ຈີນຊ່ວຍຈັດຊຸດຝຶກອົບຮົມວິຊາຊີບໃຫ້ແກ່ຊາວໜຸ່ມລາວຢູ່ແຂວງອຸດົມໄຊ

2022-04-27 14:44:37 CRI


ຫວ່າງກ່ອນນີ້ບໍ່ດົນ, ຢູ່ແຂວງອຸດົມໄຊໄດ້ຈັດຊຸດຝຶກອົບຮົມວິຊາຊີບໃຫ້ແກ່ຊາວໜຸ່ມລາວຕາມແຜນການຂອງໂຄງການລົດໄຟມິດຕະພາບຊາວໜຸ່ມຈີນ-ລາວເພື່ອຈັດຕັ້ງປະຕິບັດບັນດາກິດຈະກຳ ສົ່ງເສີມການເລີ່ມເຮັດທຸລະກິດ-ສ້າງອາຊີບທີ່ໝັ້ນຄົງໃຫ້ຊາວໜຸ່ມລາວຢູ່ 3 ເມືອງຂອງແຂວງອຸດົມໄຊ. ຊຸດອົບຮົມຄັ້ງນີ້ໄດ້ຮັບການຊ່ວຍເຫຼືອເງິນ85.435.000ກີບ ຈາກມູນນິທິການພັດທະນາຊາວໜຸ່ມ-ເຍົາວະຊົນຈີນ ໂດຍຜ່ານໂຄງການລົດໄຟມິດຕະພາບຊາວໜຸ່ມຈີນ-ລາວ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.



 

ຊາວໜຸ່ມ 25 ຄົນຈະໄດ້ຮັບການຝຶກອົບຮົມວິຊາຊີບ, ເຊິ່ງລວມທັງ ສາຂາ ສ້ອມແປງ ແລະ ຮັກສາລົດຈັກ, ສາຂາຕັດຫຍິບ, ສາຂາເຕັກນິກໄຟຟ້າ, ສາຂາການປຸງແຕ່ງອາຫານ ແລະ ການໂຮງແຮມ, ສາຂາສ້ອມແປງ ແລະ ນຳໃຊ້ຄອມພິວເຕີ.