ຈີນ ແລະ ຫວຽດນາມຈັດກິດຈະກຳມິດຕະພາບລະຫວ່າງພາກສ່ວນປ້ອງກັນປະເທດຕາມຊາຍແດນຄັ້ງທີ 7

2022-04-25 16:59:33 CRI

ຫວ່າງກ່ອນນີ້ບໍ່ດົນ, ກິດຈະກຳມິດຕະພາບລະຫວ່າງພາກສ່ວນປ້ອງກັນປະເທດຕາມຊາຍແດນຈີນ-ຫວຽດນາມຄັ້ງທີ 7ໄດ້ຈັດຂຶ້ນຢູ່ເມືອງໂຫຼງໂຈ່ນະຄອນຊົງໂຈເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ ແລະ ເມືອງກວາງຮວານະຄອນກາວບັ້ງແຂວງກາວບັ້ງປະເທດຫວຽດນາມ ແລະ ເຂດດ່ານຊາຍແດນທີ່ກ່ຽວຂ້ອງ. ທ່ານເວີ້ຍເຟີ້ງເຫີ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດຈີນ ແລະ ທ່ານຟານວັນຊ່າງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມຕ່າງກໍ່ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມ.

ໃນເວລາພົບປະກັນ, ທ່ານເວີ້ຍເຟີ້ງເຫີກ່າວວ່າ, ທ່ານເລຂາທິການໃຫຍ່ສີຈິ້ນຜິງ ແລະ ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງໄດ້ໃຫ້ທິດຊີ້ນຳຕໍ່ການຂະຫຍາຍສາຍພົວພັນຈີນ-ຫວຽດນາມ, ຊຸກຍູ້ໃຫ້ການພົວພັນສອງປະເທດກ້າວໄປສູ່ທິດທາງທີ່ດີຢ່າງບໍ່ຢຸດຢັ້ງ. ສອງກອງທັບຄວນສືບຕໍ່ແລກປ່ຽນດ້ານຍຸດທະສາດຂັ້ນສູງ, ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ, ປ້ອງກັນບໍ່ໃຫ້ປະເທດນອກພາກພື້ນເຂົ້າມາລົບກວນ ແລະ ທຳລາຍ, ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ຄວາມສະຫງົບຕາມຊາຍແດນຈີນ-ຫວຽດນາມ, ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຈີນໃຕ້.

ທ່ານຟານວັນຊ່າງກ່າວວ່າ, ການຮ່ວມມືດ້ານວຽກງານປ້ອງກັນປະເທດແມ່ນເສົາຄ້ຳສຳຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ-ຈີນ, ຍິນດີຮ່ວມກັບຈີນ ປະກອບສ່ວນອັນໃໝ່ເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຕາມຊາຍແດນ, ຊຸກຍູ້ໃຫ້ສາຍພົວພັນສອງຝ່າຍຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.