ສືບທອດສີມືຫັດຖະກຳ ເຮັດໃຫ້ສີມືໂອບເສັ້ນລວດລາຍ ທີ່ເປັນມູນເຊື້ອຂອງຈີນມີພະລັງຊີວິດໃໝ່

2022-04-27 18:35:55 cri


 

                    ▲ ກູ່ກົວຊຽງ ກຳລັງເຮັດເຄື່ອງປະດັບດ້ວຍສີມືໂອບເສັ້ນລວດລາຍ


ມືຄູ່ໜຶ່ງທີ່ເຄື່ອນໄຫວຢ່າງຄ່ອງແຄ້ວ ຈັບເອົາກີບດອກໄມ້ທີ່ເຮັດດ້ວຍເງິນນັ້ນ ຕິດກັບເສັ້ນລວດ ໂດຍພົ່ນນ້ຳ Borax ໃສ່ ແລະ ທາຢາກາວຢ່າງສະໝ່ຳສະເໝີ, ພົ່ນໄຟອ່ອນໆ ລົນແບບເບົາໆ, ຫຼັງຈາກຢາກາວລະລາຍ ແລະເຊື່ອມຈອດໝົດແລ້ວ, ກີບດອກໄມ້ ແລະເສັ້ນລວດກໍປະກອບເປັນອັນດຽວກັນເລີຍ

ໃນຕອນທ່ຽງມື້ໜຶ່ງຂອງລະດູໃບໄມ້ປົ່ງ, ທ່ານ ກູ່ກົວຊຽງ ຊ່າງຫັດຖະກຳຜູ້ມີສີມືໂອບເສັ້ນລວດລາຍ  ກຳລັງນຳໃຊ້ສີມືດັ່ງກ່າວ ຂ້ຽວເຮັດເຄື່ອງປະດັບທີ່ຈະຖືກສົ່ງໄປຂາຍຢູ່ຕ່າງປະເທດພາຍໃນອີກບໍ່ເທົ່າໃດມື້.

 

         ▲ ກູ່ກົວຊຽງ ກຳລັງເຮັດເຄື່ອງປະດັບສີມືໂອບເສັ້ນລວດລາຍ

 

ຢູ່ປະເທດຈີນ, ສີມືໂອບເສັ້ນລວດລາ ໄດ້ມີປະຫວັດພັນກວ່າປີແລ້ວ ໂດຍໃຊ້ໂລຫະຊະນິດຕ່າງໆ ເຊັ່ນ: ຄຳ ແລະ ເງິນເປັນຕົ້ນ ເຮັດເປັນເສັ້ນແລບກ່ອນ, ແລ້ວເຮັດເປັນຮູບຊົງຕ່າງໆ, ແລ້ວໂອບດ້ວຍເພັດນິນຈິນດາ. ເຕັກນິກຊະນິດນີ້ເປັນຕົວແທນໃຫ້ແກ່ສີມືຂອງພະບໍລົມວົງສານຸວົງຈີນໃນເມື່ອກ່ອນ. ປັດຈຸບັນ, ຖືກຈັດເຂົ້າເປັນມໍລະດົກວັດທະນະທຳແບບນາມມະທຳລະດັບຊາດໃນປີ 2008.

 

         ▲ ເຄື່ອງຫັດຖະກຳທີ່ເຮັດດ້ວຍສີມືໂອບເສັ້ນລວດລາຍ

 

ກູ່ກົວຊຽງ ປີນີ້ມີອາຍຸ 28 ປີ, ຖືກວາດສະໜາກັບສີມືໂອບເສັ້ນລວດລາຍໃນປີ 2016. ເວລານັ້ນ, ເພິ່ນກຳລັງຮຽນການສ້ອມແປງວັດຖຸບູຮານຢູ່ຫໍພິພິທະພັນພະລາຊະວັງບູຮານປັກກິ່ງ, ໂດຍບັງເອີນ ໄດ້ຕິດໃຈນຳມົງກຸດມະເຫສີທີ່ເຮັດດ້ວຍສີມືໂອບເສັ້ນລວດລາຍໜ່ວຍໜຶ່ງ, ຈາກນັ້ນມາ ເພິ່ນກໍຖືກວາດສະໜາກັບສີມືທີ່ເປັນມໍລະດົກນາມມະທຳນີ້ເລີຍ. ປີ 2017, ກູ່ກົວຊຽງ ເລີ່ມຮຽນນຳອາຈານຜູ້ເກັ່ງ, ກາຍເປັນນັກຫັດຖະກຳໂອບເສັ້ນລວດລາຍຄົນໜຶ່ງ. ຄຽງຄູ່ກັບການຮ່ຳຮຽນນັບມື້ກ້າວສູ່ລວງເລິກ, ກູ່ກົວຊຽງ ກໍເຈາະຈົງຫັນໄປສູ່ການເອົາສີມືຫັດຖະກຳດັ້ງເດີມນີ້ ໄປປະສົມປະສານກັບທັດສະນະຄວາມງາມ ແລະ ຄວາມຊິນເຄີຍຂອງຄົນໃນຍຸກປັດຈຸບັນ. ພ້ອມກັນນັ້ນ ເພິ່ນຍັງໄດ້ເອົາແນວຄິດຄວາມງາມຂອງຕາເວັນຕົກເຂົ້າໃນຜົນງານຂອງຕົນ ເພື່ອສ້າງຜົນງານທີ່ປະສົມປະສານກັນລະຫວ່າງເອກະລັກຂອງຈີນ ກັບ ຕາເວັນຕົກ.

     


 

ປັດຈຸບັນ, ພາຍໃນໜຶ່ງປີ ຫ້ອງການຂອງກູ່ກົວຊຽງ ສາມາດຜະລິດເຄື່ອງໂອບເສັ້ນລວດລາຍເກືອບພັນອັນ, ມີຈຳນວນບໍ່ໜ້ອຍໄດ້ຖືກສົ່ງໄປຂາຍສູ່ຕ່າງປະເທດ. ດຽວນີ້ ຢູ່ໃນຫ້ອງການຂອງເພິ່ນ ມີຊ່າງ 20 ກວ່າຄົນ, ສ່ວນຫຼາຍແມ່ນເກີດຫຼັງປີ 1990. ທ່ານ ກູ່ກົວຊຽງ ບອກໃຫ້ຮູ້ວ່າ: “ກຳລັງຂອງຄົນຜູ້ດຽວແມ່ນມີຈຳກັດ, ຂ້າພະເຈົ້າຫວັງວ່າ ຈະມີຊາວໜຸ່ມເຂົ້າຮ່ວມວຽກງານນີ້ຫຼາຍຂຶ້ນ, ເພື່ອເຮັດໃຫ້ຫັດຖະກຳມໍລະດົກນາມມະທຳກ້າວໄປສູ່ຊາວໂລກ, ເຮັດໃຫ້ຄວາມໝັ້ນໃຈຕໍ່ວັດທະນະທຳຂອງປະເທດຕົນກັບຄືນມາ. ສິ່ງນີ້ເປັນໜ້າທີ່ ແລະ ພາລະທີ່ຂ້າພະເຈົ້າໃນຖານະເປັນນັກຫັດຖະກຳໂອບເສັ້ນລວດລາຍໄວໜຸ່ມນັ້ນ ຄວນແບກຫາບ.