ການປົກປ້ອງຊັບສິນທາງປັນຍາຂອງຈີນໄດ້ຮັບຄວາມຄືບໜ້າທີ່ໜັກແໜ້ນ

2022-04-26 17:10:40 CRI

ວັນທີ 26 ເມສາປີ 2022 ແມ່ນວັນຊັບສິນທາງປັນຍາໂລກຄັ້ງທີ 22. ໃນຊຸມປີມໍ່ໆມານີ້, ວຽກງານປົກປ້ອງຊັບສິນທາງປັນຍາຂອງຈີນໄດ້ຮັບຄວາມຄືບໜ້າຢ່າງໜັກແໜ້ນ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຕາມຫຼັກການຕະຫຼາດ, ຄຸ້ມຄອງຕາມກົດໝາຍ ແລະ ເຊື່ອມໂຍງກັບສາກົນໄດ້ປັບປຸງໃຫ້ດີຂຶ້ນຕື່ມອີກ, ໄດ້ເປັນທີ່ຍອມຮັບຈາກປະຊາຄົມໂລກ; ພ້ອມກັນນັ້ນ, ປະລິມານການຮ້ອງຂໍສິດທິບັດສາກົນຂອງຈີນແມ່ນຢູ່ໃນອັນດັບ 1 ຂອງທົ່ວໂລກ 3 ປີລຽນຕິດ, ການສ້າງປະເທດໃຫ້ເຂັ້ມແຂງດ້ານຊັບສິນທາງປັນຍາໄດ້ຮັບປະສິດທິຜົນຢ່າງພົ້ນເດັ່ນ.

 

ຊັບສິນທາງປັນຍາແມ່ນພື້ນຖານດ້ານລະບຽບການໃນການປົກປ້ອງ ແລະ ກະຕຸກຊຸກຍູ້ການປະດິດສ້າງໃໝ່. ທ່ານສີຈິ້ນຜິງເຄີຍກ່າວເນັ້ນໜັກວ່າ: “ການປະດິດສ້າງໃໝ່ແມ່ນແຮງຂັບເຄື່ອນອັນດັບ1 ໃນການນຳໜ້າການພັດທະນາ, ການປົກປ້ອງຊັບສິນທາງປັນຍາກໍແມ່ນການປົກປ້ອງການປະດິດສ້າງໃໝ່.” ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ພາຍໃຕ້ການນຳພາອັນເຂັ້ມແຂງຂອງສູນກາງພັກກອມມູນິດຈີນທີ່ມີທ່ານສີຈິ້ນຜິງເປັນແກນນຳນັ້ນ, ວຽກງານຊັບສິນທາງປັນຍາຂອງຈີນໄດ້ພັດທະນາຢ່າງບໍ່ຢຸດຢັ້ງ, ສາມາດບຸກເບີກເສັ້ນທາງການພັດທະນາຊັບສິນທາງປັນຍາທີ່ມີສີສັນພິເສດຂອງຈີນ, ແລະໄດ້ຮັບຜົນສຳເລັດເປັນຄັ້ງປະຫວັດສາດ, ເຊິ່ງເປັນການຄ້ຳປະກັນການບັນລຸເປົ້າໝາຍສ້າງປະເທດແຫ່ງການປະດິດສ້າງໃໝ່ ແລະ ສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ.

 

ການສ້າງປະເທດເຂັ້ມແຂງດ້ານຊັບສິນທາງປັນຍາ, ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນສຳລັບການສ້າງປະເທດສັງຄົມນິຍົມທີ່ທັນສະໄໝເຂັ້ມແຂງ, ແມ່ນຄວາມຕ້ອງການໃນຕົວເພື່ອຊຸກຍູ້ລະບົບບໍລິຫານປະເທດ ແລະ ຄວາມສາມາດບໍລິຫານປະເທດໃຫ້ຫັນເປັນທັນສະໄໝ, ແມ່ນຄວາມຕ້ອງການອັນຮີບດ່ວນເພື່ອຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ, ແມ່ນສິ່ງຄ້ຳປະກັນທີ່ສຳຄັນເພື່ອຊຸກຍູ້ການສ້າງສະພາບການພັດທະນາອັນໃໝ່. ການປະຕິບັດຍຸດທະສາດສ້າງປະເທດເຂັ້ມແຂງດ້ານຊັບສິນທາງປັນຍາ, ມີຄວາມໝາຍອັນສຳຄັນຕໍ່ການຍົກສູງກຳລັງແຂ່ງຂັນແກນກາງຂອງຊາດ, ການເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ, ບັນລຸການພັດທະນາທີ່ມີຄຸນນະພາບສູງກວ່າເກົ່າ, ມີປະສິດທິພາບຫຼາຍກວ່າເກົ່າ, ຍຸດຕິທຳກວ່າເກົ່າ, ມີລັກສະນະຍືນຍົງກວ່າເກົ່າ ແລະ ປອດໄພກວ່າເກົ່າ, ແລະຕອບສະໜອງຄວາມຕ້ອງການຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ທີ່ດີງາມບັບມື້ນັບເພີ່ມຂຶ້ນ.