປດ້ວຍຮອຍຍິ້ມ ມີບາດກ້າວທີ່ໜັກແໜ້ນ ແລະ ທຸ່ນທ່ຽງ.