ອັດຕາໄພເງິນເຟີ້ໂດຍລວມຂອງສິງກະໂປໃນເດືອນມີນາເພີ່ມຂຶ້ນເປັນ5.4%ເຊິ່ງ ເປັນສະຖິຕີສູງສຸດອີກຄັ້ງໃໝ່ໃນເກືອບ 10 ປີຜ່ານມາ

2022-04-25 17:27:37 cri


   ວັນທີ 25 ເມສາ 2022 ນີ້,ອົງການຄຸ້ມຄອງການເງິນແລະກະຊວງ ອຸດສາຫະກຳການຄ້າສິງກະໂປໄດ້ຮ່ວມກັນອອກແຈ້ງການໂດຍລະບຸວ່າ:ເນື່ອງຈາກລາຄາອາຫານແລະການບໍລິການຖີບຕົວສູງຂຶ້ນ,ອັດຕາໄພເງິນເຟີ້ຕົ້ນຕໍຂອງ ສິງກະໂປໃນເດືອນມີນາປີ 2022 ນີ້ໄດ້ເພີ່ມຂຶ້ນຈາກ 2.2%ໃນເດືອນກຸມພາ ເປັນ 2.9%,ອັດຕາໄພເງິນເຟີ້ໂດຍລວມໄດ້ເພີ່ມຂຶ້ນຈາກ 4.3% ໃນເດືອນ ກຸມພາເປັນ5.4%ເຊິ່ງແມ່ນສະຖິຕິສູງສຸດອີກຄັ້ງໃໝ່ໃນເກືອບ 10 ປີ ຜ່ານມານີ້.


   ແຈ້ງການໄດ້ລະບຸຕື່ມວ່າ:ໂດຍໄດ້ຮັບຜົນກະທົບຈາກລາຄາສິນຄ້າທີ່ຊື້ຂາຍ ກັນເປັນຈຳນວນຫຼວງຫຼາຍໃນທົ່ວໂລກສູງຂຶ້ນຢ່າງຫຼວງຫຼາຍ,ການສູ້ຮົບກັນລະ ຫວ່າງຣັດເຊຍ-ອູແກຣນບວກກັບມີສະພາບພະຍາດໂຄວິດ-19ໄດ້ເຮັດໃຫ້ຕ່ອງ ໂສ້ການສະໜອງຖືກຂັດຂວາງ,ຄວາມກົດດັນຈາກພາຍນອກທີ່ມີຕໍ່ໄພເງິນເຟີ້ໄດ້ ເພີ່ມຂຶ້ນ,ອັດຕາໄພເງິນເຟ້ີຂອງສິງກະໂປໃນເດືອນມີນາໄດ້ລື່ນກາຍການຄາດ ຄະເນກ່ອນໜ້ານີ້.ພາຍໃນໄລຍະສັ້ນ,ຄວາມສ່ຽງດ້ານພູມສາດການເມືອງໄດ້ເພີ່ມຂຶ້ນແລະການສະໜອງທີ່ຝືດເຄືອງຈະສືບຕໍ່ສົ່ງຜົນໃຫ້ລາຄານ້ຳມັນດິບເພີ່ມຂຶ້ນ. ການສະໜອງກັບຄວາມຕ້ອງການຂອງຕະຫຼາດສິນຄ້າທີ່ຊື້ຂາຍເປັນຈຳນວນຫຼວງຫຼາຍອື່ນໆບໍ່ສົມດຸນກັນ,ນອກນີ້ບັນຫາອຸດຕັນລະຫວ່າງການຂົນສົ່ງໃນທົ່ວໂລກ ແລະຕ່ອງໂສ້ການສະໜອງໃນພາກພື້ນກໍ່ອາດຈະສືບຕໍ່ຄົງຕົວຢູ່ຄືເກົ່າ.