ເຂດບໍ່ຄຳທີ່ເຊົາຂຸດຄົ້ນແຫ່ງໜຶ່ງຢູ່ອິນໂດເນເຊຍເກີດໄພເປີ້ນພູເຈື່ອນ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລ້ວ 12 ຄົນ

2022-04-30 15:39:44 cri

      ເຈົ້າໜ້າທີ່ຕຳຫຼວດອິນໂດເນເຊຍລາຍງານໃຫ້ຮູ້ໃນວັນທີ 29 ເມສານີ້ວ່າ: ຢູ່ເຂດບໍ່ຄຳທີ່ເຊົາຂຸດຄົ້ນແຫ່ງໜຶ່ງຢູ່ເມືອງຄາບູປາເຕັນ ມານໄດລິງ ນາຕັນແຂວງຊຸມະຕຣາເໜືອຂອງອິນໂດເນເຊຍໄດ້ເກີດໄພເປີ້ນພູເຈື່ອນ,ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລ້ວ 12 ຄົນ.

      ໃນມື້ດັ່ງກ່າວ, ເຈົ້າໜ້າທີ່ອົງການຕຳຫຼວດເມືອງຄາບູປາເຕັນ ມານໄດລິງ ນາຕັນ ກ່າວຕໍ່ສື່ມວນຊົນທ້ອງຖິ່ນວ່າ: ໃນຂະນະທີ່ເກີດອຸບັດເຫດໄພເປີ້ນພູເຈື່ອນໃນຕອນບ່າຍວັນທີ 28 ເມສານີ້, ຜູ້ຄົນທີ່ພວມລັກຂຸດຄົ້ນຄຳຢູ່ໃນເຂດບໍ່ຄຳ 14 ຄົນຖືກດິນເຈື່ອນຝັງໝົດ, ໃນນັ້ນເສຍຊີວິດແລ້ວ 12 ຄົນ, ແລະມີ 2 ຄົນລອດຊີວິດ. ສົບຂອງຜູ້ເສຍຊີວິດໄດ້ຖືກຊອກພົບໝົດແລ້ວ. ຜູ້ຄົນເຫຼົ່ານີ້ລ້ວນແຕ່ແມ່ນຊາວບ້ານຢູ່ເຂດອ້ອມຂ້າງ. ປັດຈຸບັນເຂດບໍ່ຄຳທີ່ເຊົາຂຸດຄົ້ນແຫ່ງດັ່ງກ່າວໄດ້ຖືກຕຳຫຼວດປິດລ້ອມແລ້ວ,ແລະຍັງບໍ່ຮູ້ສາເຫດທີ່ພາໃຫ້ເກີດໄພເປີ້ນພູເຈື່ອນຄັ້ງນີ້ເທື່ອ.