ຄະນະຜູ້ຕາງໜ້າຈາກປະເທດປະທານໝູນວຽນອາຊຽນຢ້ຽມຢາມມຽນມາ

2022-04-22 16:19:59 cri

ວັນທີ 20 ເມສານີ້, ຄະນະກຳມະການເພື່ອຄວາມສາມັກຄີແຫ່ງຊາດ ແລະການປຶກສາຫາລືເພື່ອສັນຕິພາບ ຫຼື NSPC ທີ່ຈັດຕັ້ງຂຶ້ນໂດຍຄະນະກຳມະການການບໍລິຫານງານແຫ່ງຊາດມຽນມາ ໄດ້ພົບປະກັບຄະນະຜູ້ຕາງໜ້າຈາກປະເທດປະທານໝູນວຽນອາຊຽນ ຢູ່ນະຄອນຫຼວງເນປີດໍ ປະເທດມຽນມາ.

ການພົບປະດັ່ງກ່າວໄດ້ຈັດຂຶ້ນຢູ່ສຳນັກງານຄະນະກຳມະການເພື່ອຄວາມສາມັກຄີແຫ່ງຊາດ ແລະການປຶກສາຫາລືເພື່ອສັນຕິພາບ ທີ່ນະຄອນຫຼວງເນປີດໍ ປະເທດມຽນມາ. ໃນການພົບປະຄັ້ງນີ້, ຜູ້ຕາງໜ້າສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນຢ່າງເລິກເຊິ່ງກ່ຽວກັບສະຖານະການມຽນມາໃນປັດຈຸບັນ ແລະບັນຫາອື່ນໆທີ່ສອງຝ່າຍມີຄວາມສົນໃຈ. ຝ່າຍມຽນມາໄດ້ແຈ້ງໃຫ້ຄະນະຜູ້ຕາງໜ້າຈາກປະເທດປະທານໝູນວຽນອາຊຽນຮັບຮູ້ ກ່ຽວກັບສະຖານະການຢູ່ມຽນມາໃນປັດຈຸບັນ, ການຊ່ວຍເຫຼືອຂອງປະເທດຕ່າງໆໃນດ້ານມະນຸດສະທຳຢູ່ມຽນມາ ແລະອື່ນໆ.

ນອກນີ້, ຄະນະຜູ້ຕາງໜ້າຈາກປະເທດປະທານໝູນວຽນອາຊຽນ ແລະຝ່າຍມຽນມາ ຍັງໄດ້ປຶກສາຫາລືກັນກ່ຽວກັບການໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳແກ່ມຽນມາ, ການໃຫ້ການສະໜັບສະໜູນທຸກຢ່າງທີ່ສາມາດເປັນໄປໄດ້ແກ່ມຽນມາ ເພື່ອຂະບວນການສັນຕິພາບຢູ່ມຽນມາ, ການຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂຂໍ້ຂັດແຍ້ງຢູ່ມຽນມາ ແລະອື່ນໆ.