ຂ້າພະເຈົ້າກໍເຄີຍເປັນຊາວກະສິກອນເຊັ່ນກັນ

2022-04-24 14:33:16 cri


 

ຢູ່ທີ່ແຫ່ງນີ້ແມ່ນບ່ອນທີ່ເລີ່ມເປົ່າແກຕະລຸມບອນຂອງບັ້ນລຶບລ້າງຄວາມທຸກຍາກໃນຍຸກໃໝ່ຂອງຈີນ.

 

ຫຼັງຈາກກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ສະເໜີເປົ້າໝາຍທີ່ສ້າງສັງຄົມອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານໄດ້ໜຶ່ງເດືອນກວ່າ, ໃນໄລຍະກ່ອນວັນຂຶ້ນປີໃໝ່ສາກົນປີ 2013, ທ່ານສີຈິ້ນຜິງໄດ້ແຂ່ງຫິມະເດີນທາງໄປຮອດບ່ອນຫ່າງໄກຂອງສາຍພູໄທ້ຫັງທີ່ໜາວຈັດ.

ທ່ານສີຈິ້ນຜິງຖາມວ່າ: ຊີວິດການເປັນຢູ່ເປັນແນວໃດ?

 

ປະຊາຊົນຕອບວ່າ: ດີ, ດີຫຼາຍ

 

ຈຸດປະສົງຂອງການສຳຫຼວດກວດກາຄັ້ງນີ້ແມ່ນເພື່ອ “ເຫັນໄດ້ຄວາມທຸກຍາກທີ່ແທ້ຈິງ”, ຮັບຮູ້ສະພາບຄວາມເປັນຈິງເພື່ອເອົາຊະນະບັ້ນລຶບລ້າງຄວາມທຸກຍາກ.ບໍ່ໃຫ້ເກີດມີກໍລະນີທີ່ວ່າ ຮອດເວລາທີ່ປະກາດສ້າງສັງຄົມອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານແລ້ວ, ຍັງມີປະຊາຊົນເປັນຈຳນວນຫຼາຍ ດຳລົງຊີວິດຕ່ຳກວ່າມາດຕະຖານຄວາມທຸກຍາກ.

 

ທ່ານສີຈິ້ນຜິງກ່າວວ່າ:“ໄປເບິ່ງກໍຕ້ອງເບິ່ງຄວາມທຸກຍາກທີ່ແທ້ຈິງ. ດັ່ງສຸພາສິດຈີນລະບຸໄວ້ວ່າ ສັງເກດເບິ່ງດາວຈຸດດຽວກໍຮູ້ເສືອດາວໝົດໂຕ, ຕ້ອງໃຫ້ຂ້າພະເຈົ້າໄປເບິ່ງສະພາບຄວາມເປັນຈິງ, ແຕ່ບໍ່ຄວນໄປເບິ່ງສະພາບທີ່ບໍ່ສາມາດສ່ອງແສງໄດ້ເຖິງຄວາມເປັນຈິງ.”

 

ບ້ານໂລ້ໂທວ່ານເມືອງຟູຜິງແຂວງເຫີເປີຍ, ຕັ້ງຢູ່ສູງກວ່າລະດັບໜ້ານ້ຳທະເລ 1500 ກວ່າແມັດ, ເມື່ອຮອດລະດູໜາວ ເຖິງຈະແມ່ນມື້ແດດອອກ ອຸນຫະພູມຢູ່ກາງແຈ້ງກໍຢູ່ປະມານ ລົບ 10 ກວ່າອົງສາ. ບ້ານໂລ້ໂທວ່ານແມ່ນບ້ານທຸກຍາກທີ່ສຸດ, ໃນຈຳນວນຊາວບ້ານ 608 ຄົນ ໃນນີ້ມີ 428 ຄົນແມ່ນຜູ້ທຸກຍາກ, ປີ 2011 ລາຍຮັບສະເລ່ຍຕໍ່ຫົວຄົນຂອງຊາວບ້ານມີພຽງແຕ່ 900 ກວ່າຢວນເທົ່ານັ້ນ.

 

ພະນັກງານບ້ານແນະນຳວ່າ: ຫຼ້າວຖັງ, ເລຂາທິການໃຫຍ່ມາຢາມເຈົ້າແລ້ວ!

 

ທ່ານສີຈິ້ນຜິງທັກທາຍວ່າ: ສະບາຍດີປີໃໝ່, ຂ້າພະເຈົ້າມາຢາມສະຫາຍລະເດີ້!

 

ໃນມື້ນັ້ນ, ທ່ານສີຈິ້ນຜິງໄດ້ຍ່າງເຂົ້າໄປໃນເຮືອນຂອງທ່ານຖັງຢົງປິ່ນທີ່ເປັນຄອບຄົວຜູ້ທຸກຍາກ, ນັ່ງຂັດສະໝາດຢ່າງຊຳນານຢູ່ເທິງຕຽງເຕົາໄຟຮ່ວມກັບເຈົ້າພາບ, ແລະລົມເລື່ອງຊີວິດປະຈຳວັນກັບຄອບຄົວທ່ານຖັງຢົງປິ່ນ, ໂດຍຖາມວ່າ ໃນຄອບຄົວມີທັງໝົດຈັກຄົນ? ມີອ້າຍນ້ອງຈັກຄົນ? ຄອບຄົວມີດິນປູກຝັງຫຼາຍເທົ່າໃດ, ໃນຜົນເກັບກ່ຽວຫຼາຍປານໃດ? ສາມາດຮັບຊົມລາຍການໂທລະພາບໄດ້ຈັກຊ່ອງ? ໂທລະສັບສາມາດໂທໄປທາງໄກໄດ້ບໍ່? ກິນຢາປົວພະຍາດຫຍັງ? ການປະກັນສຸຂະພາບແບບຮ່ວມມືຂອງຊົນນະບົດເດ້ເປັນແນວໃດ? ເຊິ່ງເພິ່ນໄດ້ຖາມເຖິງທຸກເລື່ອງຢ່າງລະອຽດ.

 

ທ່ານສີຈິ້ນຜິງບອກຊາວບ້ານບ້ານໂລ່ໂທວ່ານວ່າ: “ຂ້າພະເຈົ້າກໍເຄີຍເປັນຊາວກະສິກອນເຊັ່ນກັນ.”

 

ທ່ານສີຈິ້ນຜິ້ງຖາມວ່າ: ຂ້າພະເຈົ້າຂັດສະໝາດໄດ້ຊຳນານໄດ໋, ຊິນັ່ງຂັດສະໝາດບໍ?

 

ໃນຂະນະນັ້ນ, ເບິ່ງທ່ານສີຈິ້ນຜິງຄືຕອນເພິ່ນຍັງເປັນໄວໜຸ່ມປັນຍາຊົນທີ່ຢູ່ບ້ານຫຼຽງເຈ່ຍເຫີເມື່ອ 40 ກວ່າປີກ່ອນ, ຕອນເພິ່ນເປັນເລຂາໜ່ວຍພັກກອງຜະລິດທີ່ລົງພື້ນຖານຊົນນະບົດເປັນເວລາ 7 ປີ, ກິນ ຢູ່ ແລະ ອອກແຮງງານຮ່ວມກັນກັບພີ່ນ້ອງປະຊາຊົນ, ທັງເປັນຜູ້ທີ່ນຳພາພີ່ນ້ອງປະຊາຊົນບາກບັ່ນສູ້ຊົນເພື່ອ “ສາມາດມີແປ້ງສາລີກິນຕະຫຼອດ 4 ລະດູການໝົດປີ” ພ້ອມທັງຫວັງຢາກໃຫ້ພີ່ນ້ອງປະຊາຊົນສາມາດມີຊີ້ນກິນອີ່ມຈັກຄາບໜຶ່ງ ແລະ ສາມາດມີຊີ້ນກິນເລື້ອຍໆ.

 

ທ່ານສີຈິ້ນຜິງເຄີຍກ່າວວ່າ: “ພວກເຮົາຕ້ອງຊອກທຸກວິທີ ເຕົ້າໂຮມກຳລັງແຮງ ແລະ ສະຕິປັນຍາຂອງຄົນທັງຫຼາຍ, ເຮັດໃຫ້ພີ່ນ້ອງປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນໂດຍໄວ.”

 

ມື້ນີ້ໄດ້ໃຊ້ເວລາ 1 ຊົ່ວໂມງເພື່ອເດີນທາງມາຮອດທີ່ແຫ່ງນີ້ໂດຍສະເພາະ, ເຖິງວ່າບໍ່ໄດ້ເບິ່ງຫຼາຍບ່ອນກໍຕາມ, ແຕ່ຂ້າພະເຈົ້າຢາກມາເບິ່ງບ້ານພູດອຍວ່າມີສະພາບການເປັນແນວໃດແທ້? ຊາວບ້ານຄືຫຼ້າວຖັງດຳລົງຊີວິດແນວໃດ? ຂ້າພະເຈົ້າຢາກເຫັນຊີວິດການເປັນຢູ່ທີ່ແທ້ຈິງທີ່ສຸດ.

 

ມີແຕ່ຮັບຮູ້ເຂົ້າໃຈຊົນນະບົດ ແລະເຂດທຸກຍາກ,ເຂົ້າໃຈຊາວກະສິກອນ ໂດຍສະເພາະແມ່ນຊາວກະສິກອນຜູ້ທຸກຍາກ, ຈຶ່ງສາມາດຮັບຮູ້ ແລະເຂົ້າໃຈຈີນໄດ້ຢ່າງແທ້ຈິງ, ຈຶ່ງສາມາດປົກຄອງບໍລິຫານປະເທດຈີນໃຫ້ດີ.

 

ໂດຍຍຶດໝັ້ນຄວາມປາຖະໜາອັນລຽບງ່າຍໃນໄວໜຸ່ມທີ່ຫຼຸດພົ້ນອອກຈາກຄວາມທຸກຍາກ, ເປັນຫ່ວງນຳສິ່ງທີ່ປະຊາຊົນເປັນຫ່ວງ, ປະຕິບັດວຽກງານຕາມຄວາມປາຖະໜາຂອງປະຊາຊົນ, ເພື່ອບັນລຸຄຳໝັ້ນສັນຍາທີ່ໃຫ້ໄວ້ກັບປະຊາຊົນຜູ້ທຸກຍາກ, ທ່ານສີຈິ້ນຜິງໄດ້ເປີດບັ້ນຍິ່ງໃຫຍ່ແຫ່ງການຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍທີ່ແນ່ນອນຕາມດິນແດນປະເທດຈີນ.

 

ທ່ານເຫັນວ່າ, ການຫຼຸດພົ້ນອອກຈາກຄວາມທຸກຍາກ, ບໍ່ພຽງແຕ່ແມ່ນການປັບປຸງເງື່ອນໄຂດ້ານວັດຖຸໃຫ້ດີຂຶ້ນເທົ່ານັ້ນ, ແຕ່ຍັງແມ່ນການພັດທະນາຮອບດ້ານຂອງຄົນອີກດ້ວຍ.

 

ທ່ານສີຈິ້ນຜິງຖາມວ່າ: ນີ້ແມ່ນໃຜນໍ້?

 

ຜູ້ໃຫຍ່ບອກວ່າ: ເອີ້ນພໍ່ເຖົ້າແດ່ ເອີ້ນພໍ່ເຖົ້າແດ່ 

 

ເດັກນ້ອຍເວົ້າວ່າ: ສະບາຍດີ ພໍ່ເຖົ້າ!

 

ທ່ານສີຈິ້ນຜິງຕອບວ່າ:ສະບາຍດີຫຼານນ້ອຍ

 

ຢູ່ເຮືອນຖັງຢົງປິ່ນ, ທ່ານສີຈິ້ນຜິງບອກໃຫ້ຄູ່ຜົວເມຍຂອງທ່ານຖັງຢົງປິ່ນວ່າ, ຕ້ອງສຶກສາເອົາໃຈໃສ່ການສັ່ງສອນຮຸ່ນຫຼານໃຫ້ດີ. ເພາະຄວາມຫວັງແມ່ນຂຶ້ນກັບຄົນຮຸ່ນຫຼັງ, ຖ້າຢາກໃຫ້ຄົນຮຸ່ນຫຼັງມີຊີວິດການເປັນຢູ່ທີ່ດີ, ກໍຕ້ອງມີຄວາມຮູ້ໄວ້ກ່ອນ.

 

ທ່ານສີຈິ້ນຜິງຮູ້ດີວ່າ: ຄວນໃຊ້ການສຶກສາເພື່ອທັບມ້າງຮອບໝູນວຽນທາງລົບຂອງ “ຄວາມທຸກຍາກ” ແລະ “ຄວາມອັບປັນຍາ”, ສະກັດກັ້ນການສືບທອດຄວາມທຸກຍາກລະຫວ່າງຮຸ່ນຄົນ, ໃຊ້ “ການພັດທະນາສະຕິປັນຍາ” ເພື່ອເຮັດໃຫ້ການລຶບລ້າງຄວາມທຸກຍາກມີກຳລັງພາຍໃນຕົວຢ່າງຕໍ່ເນື່ອງ.

 

 

ປັດຈຸບັນນີ້, ທ້າວຖັງຊ້ຽວອີ້ ຄື ເດັກຊາຍທີ່ນັ່ງຢູ່ເທິງຕຽງເຕົາໄຟຮ່ວມກັບປູ່ຍ່າ ໄດ້ເຕີບໃຫຍ່ຂຶ້ນເປັນນັກຮຽນມັດທະຍົມຊັ້ນມ. 2 ແລ້ວ.

 

ປັດຈຸບັນ, ຢູ່ທົ່ວບ້ານໂລ້ໂທວ່ານມີນັກຮຽນທັງໝົດ 103 ຄົນ, ເດັກນ້ອຍທີ່ຢູ່ໃນເກນອາຍຸຮຽນໄດ້ເຂົ້າໂຮງຮຽນ 100% . ອີງຕາມສະຖິຕິ, ປີ 2021, ລາຍຮັບສະເລ່ຍຕໍ່ຫົວຄົນຂອງຊາວບ້ານມີເຖິງ 17480 ຢວນ, ເພີ່ມຂຶ້ນເກືອບ 20 ເທົ່າເມື່ອທຽບໃສ່ 10 ປີກ່ອນ.

 

ບ້ານໂລ້ໂທວ່ານແຫ່ງນີ້, ແມ່ນຕົວຢ່າງໜຶ່ງບົນເສັ້ນທາງຫຼຸດພົ້ນອອກຈາກຄວາມທຸກຍາກຂອງຈີນ. ການປ່ຽນແປງໃໝ່ຂອງເປັນພັນເປັນໝື່ນບ້ານຄືກັນກັບບ້ານໂລ້ໂທວ່ານນີ້, ໄດ້ປະກອບເປັນປະຫວັດສາດລຶບລ້າງຄວາມທຸກຍາກທີ່ສະຫງ່າງາມຂອງຈີນ, ແລະກໍແມ່ນພາລະກິດທີ່ອັດສະຈັນທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງມວນມະນຸດ.

 

ປະຊາຊົນຈຳນວນມະຫາສານທີ່ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ມີຮອຍຍິ້ມທີ່ຈິງໃຈ, ນີ້ເປັນການຍອມຮັບລະດັບສູງສຸດຕໍ່ຜົນການລຶບລ້າງຄວາມທຸກຍາກ, ກາຍເປັນຄຳຍ້ອງຍໍສູງສຸດຕໍ່ການປະກອບສວ່ນຢ່າງສຸດໃຈຂອງສະມາຊິກພັກ ແລະ ພະນັກງານຈຳນວນມະຫາສານພ້ອມທັງເປັນຄຳຕອບດີທີ່ສຸດຕໍ່ນັກປະຕິວັດ ຮຸ່ນກ່ອນ ແລະ ວິລະຊົນຜູ້ສະຫຼະຊີບ.

 

ວັນທີ 25 ກຸມພາປີ 2021, ໃນພິທີສະຫຼຸບຜົນງານ ແລະຍ້ອງຍໍຜູ້ມີຜົນງານດີເດັ່ນໃນການລຶບລ້າງຄວາມທຸກຍາກທົ່ວປະເທດຈີນ, ຄວາມເວົ້າດັ່ງກ່າວຂອງທ່ານສີຈິ້ນຜິງ, ກໍແມ່ນຄວາມໃນໃຈຂອງເພິ່ນໃນການປະຕິບັດຕາມອຸດົມການແຕ່ຫົວທີ.