ຮອງນາຍົກສິງກະໂປເຂົ້າຮ່ວມເວທີປຶກສາຫາລືອາຊີໂປອາວຜ່ານທາງອອນລາຍ

2022-04-23 13:49:47 cri


ຫວ່າງມໍ່ໆມານີ້ ໃນເວລາເຂົ້າຮ່ວມກອງປະຊຸມປະຈຳປີ2022ຂອງເວທີປຶກສາຫາລືອາຊີໂປອາວ, ທ່ານ ເຮັງສວີເກັດ ຮອງນາຍົກລັດຖະມົນຕີສິງກະໂປໄດ້ກ່າວເນັ້ນວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ສະແດງໃຫ້ເຫັນເຖິງການເຊື່ອມໂຍງເຂົ້າກັນແລະອາໄສເຊິ່ງກັນແລະກັນໃນທົ່ວໂລກ,ມະນຸດເຮົາຄວນຈື່ໄວ້ວ່າ ການພັດທະນາແລະຄວາມຈະເລີນຮຸ່ງເຮືອງແມ່ນປາກົດຜົນເປັນຈິງໂດຍຜ່ານການຮ່ວມມືກັນ.ສະນັ້ນ,ທ່ານສະເໜີໃຫ້ບັນດາປະເທດໃນອາຊີຈົ່ງສືບຕໍ່ເສີມສ້າງໂຄງປະກອບພາກພື້ນແລະການພົວພັນຄູ່ຮ່ວມມືດ້ວຍຮູບແບບເປີດປະຕູແລະເປີດໃຈຍອມຮັບ, ກຳແໜ້ນໂອກາດການພັດທະນາໃໝ່,ພ້ອມທັງເສີມສ້າງເສດຖະກິດຂອງປະເທດຕົນ.

ທ່ານ ເຮັງສວີເກັດ ກ່າວຕື່ມວ່າ: ອັດຕາໄພເງິນເຟີ້ທົ່ວໂລກໄດ້ຖີບຕົວສູງຂຶ້ນກ່ອນການປະທະກັນລະຫວ່າງຣັດເຊຍກັບອູແກຣນ,ສະຖານະການຣັດເຊຍ-ອູແກຣນເຮັດໃຫ້ໄພເງິນເຟີ້ແຮງຂຶ້ນຕື່ມອີກ. ທ່ານກ່າວເຕືອນວ່າ,ປັດຈຸບັນ ທົ່ວໂລກໄດ້ຜະເຊີນໜ້າກັບສະພາບການເຕີບໂຕທີ່ມີຈຳກັດ ແລະໄພເງິນເຟີ້ຊຸດຮ້າຍລົງ,ໃນເວລາທົ່ວໂລກສະແຫວງຫາຢາກຫຼຸດພົ້ນອອກຈາກສະພາບພະຍາດໂຄວິດ-19,ທະນາຄານກາງແລະພາກສ່ວນການເງິນຂອງບັນດາປະເທດຄວນຮັບມືກັບສິ່ງທ້າທາຍດ້ານເສດຖະກິດມະຫາພາກຢ່າງຄ່ອງແຄ້ວ,ເຊິ່ງລວມທັງນຳໃຊ້ນະໂຍບາຍເງິນຕາເພື່ອຮັບມືກັບໄພເງິນເຟີ້,ພ້ອມທັງຈັດຕັ້ງປະຕິບັດການຊ່ວຍເຫຼືອທາງການເງິນທີ່ແນໃສ່ກຸ່ມຄົນອ່ອນແອກວ່າໝູ່.