ທ່ານສີຈິ້ນຜິງໄດ້ຮັບເລືອກຕັ້ງເປັນຜູ້ແທນກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກອມມູນິດຈີນຢູ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີດ້ວຍການລົງຄະແນນສຽງເຫັນດີທັງໝົດ

2022-04-24 17:01:08 CRI



    ລະຫວ່າງວັນທີ 21 ຫາ 22 ເມສາປີ 2022, ກອງປະຊຸມຜູ້ແທນພັກກອມມູນິດຈີນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີໄດ້ຈັດຂຶ້ນຢູ່ນະຄອນນານນິງ. ກອງປະຊຸມໄດ້ເລືອກຕັ້ງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກອມມູນິດຈີນ. ທ່ານສີຈິ້ນຜິງທີ່ສະໝັກຮັບການເລືອກຕັ້ງຢູ່ເຂດກວາງຊີໂດຍແມ່ນສູນກາງພັກສະເໜີຊື່ນັ້ນ, ໄດ້ຮັບເລືອກຕັ້ງເປັນຜູ້ແທນກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກດ້ວຍການລົງຄະແນນສຽງເຫັດດີທັງໝົດ.