(ພວກເຮົາລ້ວນແຕ່ເປັນຜູ້ລ່າຝັນ) “ຜູ້ປົກປ້ອງສີຂຽວ” ຢູ່ແຫຼ່ງນ້ຳ 3 ສາຍ

2022-04-28 10:45:31 cri


▲ ທ່ານອ່ານໄຊ ຜູ້ຄຸ້ມຄອງຮັກສາຊີວະພາບ ຢູ່ເຂດແຫຼ່ງແມ່ນ້ຳເຫຼືອງຂອງສວນສາທາລະນະແຫຼ່ງນ້ຳ 3 ສາຍແຫ່ງຊາດຈີນ ພວມຈັດແຈງທຸງຂອງໜ່ວຍຄຸ້ມຄອງຮັກສາ.

 

ເຂດແຫຼ່ງນ້ຳ 3 ສາຍຢູ່ແຂວງຊີ່ງໄ ພາກຕາເວັນຕົກສຽງເໜືອຂອງຈີນ ແມ່ນແຫຼ່ງກຳເນີດແມ່ນ້ຳ 3 ສາຍ ຄື: ແມ່ນ້ຳຢັງຊີກຽງ, ແມ່ນ້ຳເຫຼືອງ ແລະ ແມ່ນ້ຳລ້ານຊ້າງ. ແຕ່ໃດມາ ກໍຖືກຂະໜານນາມວ່າ “ບໍ່ນ້ຳຂອງຈີນ” ແລະ “ບໍ່ນ້ຳອາຊີ”, ເຊິ່ງສະເລ່ຍແລ້ວ ສູງຈາກລະດັບໜ້ານ້ຳທະເລຫຼາຍກວ່າ 4.000 ແມັດ. ຢູ່ດິນແດນແຫ່ງນີ້ມີທິວທັດທໍາມະຊາດທີ່ສວຍສົດງົດງາມແບບດຶກດຳບັນ ເຊັ່ນ ດິນນ້ຳກ້າມອັນກວ້າງຂາງ, ລານນ້ຳກ້າມອັນກວ້າງໃຫຍ່ ແລະ ສາຍພູອັນຍາວຢຽດ, ພ້ອມທັງມີສັດ ແລະ ພືດພັນອັນປະເສີດຢູ່ທຸກຫົນທຸກແຫ່ງ, ເປັນເຂດທີ່ມີຊີວະນານາພັນຫຼາຍທີ່ສຸດໃນບັນດາເຂດທີ່ສູງຈາກລະດັບໜ້ານ້ຳທະເລຫຼາຍແຫ່ງໃນໂລກ.

 

 

             △ ສວນສາທາລະນະແຫຼ່ງນ້ຳ 3 ສາຍແຫ່ງຊາດຈີນ

 

ໃນເມື່ອກ່ອນ, ຍ້ອນປັດໄຈຕ່າງໆ ເຊັ່ນ ທຳມະຊາດປ່ຽນແປງ ແລະ ການເຄື່ອນໄຫວຂອງມວນມະນຸດເປັນຕົ້ນ, ເຂດແຫຼ່ງນ້ຳ 3 ສາຍເຄີຍເກີດສະພາບທີ່ທົ່ງຫຍ້າເສື່ອມລົງ ແລະ ແມ່ນ້ຳບົກແຫ້ງໃນຊົ່ວໄລຍະໜຶ່ງ.


ປີ 2016, ຈີນໄດ້ເລີ່ມທົດລອງລະບົບສວນສາທາລະນະແຫ່ງຊາດແຫ່ງທຳອິດ ຄື ສວນສາທາລະນະແຫຼ່ງນ້ຳ 3 ສາຍແຫ່ງຊາດ ໂດຍໄດ້ສ້າງກົນໄກຕຳແໜ່ງງານສາທາລະນະປະໂຫຍດທີ່ຄຸ້ມຄອງຮັກສາຊີວະພາບແບບ “ໜຶ່ງຄອບຄົວໜຶ່ງວຽກງານ” ກໍຄື ຮັບປະກັນໃຫ້ແຕ່ລະຄອບຄົວໃນເຂດນີ້ ໃຫ້ມີໜຶ່ງຄົນເປັນຜູ້ຄຸ້ມຄອງຮັກສາຊີວະພາບ.


ກຸ່ມຜູ້ລ້ຽງສັດໃນແຕ່ກ່ອນ ຫັນມາປ້ອງກັນຮັກສາແຫຼ່ງນ້ຳ, ໃນຂະນະທີ່ເຂົ້າຮ່ວມການຮັກສາຊີວະພາບນັ້ນ ກໍໄດ້ຮັບຜົນປະໂຫຍດນຳອີກ. ຈາກຜູ້ນຳໃຊ້ທົ່ງຫຍ້າ ຄ່ອຍໆກາຍເປັນຜູ້ຮັກສາຊີວະພາບ ແລະ ຜູ້ຮັບຜົນປະໂຫຍດ. ທ່ານ ອ່ານໄຊ ກໍແມ່ນໜຶ່ງໃນນັ້ນ.

 

        △ ທ່ານ ອ່ານໄຊ ຜູ້ຄຸ້ມຄອງຮັກສາຊີວະພາບ(ເບື້ອງຊ້າຍ) ແລກປ່ຽນສະພາບການຄຸ້ມຄອງຮັກສາກັບເພື່ອນຮ່ວມງານ


ແຕ່ລະມື້, ທ່ານ ອ່ານໄຊ ແລະ ຜູ້ຄຸ້ມຄອງຮັກສາຜູ້ອື່ນໆ ໄດ້ລາດຕະເວນນຳກັນຢູ່ໃນສວນສາທາລະນະແຫຼ່ງນ້ຳ 3 ສາຍ, ເຂົາເຈົ້າຍ່າງໄປໜ້າຢ່າງຫຍຸ້ງຍາກໂດຍຢຽບຫິມະໜາສົມຄວນ, ທັງເກັບ ແລະ ນໍາຂີ້ເຫຍື້ອໄປສູ່ບ່ອນເກັບ. ຢູ່ສວນສາທາລະນະແຫຼ່ງນ້ຳ 3 ສາຍແຫ່ງຊາດຈີນ ຜູ້ຄຸ້ມຄອງຮັກສາຊີວະພາບ ຄືທ່ານ ອ່ານໄຊ ນີ້ ລວມທັງໝົດມີ 2 ໝື່ນກວ່າຄົນ. ວຽກງານຂອງເຂົາເຈົ້າກໍແມ່ນການຄຸ້ມຄອງຮັກສາທົ່ງຫຍ້າ, ສັງເກດວັດແທກຊີວະພາບ ແລະ ຕິດຕາມວັດແທກດິນຟ້າອາກາດ.

      △ ຜູ້ຄຸ້ມຄອງຮັກສາຊີວະພາບຂອງເຂດແຫຼ່ງແມ່ນ້ຳເຫຼືອງຂອງສວນສາທາລະນະແຫຼ່ງນ້ຳ 3 ສາຍແຫ່ງຊາດຈີນພວມລາດຕະເວນຕາມແຄມໜອງ

 

                 △ ສວນສາທາລະນະແຫຼ່ງນ້ຳ 3 ສາຍແຫ່ງຊາດຈີນ

 

                △ ເຂດແຫຼ່ງແມ່ນ້ຳເຫຼືອງຂອງສວນສາທາລະນະແຫຼ່ງນ້ຳ 3 ສາຍແຫ່ງຊາດຈີນ

 

                 △ ນົກປ່າໃນສວນສາທາລະນະແຫຼ່ງນ້ຳ 3 ສາຍແຫ່ງຊາດຈີນ


ພາຍໃຕ້ຄວາມພະຍາຍາມຂອງ “ຜູ້ປົກປ້ອງສີຂຽວ” ເຫຼົ່ານັ້ນ ເຊັ່ນ ທ່ານອ່ານໄຊ ເປັນຕົ້ນ, ໃນຫຼາຍປີມໍ່ໆມານີ້, ສະພາບຊີວະພາບໃນສວນໄດ້ຄ່ອຍໆດີຂຶ້ນ. ຈຳນວນສັດປ່າໄດ້ເພີ່ມຫຼາຍຂຶ້ນຢ່າງເດັ່ນຊັດ, ດິນທາມກໍນັບມື້ນັບສົມບູນ ແລ້ວກາຍເປັນອຸທິຍານແຫ່ງເມືອງສະຫວັນສຳລັບສັດປ່ານານາຊະນິດໄດ້ພັກພາອາໄສ.