ວັນທີ 19 ເມສານີ້, ສູນວັດທະນະທຳຈີນປະຈຳນະຄອນຫຼວງບາງກອກປະເທດໄທໄດ້ເປີດນຳໃຊ້ LOGO ການລະນຶກວັນສ້າງຕັ້ງສູນດັ່ງກ່າວຄົບຮອບ 10 ປີຢ່າງເປັນທາງການ. ເຈົ້າໜ້າທີ່ສູນແຫ່ງນີ້ກ່າວວ່າ: ປີນີ້ແມ່ນປີສ້າງຕັ້ງສູນວັດທະນະທຳຈີນປະຈຳນະຄອນຫຼວງບາງກອກຄົບຮອບ 10 ປີ ເຊິ່ງທາງສູນຕົນຈະຈັດກິດຈະກຳສະເຫຼີມສະຫຼອງຢ່າງຄຶກຄື້ນ.
ສູນວັດທະນະທຳຈີນປະຈຳນະຄອນຫຼວງບາງກອກໄດ້ສ້າງຕັ້ງຂຶ້ນໃນເດືອນພະຈິກປີ 2012 ພາຍໃຕ້ການເປັນສັກຂີພິຍານຂອງຜູ້ນຳສອງປະເທດຈີນແລະໄທ, ແມ່ນສູນວັດທະນະທຳຈີນແຫ່ງທຳອິດທີ່ສ້າງຂຶ້ນຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້.
ທ່ານສາງຢູເໝິງ ທີ່ປຶກສາວັດທະນະທຳຂອງສະຖານທູດຈີນປະຈຳໄທກ່າວວ່າ: 10 ປີມານີ້, ສູນວັດທະນະທຳຈີນປະຈຳນະຄອນຫຼວງບາງກອກໄດ້ກາຍເປັນເວທີສຳຄັນໃນການສະແດງວັດທະນະທຳອັນຍອດຍິ່ງ ແລະ ພາບພົດຂອງຊາດຈີນຕໍ່ສັງຄົມໄທ.