▲ ທ່ານ ຢວີທ່ຽນອີ່ ຮອງຜູ້ບັນຊາການໜ່ວຍງານການບິນອະວະກາດບັນທຸກຄົນຂອງສູນຄວບຄຸມການບິນອະວະກາດປັກກິ່ງ, ຮອງຫົວໜ້າວິສະວະກອນຂອງໜ່ວຍງານບັນຊາຜ່ານທາງໄກ
ວັນທີ16 ເມສາ, ຍານກັບຄືນຂອງຍານອະວະກາດບັນທຸກຄົນເຊີນໂຈ່ວ 13 ໄດ້ລົງຈອດຢູ່ໜ້າດິນຢ່າງສຳເລັດຜົນ. ເຖິງວ່າສະຖານີອະວະກາດຈີນໄກຈາກພື້ນດິນພຽງແຕ່ປະມານ 400 ກິໂລແມັດເທົ່ານັ້ນ ແຕ່ຍ້ອນພິຈາລະນາເຖິງຄວາມປອດໄພ, ຫຼັງຈາກແຍກອອກຈາກສະຖານີອະວະກາດແລ້ວ, ຍານອະວະກາດຍັງຕ້ອງບິນອ້ອມໜ່ວຍໂລກເປັນໄລຍະຍາວ ແລ້ວຈິ່ງສາມາດກັບຄືນສູ່ຊັ້ນອາກາດເທື່ອລະກ້າວ ແລະກັບຄືນຮອດພື້ນດິນໄດ້.
ໃນຂະບວນການດັ່ງກ່າວ, ທຸກເທື່ອທີ່ຍານອະວະກາດປັບທ່າ ແລະ ປ່ຽນວົງໂຄຈອນໃນອະວະກາດທີ່ກວ້າງເລິກ ລ້ວນແຕ່ຕ້ອງຜ່ານການຄວບຄຸມຈາກໜ້າດິນ. ຢູ່ສູນຄວບຄຸມການບິນອະວະກາດປັກກິ່ງ, ມີຄົນຄົນໜຶ່ງຖືກຂະໜານນາມວ່າ ເປັນ “ນິ້ວມືຄຳທີ່ອອກຄຳສັ່ງຜ່ານທາງໄກ”, ເພິ່ນກໍຄືທ່ານ ຢວີທ່ຽນອີ່ ຮອງຜູ້ບັນຊາການໜ່ວຍງານການບິນອະວະກາດບັນທຸກຄົນຂອງສູນຄວບຄຸມດັງກ່າວ, ຮອງຫົວໜ້າວິສະວະກອນຂອງໜ່ວຍງານບັນຊາການຜ່ານທາງໄກ.
“ຄຳສັ່ງທີ່ສົ່ງໄປອາວະກາດ ບໍ່ເທົ່າໃດວິນາທີກໍຈະຮອດ, ເມື່ອສົ່ງອອກແລ້ວ ກໍຈະປ່ຽນແປງບໍ່ໄດ້, ຕ້ອງຖືກຕ້ອງແມ່ນຢໍາຮ້ອຍສ່ວນຮ້ອຍ. ຖ້າເຮັດຜິດ, ຈະເກີດຜົນກະທົບອັນໜັກໜ່ວງ.” ທ່ານ ຢວີທ່ຽນອີ່ ໄດ້ປຽບທຽບວ່າ: “ການຄວບຄຸມແຕ່ລະເທື່ອ ເໝືອນດັ່ງການສູ້ຮົບເທື່ອໜຶ່ງ, ພວກເຮົາກໍເໝືອນດັ່ງຜູ້ອອກຄຳສັ່ງໃນສະໜາມຮົບ.” ທ່ານ ຢວີທ່ຽນອີ່ ແລະ ໜ່ວຍງານຂອງເພິ່ນ ຈິ່ງຖືກເອີ້ນວ່າ ເປັນຄົນໃກ້ຊິດກວ່າໝູ່ກັບຍານອະວະກາດ ຢູ່ລະຫວ່າງຟ້າ ແລະດິນ.
▲ ທ່ານ ຢວີທ່ຽນອີ່ (ຜູ້ທີສອງຢູ່ເບື້ອງຂວາ) ກຳລັງເຮັດວຽກຢູ່ສູນຄວບຄຸມການບິນອະວະກາດປັກກິ່ງ
ທ່ານ ຢວີທ່ຽນອີ່ ປີນີ້ອາຍຸ 42 ປີ, ເພິ່ນໄດ້ເຮັດວຽກຄົ້ນຄວ້າພັດທະນາຊອບແວ ເຂົ້າໃນທົດລອງ ແລະຄວບຄຸມການບິນອະວະກາດ ແລະ ການຄວບຄຸມການບິນຂຶ້ນສູ່ອະວະກາດເປັນເວລາຫຼາຍປີ, ເຄີຍເປັນຫົວໜ້າຜູ້ອອກແບບ, ຫົວໜ້າທີມໂຄງການຊອບແວ, ຮອງຫົວໜ້າໜ່ວຍງານສະໜັບສະໜູນດ້ານຊອບແວ ແລະ ຮອງຫົວໜ້າວິສະວະກອນໃນການບິນອະວະກາດທຸກຄັ້ງ, ໄດ້ສຳເລັດວຽກງານຄວບຄຸມທີ່ສຳຄັນໃນການຍິງສົ່ງ ແລະ ເຊື່ອມຈອດກັນຂອງຍານອະວະກາດທ່ຽນໂຈ່ວ 2, ທ່ຽນໂຈ່ວ 3 ແລະ ເຊີນໂຈ່ວ 13 ໄດ້ຮັບຜົນຢ່າງເຕັມເມັດເຕັມໜ່ວຍ.
ທ່ານ ຢວີທ່ຽນອີ່ ເວົ້າວ່າ: ຕົນເອງໂຊກດີຫຼາຍ, ເພາະໄດ້ພົບຍຸກສະໄໝແຫ່ງການພັດທະນາພາລະກິດການບິນອະວະກາດຂະໜາດໃຫຍ່, ໂດຍໄດ້ປະຕິບັດໜ້າທີ່ການບິນອະວະກາດທີ່ສໍາຄັນຫຼາຍຄັ້ງ ເຊັ່ນ ການບິນອະວະກາດບັນທຸກຄົນ, ການສຳຫຼວດດວງຈັນ ແລະ ດາວເຄາະເປັນຕົ້ນ. ທ່ານເວົ້າຕື່ມອີກວ່າ: “ທີ່ຈິງແລ້ວ ການບິນອະວະກາດໄດ້ພັດທະນາໄປຢ່າງບໍ່ຢຸດຢັ້ງ ແນ່ນອນມັນຕ້ອງຮຽກຮ້ອງໃຫ້ນັກບິນອະວະກາດແຕ່ລະຮຸ່ນຄົນຕ້ອງໄດ້ບຸກບືນສູ້ຊົນຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ພາລະກິດການບິນອະວະກາດຂອງພວກເຮົາໄດ້ຮັບການພັດທະນາຂຶ້ນໄປຢ່າງບໍ່ຢຸດຢັ້ງ.”