ລັດຖະບານໄທປະກາດຫຼຸດການອຸດໜູນລາຄານ້ຳມັນນັບແຕ່ເດືອນພຶດສະພາ2022ນີ້ເປັນຕົ້ນໄປ

2022-04-29 12:53:58 cri

ວັນທີ 28 ເມສານີ້,ໂຄສົກທຳນຽບນາຍົກລັດຖະມົນຕີໄທໄດ້ກ່າວວ່າ:ນັບແຕ່ເດືອນພຶດສະພາ2022ນີ້ເປັນຕົ້ນໄປ,ລັດຖະບານໄທຈະຫຼຸດການອຸດໜູນລາຄານ້ຳມັນ,ພ້ອມທັງປັບຫຼຸດການອຸດໜູນລາຄານ້ຳມັນເຖິງລະດັບທີ່ລັດຖະບານວາງແຜນໄວ້ນັ້ນເທື່ອລະກ້າວ.

ໂຄສົກທ່ານນີ້ກ່າວວ່າ:ໃນໄລຍະມໍ່ໆມານີ້,ລັດຖະບານໄທໄດ້ນຳໃຊ້ກອງທຶນພະລັງງານຫຼາຍສິບຕື້ບາດເພື່ອເຮັດໃຫ້ລາຄານ້ຳມັນທີ່ສູງຂຶ້ນເລື້ອຍໆນັ້ນມີຄວາມໝັ້ນທ່ຽງເຊິ່ງໄດ້ຊ່ວຍຜ່ອນຄາຍລາຄາສິນຄ້າທີ່ສູງຂຶ້ນນັ້ນໄດ້ລະດັບໃດໜຶ່ງ.ພາຍຫຼັງໄດ້ນຳໃຊ້ກອງທຶນໝົດແລ້ວ,ລັດຖະບານໄດ້ສືບຕໍ່ອຸດໜູນລາຄານ້ຳມັນທີ່ສູງຂຶ້ນໂດຍຜ່ານການກູ້ຢືມເງິນ,ແຕ່ປັດຈຸບັນເງິນທີ່ໄດ້ກູ້ຢືມມານັ້ນກໍ່ໄດ້ນຳໃຊ້ໝົດແລ້ວ.ສະນັ້ນ,ລັດຖະບານຈຶ່ງຕັດສິນໃຈຈະຫຼຸດການອຸດໜູນລາຄານ້ຳມັນນັບແຕ່ເດືອນພຶດສະພາ2022ນີ້ເປັນຕົ້ນໄປ,ພ້ອມທັງປັບຫຼຸດເງິນອຸດໜູນລາຄານ້ຳມັນເຖິງລະດັບທີ່ລັດຖະບານເຄີຍວາງແຜນໄວ້ນັ້ນເທື່ອລະກ້າວ.

ທ່ານປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທກ່າວວ່າ:ລັດຖະບານຈະພະຍາຍາດຈົນສຸດຂີດເພື່ອໃຫ້ການຊ່ວຍເຫຼືອປະຊາຊົນ,ຫວັງວ່າປະຊາຊົນຈະເຂົ້າໃຈແລະໃຫ້ການຮ່ວມມື.