(ພວກເຮົາລ້ວນແຕ່ແມ່ນຜູ້ລ່າຝັນ) ທ່ານໂລຊັນຣຶດາ: “ຜູ້ພິທັກສັດສັກສິດແຫ່ງພູພຽງ”

2022-04-29 10:51:36 cri

▲ ທ່ານ ໂລຊັນຣຶດາ (ເບື້ອງຊ້າຍ) ແລະເພື່ອນຮ່ວມງານພວມສ່ອງເບິ່ງສັດປ່າ


ຕອນຫົວຄ່ຳມື້ໜຶ່ງຂອງເດືອນເມສາ, ຢູ່ເຂດສະຫງວນທຳມະຊາດລະດັບຊາດຊ່ຽງທັງຕີເບດຈີນ, ແສງຕາເວັນຍາມຄ້ອຍຄ່ຳເປັນສີຄຳ ໄດ້ສາດສ່ອງຢູ່ເທິງທົ່ງຫຍ້າທີ່ກວ້າງສຸດສາຍຕາ. ເຍືອງຕີເບດ ແລະ ລວາປ່າຕີເບດທີ່ເປັນຝຸງໆ ພວມກົ້ມຫົວລົງກິນຫຍ້າ, ບາງໂຕກໍແລ່ນຂຶ້ນ. ດິນແດນແຫ່ງນີ້ສູງຈາກລະດັບໜ້ານ້ຳທະເລທີ່ສະເລ່ຍແລ້ວ 5.000 ກວ່າແມັດ ຈິ່ງຖືກເອີ້ນວ່າ: “ເຂດປອດຊີວິດຂອງມະນຸດ”, ແຕ່ພັດແມ່ນເມືອງສະຫວັນຂອງ “ສັດສັກສິດແຫ່ງພູພຽງຊິ່ງໄຫຕີເບດພ້ອມທັງພິເສດ ທັງໝັ້ນໜຽວເຂັ້ມແຂງ.


 

▲ ລວາປ່າຕີເບດໃນເຂດສະຫງວນ


ທ່ານ ໂລຊັນຣຶດາ ປີນີ້ອາຍຸໄດ້ 24 ປີ, ເປັນຜູ້ຄຸ້ມຄອງຮັກສາຜູ້ໜຶ່ງຢູ່ແຫ່ງນີ້. ຕອນເຊົ້າແຕ່ລະມື້, ທ່ານ ໂລຊັນຣຶດາ ແລະ ເພື່ອນຮ່ວມງານຄົນອື່ນໆຂອງລາວ ກໍໄດ້ຂີ່ລົດຈັກເລິກເຂົ້າໄປໃນເຂດປອດມະນຸດ. ປຶ້ມບັນທຶກຫົວໜຶ່ງ, ບິກກ້ານໜຶ່ງ, ຂົ້ວແປ້ງແບບຕີເບດຫໍ່ໜຶ່ງ, ຊີ້ນງົວແຫ້ງຖົງໜຶ່ງ ແລະ ກ້ອງສ່ອງທາງໄກໜ່ວຍໜຶ່ງ ເຊິ່ງເປັນອຸປະກອນສໍາຄັນຂອງເຂົາເຈົ້າ.


“ວຽກງານພວກເຮົາຕາມທຳມະດາແລ້ວ ກໍແມ່ນລາດຕະເວນ ແລະ ບັນທຶກ.” ໃນເວລາລາດຕະເວນ ເມື່ອເຫັນສັດປ່າບາດເຈັບ, ທ່ານໂລຊັນຣຶດາ ແລະ ເພື່ອນຮ່ວມງານຂອງລາວ   ກໍຈະໄປຊ່ວຍເຫຼືອ. ພ້ອມກັນນັ້ນ ໃນການລາດຕະເວນແຕ່ລະເທື່ອ ຍັງຈະບັນທຶກຈຳນວນ, ຝູງ ແລະ ເພດຂອງສັດປ່າຊະນິດຕ່າງໆເອົາໄວ້ ເຊັ່ນ ເຍືອງຕີເບດ, ໝາໄນ ແລະ ໝີຄົນເປັນຕົ້ນ ເພື່ອຕິດຕາມ, ວັດແທກສະພາບການປ່ຽນແປງຂອງຈຳນວນສັດປ່າຕ່າງໆໃຫ້ດີກວ່າເກົ່າ.

 

 

▲ ນົກປ່າຕ່າງໆບິນເຈີດເວີ່ນຢູ່ເທິງດິນທາມໃນເຂດສະຫງວນ


ຢູ່ເທິງຝາຂອງສະຖານີຄຸ້ມຄອງເຂດສະຫງວນ ມີພາບແນະນຳຄວາມຮູ້ກ່ຽວກັບສັດປ່າ ແລະ ຄຳຂວັນຕ່າງໆແຂວນໄວ້ເຕັມຝາ, ທ່ານ ໂລຊັນຣຶດາ ແລະ ໝູ່ຄົນອື່ນໆຂອງລາວ ຍັງມັກໄປເຮືອນຂອງກຸ່ມຜູ້ສ້ຽງສັດເລື້ອຍໆ ເພື່ອແຈກຢາຍຂໍ້ມູນວິທະຍາສາດ ໃຫ້ກຸ່ມຜູ້ລ້ຽງສັດຮັບຮູ້ຂໍ້ມູນ ແລະຄວາມໝາຍຂອງການປ້ອງກັນສັດປ່າ.

 

▲ ໝາໄນປ່າໂຕໜຶ່ງຢູ່ພາກເໜືອຕີເບດ


ໃນຫຼາຍປີມໍ່ໆມານີ້, ສິ່ງແວດລ້ອມຊີວະນານາພັນຂອງເຂດສະຫງວນ ໄດ້ຖືກປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ຈຳນວນສັດປ່າຕ່າງໆ ເຊັ່ນ ເຍືອງຕີເບດ ແລະ ລວາປ່າຕີເບດເປັນຕົ້ນ ໄດ້ເພີ່ມຫຼາຍຂຶ້ນເທື່ອລະກ້າວ. ທ່ານ ໂລຊັນຣຶດາ ແລະ ໝູ່ຂອງລາວ ໃນຖານະທີ່ເປັນຜູ້ປົກປ້ອງດິນແດນແຜ່ນນີ້ ມັກສ່ອງເບິ່ງ “ສັດສັກສິດແຫ່ງພູພຽງຕີເບດ ເຫຼົ່ານີ້ແລ່ນຫຼິ້ນຢູ່ໃນອະນາເຂດຂອງພວກມັນຢ່າງເສລີຈາກກ້ອງສ່ອງທາງໄກ.