“ລາຄາຂຶ້ນຍ້ອນປູຕິນ”? ການຖິ້ມໂທດໃສ່ຜູ້ອື່ນແບບອາເມຣິກາສ່ຳວ່າຫຼິ້ນກັບໄຟ

2022-04-26 17:16:54 cri

ຄຽງຄູ່ກັບລາຄາພະລັງງານແລະສະບຽງອາຫານຂອງໂລກໄດ້ແພງຂຶ້ນຢ່າງຕໍ່ເນື່ອງ, ດັດຊະນີລາຄາບໍລິໂພກຫຼື CPI ຂອງອາເມຣິກາໃນເດືອນມີນາຜ່ານມາໄດ້ເພີ່ມຂຶ້ນ 8,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ໄດ້ສ້າງສະຖິຕິສູງສຸດນັບແຕ່ເດືອນທັນວາປີ 1981 ເປັນຕົ້ນມາ. ຕົວເລກສະຖິຕິສະແດງໃຫ້ເຫັນວ່າ, ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ລາຄາເຄື່ອງນຸ່ງຫົ່ມຂອງອາເມຣິກາໄດ້ເພີ່ມຂຶ້ນ 6,6%, ລາຄາສະບຽບອາຫານໄດ້ແພງຂຶ້ນ 8,6%, ລາຄາໄຟຟ້າໄດ້ແພງຂຶ້ນ 9%. ໂດຍຜະເຊີນກັບໄພເງິນເຟີ້ທີ່ໜັກໜ່ວງທີ່ສຸດໃນໄລຍະ 40 ປີຜ່ານມາ, ລັດຖະບານອາເມຣິກາໄດ້ເວົ້າວ່າ: ສາເຫດລາຄາສິນຄ້າແພງຂຶ້ນແມ່ນຍ້ອນການສູ້ຮົບກັນລະຫວ່າງຣັດເຊຍກັບອູແກຼນ, ກ່ຽວກັບເລື່ອງນີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາຍັງໄດ້ປະດິດຄຳເວົ້າໃໝ່ອອກມາວ່າ: “ລາຄາຂຶ້ນຍ້ອນປູຕິນ.”(Putin’s price hike)

ແຕ່ວ່າ, ຄວາມເວົ້າແບບຖິ້ມໂທດໃສ່ຜູ້ອື່ນແບບນີ້, ຄົນອາເມຣິກາເອງກໍບໍ່ເຊື່ອເລີຍ. ໜັງສືພິມ “The wall street Tournal” ໄດ້ລົງພິມບົດຄວາມໃນວັນທີ 12 ເມສານີ້ວ່າ: ບັນຫາລາຄາສິນຄ້າແພງຂຶ້ນຢູ່ອາເມຣິກາໄດ້ມີຢູ່ແລ້ວກ່ອນຣັດເຊຍແລະອູແກຼນເກີດການສູ້ຮົບກັນ, CPI ສຳຄັນຂອງອາເມຣິກາບໍ່ລວມທັງອາຫານແລະພະລັງງານໄດ້ແພງຂຶ້ນ 6,5% ໃນ 12 ເດືອນຜ່ານມາ. ເມື່ອຕິດຕາມເບິ່ງຕົວເລກໃນ 1 ປີຜ່ານມາ, ຈະເຫັນວ່າ: ໃນເວລາທີ່ທ່ານໂຈ ໄບເດັນ ຫາກໍດຳລົງຕຳແໜ່ງປະທານາທີບໍດີອາເມຣິກາ, ໄພເງິນເຟີ້ກໍມີທ່ວງທ່າເພີ່ມຂຶ້ນແລ້ວ. ຍິ່ງໄປກວ່ານັ້ນ, ໃນຫຼາຍໄລຍະຍິ່ງມີທ່ວງທ່າເພີ່ມໄວຂຶ້ນ, ສະນັ້ນຈາກທ່ວງທ່າດັ່ງກ່າວຈຶ່ງເປັນການສະທ້ອນໃຫ້ເຫັນວ່າໄພເງິນເຟີ້ບໍ່ໄດ້ເກີດຂຶ້ນຍ້ອນທ່ານປູຕິນ.

ເພື່ອຮັບມືກັບຜົນກະທົບຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19, ລັດຖະບານອາເມຣິກາໄດ້ປະຕິບັດນະໂຍບາຍກະຕຸ້ນການເງິນຂະໜາດໃຫຍ່ຫຼາຍເທື່ອ. ໄດ້ປະຕິບັດນະໂຍບາຍຜ່ານຄາຍເງິນຕາດ້ານປະລິມານແບບ “ບໍ່ຈຳກັດເພດານ”, ໄດ້ສົ່ງຜົນເຮັດໃຫ້ອັດຕາເງິນເຟີ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ. ຂະນະດຽວກັນນັ້ນ, ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ຕ່ອງໂສ້ການສະໜອງຢ່າງຕໍ່ເນື່ອງ, ການສະໜອງບໍ່ສາມາດຕອບສະໜອງຄວາມຕ້ອງການໄດ້, ສົ່ງຜົນເຮັດໃຫ້ວິກິດການດັ່ງກ່າວໜັກໜ່ວງກວ່າເກົ່າຕື່ມອີກ. ແຕ່ວ່າໂດຍຜະເຊີນກັບຄຳເຕືອນຈາກຄວາມສ່ຽງຕ່າງໆ, ຜູ້ວາງນະໂຍບາຍຂອງອາເມຣິກາພັດເຫັນວ່າ: “ໄພເງິນເຟີ້ຈະເກີດຂຶ້ນເປັນການຊົ່ວຄາວ”, ຍິ່ງໄປກວ່ານັ້ນມີບາງຄົນໄດ້ເວົ້າວ່າ “ໄພເງິນເຟີ້ແມ່ນ ‘ຊັບສິນທີ່ຍິ່ງໃຫຍ່’”, ແລະສືບຕໍ່ປະຕິບັດນະໂຍບາຍຜ່ານຄາຍເງິນຕາດ້ານປະລິມານ, ຈົນມາຮອດປັດຈຸບັນໄພເງິນເຟີ້ຍັງສືບຕໍ່ໄດ້ສູງຂຶ້ນຢ່າງໜັກໜ່ວງ. ທີ່ຈິງແລ້ວ, ອາເມຣິກາເອງນັ້ນແຫຼະແມ່ນຕົ້ນເຫດທີ່ພາໃຫ້ເກີດມີໄພເງິນເຟີ້.

ແຕ່ວ່າ, ການສູ້ຮົບກັນລະຫວ່າງຣັດເຊຍກັບອູແກຼນກໍໄດ້ສ້າງຜົນກະທົບຈຳນວນໜຶ່ງຕໍ່ຕະຫຼາດຂອງໂລກ. ຣັດເຊຍແລະອູແກຼນແມ່ນປະເທດສຳຄັນໃນດ້ານການສົ່ງອອກວັດຖຸດິບປອນອຸດສາຫະກຳເຊັ່ນ: ນ້ຳມັນເຊື້ອໄຟ, ອາຍແກັສ໌ທຳມະຊາດແລະຜະລິດຕະພັນກະສິກຳເຊັ່ນ: ເຂົ້າສາລີ, ເຂົ້າບະເຣແລະອື່ນໆ, ພາຍຫຼັງຣັດເຊຍແລະອູແກຼນເລີ່ມສູ້ຮົບກັນເປັນຕົ້ນມາ, ລາຄາສິນຄ້າລາຍໃຫຍ່ປະເພດຂອງໂລກເຊັ່ນ: ນ້ຳມັນເຊື້ອໄຟແລະອື່ນໆໄດ້ແພງຂຶ້ນເຊິ່ງເປັນການສ້າງສະຖິຕິສູງສຸດໃນຫຼາຍປີມານີ້, ທັງໄດ້ສົ່ງຜົນເຮັດໃຫ້ລະດັບເງິນເຟີ້ຂອງໂລກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ຜົນກະທົບທັງໝົດເຫຼົ່ານີ້ກໍ່ແມ່ນເກີດຈາກອາເມຣິກາເອງທີ່ເປັນຜູ້ອອກແຮງຍຸຍົງສົ່ງເສີມກໍ່ໃຫ້ເກີດສົງຄາມໃນຄັ້ງນີ້, ນັບມາຮອດປັດຈຸບັນ, ອາເມຣິກາຍັງໄດ້ສືບຕໍ່ຍົກລະດັບການລົງໂທດຣັດເຊຍ, ແລະຂົນສົ່ງອາວຸດໄປໃຫ້ອູແກຼນເລື້ອຍໆ, ເຊິ່ງເປັນການທຳລາຍຂະບວນການຢຸດຍິງແລະການເຈລະຈາສັນຕິພາບລະຫວ່າງຣັດເຊຍກັບອູແກຼນ.

“ການຖີ້ມໂທດໃສ່ຜູ້ອື່ນ” ບໍ່ສາມາດປິດບັງຄວາມຈິງໄດ້, ທັງບໍ່ສາມາດແກ້ໄຂບັນຫາຊີວິດການເປັນຢູ່ຂອງປະຊາຊົນໄດ້. ຄວາມຈິງໄດ້ພິສູດໃຫ້ເຫັນແລ້ວວ່າ: ໃນການສູ້ຮົບກັນບໍ່ມີຜູ້ຊະນະຢ່າງແທ້ຈິງ. ອາເມຣິກາຜູ້ສ້າງສະຖານະການແລະພາໃຫ້ເກີດສົງຄາມ, ໃນທີ່ສຸດປະເທດຕົນໄດ້ຮັບຜົນສະທ້ອນທາງລົບ. ການກະທຳແບບເຈົ້າອຳນາດເພື່ອຫວັງຜົນປະໂຫຍດ, ໃນທີ່ສຸດຈະເຮັດໃຫ້ປະເທດຕົນຕົກເຂົ້າສູ່ເຫວາລິກທີ່ມືດມົນຢ່າງແນ່ນອນ.