ກອງປະຊຸມສຸດຍອດສະພາການທ່ອງທ່ຽວໂລກໄດ້ຈັດຂຶ້ນຢູ່ຟີລິບປີນ

2022-04-22 16:12:32 cri

ຕອນເຊົ້າວັນທີ 21 ເມສານີ້, ກອງປະຊຸມສຸດຍອດສະພາການທ່ອງທ່ຽວໂລກໄດ້ຈັດຂຶ້ນຢູ່ນະຄອນຫຼວງມະນີລາປະເທດຟີລິບປີນ.

ກອງປະຊຸມສຸດຍອດຄັ້ງນີ້ໄດ້ເນັ້ນໃສ່ຫົວຂໍ້: “ການຄົ້ນຄວ້າກ່ຽວກັບວິທີການທ່ອງທ່ຽວແບບໃໝ່”, ເປົ້າໝາຍກໍເພື່ອສະໜັບສະໜູນຂະແໜງການທ່ອງທ່ຽວໃຫ້ສາມາດຟື້ນຄືນໄດ້ແລະສາມາດເປີດການທ່ອງທ່ຽວໃນອະນາຄົດທີ່ປອດໄພກວ່າເກົ່າ, ມີລັກສະນະເໝາະກັບສະຖານະການກວ່າເກົ່າ, ມີລັກສະນະກວມລວມແລະແບບຍືນຍົງ.

ສະພາການທ່ອງທ່ຽວໂລກໄດ້ສ້າງຕັ້ງຂຶ້ນເມື່ອປີ 1990, ແມ່ນເວທີປຶກສາຫາລືຂອງຜູ້ນຳໃນຂະແໜງການທ່ອງທ່ຽວຂອງໂລກ, ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງລອນດອນຂອງອັງກິດ.