ທ່ານສອນໄຊ ສີພັນດອນກ່າວວ່າ: ບົດຮຽນລຶບລ້າງຄວາມທຸກຍາກຂອງ ສປ ຈີນຕ້ອງໄດ້ຖອດຖອນແລະຜັນຂະຫຍາຍ

2022-04-27 10:52:48 cri


“ບົດຮຽນການລຶບລ້າງຄວາມທຸກຍາກຂອງຈີນທີ່ຖືກປະກາດໃນການສະເຫຼີມສະຫຼອງ 100 ປີຂອງການສ້າງຕັ້ງພັກຄອມມູນິດຈີນ, ຈະຕ້ອງໄດ້ຖອດຖອນບົດຮຽນ ແລະ ຜັນຂະຫຍາຍ ເພາະເປັນບົດຮຽນອັນດີ”. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີຂອງ ສປປ ລາວ, ທັງເປັນປະທານຄະນະກໍາມາທິການຮ່ວມມືລາວ-ຈີນ ໄດ້ສະແດງຄໍາເຫັນໃນຂະນະທີ່ໃຫ້ສໍາພາດຕໍ່ນັກຂ່າວ CRI ຫວ່າງບໍ່ດົນມານີ້ກ່ຽວກັບໝາກຜົນການຮ່ວມມືລາວ-ຈີນໃນການລຶບລ້າງຄວາມທຸກຍາກໃນໄລຍະຜ່ານມາຈົນເຖິງປັດຈຸບັນ.

ທ່ານຮອງນາຍົກໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງພັກ ແລະລັດຖະບານຈີນ ໃນການຊ່ວຍເຫຼືອປະຊາກອນຜູ້ທຸກຍາກເກືອບ 100 ລ້ານຄົນ ຈຳນວນ 832 ເມືອງໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ເຊິ່ງເປັນຜົນສໍາເລັດທີ່ຍິ່ງໃຫຍ່ ແລະເປັນບົດຮຽນສໍາຄັນໃຫ້ແກ່ບັນດາປະເທດຕ່າງໆ ລວມທັງປະເທດລາວ. ໃນເວລາທີ່ ສປ ຈີນສະເຫຼີມສະຫຼອງ 100 ປີ ຂອງການສ້າງຕັ້ງພັກຄອມມູນິດຈີນ ແລະປະກາດໄຊຊະນະໃນການປະກາດລຶບລ້າງຄວາມທຸກຍາກໄດ້ເກືອບ 100 ລ້ານຄົນ. ຕໍ່ກັບບັນຫາດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ທັດສະນະວ່າ: ຫຼາຍປະເທດໃນໂລກກໍ່ໄດ້ມີການພັດທະນາແລ້ວ ແຕ່ພັດຍັງມີໄພວ່າງງານ ແລະຍັງມີຄົນທຸກຍາກຢູ່. ສະນັ້ນ, ຄວາມໝາຍຂອງການແກ້ໄຂຄວາມທຸກຍາກນີ້, ແມ່ນທຸກຄົນມີວຽກເຮັດງານທຳ. ນອກນັ້ນ, ບັນຫາໃນສັງຄົມປະຈຸບັນນີ້ມັນເກີດຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະໃນໄລຍະວິກິດໂຄວິດ-19. ສະນັ້ນ, ຄິດວ່າການພັດທະນາຊົນນະບົດຂອງຈີນຈະເປັນຂໍ້ມູນ ແລະບົດຮຽນສໍາຄັນທີ່ຈະຕ້ອງໄດ້ຖອດຖອນບົດຮຽນ ແລະຜັນຂະຫຍາຍ.

ທ່ານຮອງນາຍົກກ່າວຕື່ມວ່າ: ປະສົບການຂອງຈີນໃນການລຶບລ້າງຄວາມທຸກຍາກບໍ່ເປັນພຽງແຕ່ຄໍາເວົ້າເທົ່ານັ້ນ, ຫາກໄດ້ມີການຈັດຕັ້ງປະຕິບັດ ແລະເປັນສ່ວນສໍາຄັນໃນວຽກງານລຶບລ້າງຄວາມທຸກຍາກຂອງລາວ. ໃນນັ້ນມີໂຄງການ 4 ຄູນ 100, ເຊິ່ງລັດຖະບານລາວກໍ່ໄດ້ນໍາໃຊ້ທຶນຊ່ວຍເຫຼືອຂອງ ສປ ຈີນ ມາພັດທະນາບ້ານຕົວແບບ ລວມທັງຜູ້ທີ່ໄດ້ຮັບຜົນກະທົບຈາກເສັ້ນທາງລົດໄຟ ເຊິ່ງມາຮອດປັດຈຸບັນແມ່ນໄດ້ສ້າງເກືອບສໍາເລັດແລ້ວໃນ 4 ຈຸດຄື: ນາເຕີຍ ແຂວງຫຼວງນໍ້າທາ 1 ຈຸດ, ນາໝໍ້, ແຂວງຫຼວງນໍ້າທາ  2 ຈຸດ ແລະ ບ້ານ ລ້ອງອໍ້ ນະຄອນຫຼວງພະບາງ. ບ້ານພັດທະນາເຫຼົ່ານີ້ປະກອບດ້ວຍເສັ້ນທາງເບຕົງເຂົ້າບ້ານ, ເຮືອນມີການຈັດສັນເປັນລະບົບ,ມີໂຮງຮຽນ,ໂຮງໝໍນ້ອຍ,ຫ້ອງການບ້ານ ແລະຕະຫຼາດພາຍໃນຊຸມຊົນ. ນອກຈາກນີ້ແລ້ວ ຍັງມີໂຄງການພັດທະນາຊົນນະບົດຢູ່ບ້ານຊໍ້, ນະຄອນຫຼວງວຽງຈັນ, ຢູ່ບ້ານຊຽງລ້ອມ ຫຼວງພະບາງ ແລະບ້ານທ່າດອກຄໍາ, ໄລຍະຕໍ່ໄປທຶນດັ່ງກ່າວກໍ່ຈະສືບຕໍ່ຈັດຕັ້ງປະຕິບັດຕໍ່ໄປເປັນເທື່ອລະກ້າວ.

ໃນມຸມມອງຂອງທ່ານ ສອນໄຊ ຍັງສັງເກດວ່າ: ໃນບັ້ນຮົບການລຶບລ້າງຄວາມທຸກຍາກຂອງ ສປຈີນ, ໄດ້ມີການປະດິດສ້າງທິດສະດີໃໝ່ ເຊັ່ນການລຶບລ້າງຄວາມທຸກຍາກແບບມີຈຸດສຸມ, ໜຶ່ງຄົນຕໍ່ໜຶ່ງຄອບຄົວເປັນຕົ້ນ, ເຊິ່ງທິດສິດີໃໝ່ເຫຼົ່ານີ້ ເປັນບົດຮຽນໃໝ່ໃນການຈັດຕັ້ງປະຕິບັດວຽກງານລຶບລ້າງຄວາມທຸກຍາກຢູ່ປະເທດລາວ. “ຂ້າພະເຈົ້າເຄີຍໄປປຶກສາກັບຊ່ຽວຊານສະເພາະດ້ານລຶບລ້າງຄວາມທຸກຍາກຂອງຈີນ ເຊິ່ງພວກເຂົາໃຫ້ບົດຮຽນວ່າໄດ້ມອບໝາຍໃຫ້ພະແນກການຮັບຜິດຊອບຂອງອົງກອນໜຶ່ງຄົນຕໍ່ໜຶ່ງຄອບຄົວ ເພື່ອໄປຊ່ວຍວາງແຜນ, ຊ່ວຍອອກຄໍາຄິດເຫັນ, ຊ່ວຍໃຫ້ເຂົາເຈົ້າເຂົ້າເຖິງແຫຼ່ງທຶນ ແລະ ຊ່ວຍຂາຍສິນຄ້າ. ອັນນີ້ຖືວ່າເປັນບົດຮຽນອັນດີຫຼາຍ ແລະທາງລົດຖະບານຈະແບ່ງຄວາມຮັບຜິດຊອບໃຫ້ຂະແໜງການສູນກາງ ແລະທ້ອງຖິ່ນ ເຂົ້າສູ່ບ້ານທຸກຍາກ ແລະຄອບຄົວທຸກຍາກ”.