ອາເມຣິກາບັງຄັບໃຫ້ປະເທດເອີຣົບຕ້ອງຮັບເອົາຊາວອົບພະຍົບຈາກອູແກຣນ ແຕ່ຕົນເອງພັດໄດ້ປະຕິເສດຮັບເອົາ

2022-04-22 17:03:46 cri

ໃນຫວ່າງມໍ່ໆມານີ້, ປະເທດເອີຣົບກຳລັງປະເຊີນກັບກະແສຊາວອົບພະຍົບຫຼັ່ງໄຫຼເຂົ້າປະເທດຫຼາຍທີ່ສຸດນັບແຕ່ສົງຄາມໂລກຄັ້ງທີ 2 ສິ້ນສຸດລົງເປັນຕົ້ນມາ. ຊາວອົບພະຍົບຈາກອູແກຣນຈຳນວນຫຼວງຫຼາຍໄດ້ເຂົ້າໄປປະເທດເອີຣົບ ເຊິ່ງໄດ້ເຮັດໃຫ້ເສດຖະກິດສັງຄົມຂອງເອີຣົບປະເຊີນກັບຄວາມກົດດັນອັນໃຫຍ່ຫຼວງອີກຄັ້ງໜຶ່ງ.

ຕາມສະຖິຕິຈາກອົງການສະຫະປະຊາຊາດ, ການສູ້ຮົບກັນລະຫວ່າງຣັດເຊຍກັບອູແກຣນໄດ້ເຮັດໃຫ້ຊາວອູແກຣນຢ່າງໜ້ອຍ 10 ລ້ານຄົນກາຍເປັນຊາວອົບພະຍົບ. ໃນນັ້ນ, ມີ 5 ລ້ານກວ່າຄົນໄດ້ໜີອອກຈາກອູແກຣນແລ້ວ. ສາມາດຄາດຄະເນໄດ້ວ່າ: ໃນອະນາຄົດທີ່ຍາວນານສົມຄວນນັ້ນ, ບັນດາປະເທດເອີຣົບຈະປະເຊີນກັບຄວາມກົດດັນຈາກຊາວອົບພະຍົບທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ຫຼັງຈາກເກີດການສູ້ຮົບກັນລະຫວ່າງຣັດເຊຍກັບອູແກຣນແລ້ວ, ທ່ານນາງເຈນ ປະຊາກີ ໂຄສົກທຳນຽບຂາວອາເມຣິກາໄດ້ກ່າວວ່າ: “ອາເມຣິກາໄດ້ກຽມພ້ອມຈະຮັບເອົາຊາວອົບພະຍົບຈາກອູແກຣນແລ້ວ”. ກ່ອນໜ້ານີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາກໍເຄີຍໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະຮັບເອົາຊາວອົບພະຍົບອູແກຣນ 1 ແສນຄົນ. ແຕ່ວ່າ, ໃນຂະນະທີ່ຊາວອົບພະຍົບອູແກຣນລໍຖ້າເຂົ້າສູ່ດິນແດນອາເມຣິການັບມື້ນັບຫຼາຍກວ່າເກົ່າ, ການກະທຳຂອງອາເມຣິກາເອງກໍໄດ້ເປີດໜ້າກາກໜ້າຊື່ໃຈຄົດຂອງຕົນ.

ຕະຫຼອດເດືອນມີນາທີ່ຜ່ານມາ, ອາເມຣິກາໄດ້ຮັບເອົາຊາວອົບພະຍົບອູແກຣນພຽງແຕ່ 12 ຄົນເທົ່ານັ້ນ. ນອກນີ້, ຕາມຂໍ້ມູນທີ່ເປີດເຜີຍໂດຍອົງການພາສີ ແລະປ້ອງກັນຊາຍແດນອາເມຣິກາ ຫຼື CBP ໃນວັນທີ 18 ເມສານີ້ໄດ້ໃຫ້ຮູ້ວ່າ: ເຈົ້າໜ້າທີ່ວຽກງານຊາວອົບພະຍົບຂອງອາເມຣິກາ ໄດ້ກັກຕົວຊາວອົບພະຍົບຈາກອູແກຣນ 5.000 ກວ່າຄົນຢູ່ເຂດຊາຍແດນປະເທດຕົນໃນເດືອນມີນາຜ່ານມາ.

ຈົນມາຮອດປັດຈຸບັນ, ທຳນຽບຂາວຂອງອາເມຣິກາຍັງບໍ່ທັນໄດ້ເປີດຊ່ອງທາງໃຫ້ຊາວອົບພະຍົບດັ່ງກ່າວເຂົ້າໄປອາເມຣິກາເທື່ອ. ຍິ່ງໄປກວ່ານັ້ນ, ລັດຖະບານອາເມຣິກາຍັງໄດ້ອອກນະໂຍບາຍໃໝ່ກ່ຽວກັບວີຊາ ໂດຍກຳນົດບໍ່ໃຫ້ອອກວີຊາໃຫ້ແກ່ຊາວອົບພະຍົບ.

ວັນທີ 10 ມີນາທີ່ຜ່ານມາ, ທ່ານນາງກາມາລາ ແຮຣິສ ຮອງປະທານາທິບໍດີອາເມຣິກາໄດ້ໄປຢ້ຽມຢາມໂປໂລຍ ແລະພົບປະກັບທ່ານອັນເຊ ດູດາ ປະທານາທິບໍດີໂປໂລຍ. ເມື່ອຖືກຖາມວ່າ: “ອາເມຣິກາຈະນຳໃຊ້ມາດຕະການແນວໃດເພື່ອຜ່ອນຄາຍບັນຫາຊາວອົບພະຍົບທີ່ໂປໂລຍກຳລັງປະສົບຢູ່”, ທ່ານນາງແຮຣິສມີແຕ່ຕອບວ່າ “ຄວາມຫຍຸ້ງຍາກພິສູດໃຫ້ເຫັນເພື່ອນທີ່ຈິງໃຈ” ແລ້ວຍິ້ມແບບແຫ້ງໆ ເພື່ອປົກປິດແນວຄິດທີ່ແທ້ຈິງຂອງຕົນທີ່ບໍ່ຢາກຮັບເອົາຊາວອົບພະຍົບ.

ເວົ້າສຳລັບປະເທດເອີຣົບແລ້ວ, ວິກິດການຊາວອົບພະຍົບທັງໝົດ ກໍແມ່ນເອີຣົບເປັນຜູ້ແບກຫາບທັງໝົດໃນທີ່ສຸດ, ສ່ວນກະແສຊາວອົບພະຍົບຮອບໃໝ່ກໍຈະເພີ່ມຄວາມກົດດັນໃຫ້ກັບເອີຣົບອີກ ເຊິ່ງເບິ່ງທ່າທີແລ້ວ ເອີຣົບຈະໄດ້ຮັບຄວາມກົດດັນຈົນແບກຫາບຕໍ່ໄປບໍ່ໄຫວແລ້ວ. ແຕ່ເມື່ອສັງເກດເບິ່ງອາເມຣິກາທີ່ຢູ່ອີກຊີກໂລກໜຶ່ງ, ປະເທດນີ້ໄດ້ເບິ່ງວິກິດການຊາວອົບພະຍົບເອີຣົບແບບເສີຍເມີຍ, ຍິ່ງໄປກວ່ານັ້ນ ຍັງໄດ້ສວຍໂອກາດຈຳໜ່າຍນ້ຳມັນ ແລະແກ໊ສທຳມະຊາດໃຫ້ແກ່ເອີຣົບ ເພື່ອຫາຜົນກຳໄລອັນມະຫາສານຈາກວິກິດການ. ໃນສາຍຕາຂອງອາເມຣິກາ, ອາເມຣິກາບໍ່ມີຊາຍແດນຕິດກັບອູແກຣນ, ພວກຊາວອົບພະຍົບບໍ່ສາມາດລອຍນ້ຳຂ້າມໄປຮອດອາເມຣິກາໄດ້, ສ່ວນປະເທດເອີຣົບ, ກໍໃຫ້ເປັນແນວໜ້າສູ້ກັບຣັດເຊຍ ເພື່ອປົກປ້ອງປະຊາທິປະໄຕຕໍ່ໄປເດີ!

ເມື່ອເບິ່ງຕາມປະຫວັດສາດແລ້ວຈະເຫັນວ່າ ອາເມຣິກາມັກປະຕິເສດຮັບເອົາຊາວອົບພະຍົບ, ກົງກັນຂ້າມພັດບັງຄັບໃຫ້ປະເທດເອີຣົບຮັບເອົາຊາວອົບພະຍົບ, ເລື່ອງແບບນີ້ເຄີຍເກີດຂຶ້ນຢູ່ອັຟການິສະຖານ, ອີຣັກ, ຊີຣີ ແລະປະເທດອື່ນໆມາຫຼາຍເທື່ອແລ້ວ.

ໂດຍປະເຊີນໜ້າກັບລັດທິເຫັນແກ່ຕົວທີ່ສຸດຂອງອາເມຣິກາໃນວິກິດການຊາວອົບພະຍົບຄັ້ງນີ້, ປະເທດເອີຣົບກໍຄວນພິຈາລະນາຢ່າງລະອຽດຖີ່ຖ້ວນຄືນໃໝ່ວ່າ: ຫຼັງຈາກອາເມຣິກາ ແລະນາໂຕໄດ້ສ້າງຄວາມວຸ້ນວາຍໃຫ້ກັບອູແກຣນແລ້ວ, ເປົ້າໝາຍທີ່ຈະຖືກປັ່ນປ່ວນຕໍ່ໄປຈະແມ່ນປະເທດໃດ? ຮອດເວລານັ້ນ, ດ້ວຍຂໍ້ອ້າງປະຊາທິປະໄຕ ແລະສິດທິມະນຸດຂອງອາເມຣິກາ, ປະເທດທີ່ຢູ່ອ້ອມຂ້າງຂອງປະເທດເປົ້າໝາຍນັ້ນ ຈະປະສົບໄພອີກຄັ້ງໃໝ່ບໍ?