ກາເຟຈອກໜຶ່ງສະທ້ອນໃຫ້ເຫັນຄວາມຮັກແພງອັນເລິກເຊິ່ງ

2022-04-25 17:41:59 cri


 

ຢູ່ປະເທດໂກສະຕາຣິກາທີ່ຖືກເອີ້ນວ່າ “ສະວິດຢູ່ອາເມຣິກາກາງ”, ເຄີຍໄດ້ຮັບການປະກາດວ່າເປັນໜຶ່ງໃນປະເທດທີ່ມີດັດສະນີຄວາມສຸກສູງທີ່ສຸດຢູ່ໃນໂລກ. ທ່ານມາໂຄ ຊາໂມລາທີ່ມີອາຍຸກາຍ 80 ປີແມ່ນເຈົ້າຂອງນິຄົມປູກກາເຟຂະໜາດນ້ອຍແຫ່ງໜຶ່ງຢູ່ໂກສະຕາຣິກາ. ວັນທີ 3 ມິຖຸນາປີ 2013, ຄອບຄົວຊາໂມລາໄດ້ຕ້ອນຮັບແຂກພິເສດທີ່ມາຈາກທາງໄກ.

 

ທ່ານສີຈິ້ນຜິງ ປະທານປະເທດຈີນພ້ອມດ້ວຍພັນລະຍາຄື ທ່ານນາງເຜີ້ງລີ້ຢວນ ທີ່ພວມຢ້ຽມຢາມໂກສະຕາຣິກາທາງລັດຖະກິດໄດ້ໄປຢ້ຽມຢາມຄອບຄົວຊາໂມລາ. ຈາກຫ້ອງຮັບແຂກຮອດຫ້ອງນອນ, ຕະຫຼອດຮອດຫ້ອງຄົວຕື່ມອີກ, ທ່ານຊາໂມລາໄດ້ແນະນຳສະພາບການດຳລົງຊີວິດຂອງສະມາຊິກຄອບຄົວຕົນທັງໝົດ 10 ກວ່າຄົນໃຫ້ທ່ານສີຈິ້ນຜິງຮັບຊາບ. ການດັງໄຟດ້ວຍຟືນໃນເຕົາ, ລ້ຽງໄກ່ ແລະ ເປັດແບບປ່ອຍຕາມທຳມະຊາດ, ຢູ່ນອກເຮືອນແມ່ນທິວທັດທຳມະຊາດຂອງທົ່ງນາ. ລູກສາວຂອງທ່ານຊາໂມລາຫວນຄືນວ່າ:

 

ໃນຕອນນັ້ນ ທ່ານສີຈິ້ນຜິງກ່າວວ່າ, ພາບວິວເຫຼົ່ານີ້ເຮັດໃຫ້ເພິ່ນຫວນຄືນເຖິງການເວລາທີ່ເພິ່ນລົງພື້ນຖານດຳລົງຊີວິດ ແລະ ເຮັດວຽກຢູ່ຊົນນະບົດໃນຍາມໄວໜຸ່ມ.

 

ທີ່ສວນກາເຟຢູ່ຫຼັງເຮືອນ, ທ່ານສີຈິ້ນຜິງທັງຍ່າງທັງທ່ຽວຊົມໄປນຳ, ພ້ອມທັງຖາມຢ່າງລະອຽດວ່າ, ໝາກກາເຟສຸກຕອນໃດ? ລາຄາຈຳໜ່າຍໃນຕະຫຼາດເປັນແນວໃດ? ແລະອື່ນໆ. ທ່ານຊາໂມລາບອກທ່ານສີຈິ້ນຜິງວ່າ, ລາວໄດ້ປູກກາເຟມາເປັນເວລາ 52 ປີແລ້ວ, ກາເຟແມ່ນແຫຼ່ງລາຍຮັບຕົ້ນຕໍຂອງຄອບຄົວ.

 

ທ່ານສີຈິ້ນຜິງກ່າວວ່າ: ຄອບຄົວປອງດອງກັນ ທຸກສິ່ງທຸກຢ່າງຮກໍຈະເລີນຮຸ່ງເຮືອງ, ຄອບຄົວຂອງທ່ານມີ 3 ຮຸ່ນຄົນຢູ່ນຳກັນ, ຈັ່ງແມ່ນມີຄວາມສຸກຫຼາຍ.

 

ທ່ານສີຈິ້ນຜິງ ແລະ ຄອບຄົວຊາໂມລານັ່ງອ້ອມຢູ່ໃນຫ້ອງໄມ້ນ້ອຍຂອງເດີ່ນບ້ານ, ພ້ອມທັງດື່ມກາເຟແລະລົມເລື່ອງລາວຊີວິດປະຈຳວັນ. ທ່ານສີຈິ້ນຜິງເວົ້າວ່າ, ນີ້ແມ່ນເທື່ອທຳອິດທີ່ຂ້າພະເຈົ້າມາຢ້ຽມຢາມໂກສະຕາຣິກາ, ປະຊາຊົນຢູ່ທີ່ນີ້ບໍລິສຸດຜຸດຜ່ອງ, ດຸໝັ່ນຂະຫຍັນພຽນ ແລະ ສະຫຼາດສະຫຼຽວ. ຂ້າພະເຈົ້າຢາກເຫັນຊີວິດການເປັນຢູ່ຂອງປະຊາຊົນສາມັນຢູ່ແຫ່ງນີ້. ທ່ານບອກຄົນທັງຫຼາຍວ່າ:

 

“ຂ້າພະເຈົ້າມາຈາກຮາກຖານເຊັ່ນກັນ, ເຄີຍເປັນຊາວກະສິກອນ 7 ປີ. ສາມາດເວົ້າໄດ້ວ່າ, ຂ້າພະເຈົ້າມີສາຍສຳພັນແບບທຳມະຊາດກັບປະຊາຊົນສາມັນ.”

 

ຄວາມເວົ້າແບບລຽບງ່າຍເຮັດໃຫ້ທ່ານຊາໂມລາຮູ້ສຶກປະທັບໃຈຫຼາຍ. ເພິ່ນກ່າວວ່າ: “ຄວາມເວົ້າຂອງເພິ່ນເຮັດໃຫ້ພວກເຮົາຮູ້ສຶກພາກພູມໃຈຫຼາຍ, ແຕ່ກ່ອນຂ້ອຍເຄີຍຮູ້ສຶກອາຍ ຍ້ອນເປັນຊາວກະສິກອນ, ແຕ່ເມື່ອຟັງທ່ານສີຈິ້ນຜິງເວົ້າແນວນີ້ແລ້ວ, ຂ້ອຍຄິດວ່າການທີ່ເລືອກເປັນຊາວກະສິກອນບໍ່ໄດ້ຜິດຫຍັງ.”

 

ທ່ານສີຈິ້ນຜິງເວົ້າວ່າ, “ຂ້າພະເຈົ້າໄປຊົນນະບົດເລື້ອຍໆ, ພົບກັບຊາວກະສິກອນ, ຮັບຮູ້ຄວາມເປັນຢູ່ທຸກສຸກຂອງເຂົາເຈົ້າ. ການເຮັດວຽກຊົນນະບົດໃຫ້ດີ, ໂດຍສະເພາະແມ່ນສຸມກຳລັງເພື່ອຊ່ວຍເຫຼືອຜູ້ທຸກຍາກຢູ່ຊົນນະບົດຫຼຸດພົ້ນອອກຈາກຄວາມທຸກຍາກ, ແລະສ້າງຄວາມຮັ່ງມີຂຶ້ນ, ເຮັດໃຫ້ຊາວກະສິກອນທັງຫຼາຍຢູ່ເຢັນເປັນສຸກ, ນີ້ແມ່ນໜ້າທີ່ອັນສຳຄັນຫຼາຍຂອງພວກຂ້າພະເຈົ້າ.

 

ທ່ານອາເບໂຕ ລູກຊາຍຂອງທ່ານຊາໂມລາເວົ້າວ່າ, ນີ້ແຫຼະຈຶ່ງແມ່ນລັດຖະບານທີ່ສອດຄ່ອງກັບຄວາມປາຖະໜາຂອງປະຊາຊົນ. ທ່ານສີຈິ້ນຜິງບໍ່ພຽງແຕ່ແມ່ນປະທານປະເທດ ທີ່ເຮັດວຽກຢູ່ໃນຫ້ອງການເທົ່ານັ້ນ, ແຕ່ເພິ່ນຍັງເປັນປະທານປະເທດທີ່ສຳຫຼວດກວດກາໂຮງຈັກໂຮງງານ ໂຮງຮຽນ ແລະ ຊົນນະບົດຢູ່ເລື້ອຍໆ, ພວກເຮົາສາມາດເຫັນໄດ້ວ່າ ສິ່ງທີ່ເພິ່ນເອົາໃຈໃສ່ແທ້ແມ່ນຫຍັງ, ແລະໄດ້ເຫັນສິ່ງທີ່ເພິ່ນເຮັດເພື່ອຫຼຸດຜ່ອນຄວາມທຸກຍາກ.

 

ສຳລັບສິ່ງທີ່ປະຊາຊົນເປັນຫ່ວງ ຂ້າພະເຈົ້າຈະເປັນຫ່ວງນຳ; ສຳລັບສິ່ງທີ່ປະຊາຊົນມຸ່ງຫວັງນັ້ນ, ຂ້າພະເຈົ້າຕ້ອງປະຕິບັດ. ໄລຍະເວລາ 7 ປີທີ່ເປັນໄວໜຸ່ມປັນຍາຊົນລົງພື້ນຖານຢູ່ພາກເໜືອແຂວງສ້ານຊີ່, ທ່ານສີຈິ້ນຜິງໄດ້ຝັງຮາກເລິກຢູ່ເຂດດິນເຫຼືອງ. ຫຼັງຈາກນັ້ນຫຼາຍປີ, ບໍ່ວ່ານັ່ງຢູ່ໃນເດີ່ນບ້ານຂອງເຮືອນຊາໂມລາ, ຫຼື ຢືນຢູ່ເທິງເວທີກ່າວປາຖະກະຖາຢູ່ລັດວໍຊິງຕັນຂອງອາເມຣິກາ, ເພິ່ນໄດ້ເວົ້າແລ້ວເວົ້າອີກເຖິງໄລຍະເວລາຢູ່ບ້ານຫຼຽງເຈ່ຍເຫີ.

 

ໃນທ້າຍຊຸມປີ 1960, ຂ້າພະເຈົ້າມີອາຍຸພຽງ 10 ກວ່າປີ, ກໍຈາກນະຄອນຫຼວງປັກກິ່ງໄປບ້ານຫຼຽງເຈ່ຍເຫີຢູ່ນະຄອນຢຽນອ່ານແຂວງສ້ານຊີ່ຈີນ, ໄປເປັນຊາວກະສິກອນຢູ່ແຫ່ງນັ້ນເປັນເວລາ 7 ປີ.

 

“ບໍ່ວ່າຂ້າພະເຈົ້າໄປຮອດບ່ອນໃດກໍຕາມ, ຈະເປັນລູກຊາຍຂອງເຂດດິນເຫຼືອງຕະຫຼອດໄປ.” ປະຊາຊົນເປັນຜູ້ທີ່ເພິ່ນເອົາໃຈໃສ່ຢ່າງເລິກເຊິ່ງທີ່ສຸດຢູ່ສະເໝີ.

 

ໃນໄລຍະໄປຢ້ຽມຢາມຕ່າງປະເທດ, ທ່ານສີຈິ້ນຜິງມັກໄປຢ້ຽມຢາມເຮືອນຊາວກະສິກອນ, ໂຮງຈັກໂຮງງານ ແລະ ທ່າກຳປັ່ນ, ຜູກມິດ ແລະລົມເລື່ອງລາວຊີວິດປະຈຳວັນກັບຄົນສາມັນ, ເພິ່ນມີຄວາມເປັນກັນເອງເຂົ້າໃກ້ໄດ້ງ່າຍ ແລະ ສະໜິດສະໜົມ. ໂດຍຜ່ານຄຸນສົມບັດຂອງເພິ່ນ, ເຮັດໃຫ້ຊາວໂລກມີຄວາມເຂົ້າໃຈ ແລະ ນິຍົມປະເທດຈີນຍິ່ງຂຶ້ນ.

 

ຜູ້ທີ່ຜູກມິດດ້ວຍຄວາມຈິງໃຈ ຈະເປັນເພື່ອນມິດທີ່ຍາວນານ. ຢູ່ໃນຕູ້ມ້ຽນເຄື່ອງຂອງຄອບຄົວຊາໂມລາໄດ້ເກັບຮັກສາປື້ມ “ທ່ານສີຈິ້ນຜິງວ່າດ້ວຍການປົກຄອງບໍລິຫານປະເທດ” ສະບັບພາສາແອັດສະປາຍຫົວໜຶ່ງ. ຂອບຮູບຖ່າຍລວມໝູ່ຂອງໝົດຄອບຄົວກັບທ່ານສີຈິ້ນຜິງໄດ້ຖືກເຊັດໃຫ້ສະອາດ. ທ່ານຊາໂມລາເວົ້າວ່າ: “ຮູ້ສຶກວ່າມັນຫາກໍ່ເກີດຂຶ້ນໃນມື້ວານນີ້, ພວກເຮົາຍັງຈື່ໄດ້ລາຍລະອຽດທຸກຢ່າງໃນຕອນເພິ່ນມາ.” ທ່ານຍັງຈື່ໄດ້ວ່າ, ທ່ານປະທານສີຈິ້ນຜິງເດັດດອກກາເຟໃຫ້ພັນລະຍາດົມກິ່ນຫອມຂອງມັນ, ສອງຄົນແບ່ງກັນກິນເຂົ້າໜົມກ້ອນດຽວຄືກັບຄູ່ຜົວເມຍທົ່ວໄປ, ໃນເວລານັ້ນ, ທ່ານສີຈິ້ນຜິງເວົ້າດ້ວຍຮອຍຍິ້ມວ່າ:

 

“ຂ້າພະເຈົ້າເຫັນວ່າ, ສາມາດສົ່ງອອກກາເຟໄປຂາຍຢູ່ຈີນໃຫ້ຫຼາຍແດ່.”

 

ກາເຟຈອກໜຶ່ງ, ສາຍສຳພັນຢ່າງໜຶ່ງ. ຄວາມຈິງໃຈ ແລະ ມົນສະເໜ່ຂອງຜູ້ນຳ ໄດ້ສະແດງໃຫ້ເຫັນເຖິງຄວາມອົບອຸ່ນ ແລະ ຈິດໃຈຂຂອງປະເທດໃຫຍ່, ເຊິ່ງໄດ້ສ້າງຄວາມປະທັບໃຈໃຫ້ກັບໝົດຄອບຄົວຊາໂມລາ. ເວົ້າສຳລັບຄອບຄົວຊາໂມລາແລ້ວ, ກາເຟບໍ່ພຽງແຕ່ແມ່ນຜະລິດຕະພັນເອກະລັກພິເສດທີ່ສົ່ງໄປຂາຍຢູ່ຈີນເທົ່ານັ້ນ, ຍັງເປັນຂອງຂວັນ ແລະ ຂີດໝາຍທີ່ຝາກຄວາມຄິດຮອດຄິດເຖິງ ແລະ ຄວາມອວຍພອນຕື່ມອີກ.

 

ສະມາຊິກຄອບຄົວຊາໂມລາຜູ້ໜຶ່ງເວົ້າວ່າ: “ຫວັງຢ່າງຍິ່ງວ່າ ມື້ໃດມື້ໜຶ່ງຈະສາມາດລົມເລື່ອງລາວຊີວິດປະຈຳວັນກັບທ່ານສີຈິ້ນຜິງພ້ອມດ້ວຍພັນລະຍາຕື່ມອີກ. ຢູ່ທີ່ແຫ່ງນີ້ຈະຈົ່ງກາເຟຈອກໜຶ່ງໄວ້ໃຫ້ພວກເພິ່ນຢູ່ສະເໝີ.”