ຂີ່ລົດຖີບສາທາລະນະຢູ່ປັກກິ່ງ ສົ່ງເສີມວິຖີຊີວິດແບບສີຂຽວ ແລະ ກາກບອນຕ່ຳ

2022-04-27 21:44:32 CRI

ທ້າວ ບຸນຄົງ ແມ່ນຄົນລາວທີ່ເຮັດວຽກຢູ່ນະຄອນຫຼວງປັກກິ່ງເປັນເວລາເກືອບ 4 ປີແລ້ວ. ລາວມັກຂີ່ລົດຖີບເປັນຊີວິດຈິດໃຈ, ລາວເວົ້າວ່າ: ລາວຂີ່ລົດຖີບຕາງອອກກຳລັງກາຍ ທັງ ທ່ຽວຊົມທິວທັດຕົວເມືອງທີ່ສວຍງາມ, ທັງເປັນການສົ່ງເສີມວິຖີຊີວິດແບບສີຂຽວ ແລະ ກາກບອນຕ່ຳ. ມື້ນີ້, ທ້າວບຸນຄົງກໍຈະພາທ່ານໄປສຳຜັດກັບບັນຍາກາດຂີ່ລົດຖີບສາທາລະນະຢູ່ນະຄອນຫຼວງປັກກິ່ງ