ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງທ່ານມາຄຣົງທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຝຣັ່ງອີກສະໄໝໜຶ່ງ

2022-04-25 17:49:40 cri


   ວັນທີ 25 ເມສາ 2022 ນີ້,ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານ ຊົມເຊີຍເຖິງທ່ານມາຄຣົງທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຝຣັ່ງອີກສະໄໝໜຶ່ງ.


   ໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ: 5 ປີຜ່ານມາ,ພາຍໃຕ້ການ ຊີ້ນຳນຳພາຮ່ວມກັນຂອງພວກເຮົາ,ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງຈີນ-ຝຣັ່ງໄດ້ສືບຕໍ່ເຕີຍໃຫຍ່ຂະຫຍາຍຕົວໃນລະດັບສູງ,ສອງຝ່າຍໄດ້ ສືບຕໍ່ລົງເລິກການຮ່ວມມືຕົວຈິງໃນຂົງເຂດຕ່າງໆ,ໄດ້ຄຽງບ່າຄຽງໄຫຼ່ກັນຕ້ານກັບສະພາບການແຜ່ລະບາດຂອງພະຍາໂຄວິດ-19,ຮ່ວມກັນປົກປັກຮັກສາລັດທິຫຼາຍຝ່າຍ,ປັບປຸງລະບົບການຄຸ້ມຄອງໂລກໃຫ້ສົມບູນຂຶ້ນ,ເຊິ່ງໄດ້ເພີ່ມພະລັງແຮງໃໝ່ ເຂົ້າໃນການຂະຫຍາຍສາຍພົວພັນລະຫວ່າງຈີນ-ສະຫະພາບເອີຣົບ,ໄດ້ປະກອບ ສ່ວນອີກຕື່ມເຂົ້າໃນການສ້າງສັນຕິພາບ ສະຖຽນລະພາບແລະຄວາມຈະເລີນ ຮຸ່ງເຮືອງຂອງໂລກ.


   ທ່ານສີຈິີ້ນຜິງກ່າວເນັ້ນໜັກວ່າ:ຈີນ-ຝຣັ່ງລ້ວນແຕ່ແມ່ນປະເທດໃຫຍ່ທີ່ມີມູນເຊື້ອເອກະລາດ ເປັນເຈົ້າຕົນເອງ.ປັດຈຸບັນ,

ສະຖານະການຂອງໂລກພວມເກີດມີ ການປ່ຽນແປງຢ່າງເລິກເລິ່ງແລະສັບສົນ,ການຂະຫຍາຍສາຍພົວພັນທີ່ມີຄວາມ ໝາຍຍຸດທະສາດລະຫວ່າງຈີນ-ຝຣັ່ງໃຫ້ປອດໃສແລະໝັ້ນທ່ຽງນັ້ນຍິ່ງພົ້ນເດັ່ນ ກວ່າເກົ່າ.ຂ້າພະເຈົ້າໄດ້ໃຫ້ຄວາມສຳຄັນຕໍ່ສາຍພົວພັນຈີນ-ຝຣັ່ງຈາກດ້ານຍຸດທະສາດແລະຜົນປະໂຫຍດຍາວນານມາໂດຍຕະຫຼອດ,ຍິນດີສືບຕໍ່ຮ່ວມມືກັບທ່ານປະທານາທິບໍດີມາຄຣົງ,ຍຶດໝັ້ນໃນຈິດໃຈສ້າງສາຍສຳພັນທາງການທູດແຕ່ຫົວທີທີ່ ວ່າ “ເອກະລາດເປັນເຈົ້າຕົນເອງ ເຂົ້າໃຈເຊິ່ງກັນແລະກັນ ເບິ່ງກວ້າງມອງໄກ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”,ຮ່ວມມືກັນຊຸກຍູ້ສາຍພົວພັນຈີນ-ຝຣັ່ງໃຫ້ ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ,ເພື່ອສ້າງຄວາມສຸກໃຫ້ກັບປະຊາຊົນສອງຊາດແລະປະຊາຊົນໃນໂລກ.