ຈັດພິທີເປີດປ້າຍເຂດແບບຢ່າງກາກບອນຕ່ຳໄຊເສດຖານະຄອນຫຼວງວຽງຈັນ

2022-05-01 12:19:13 CRI


     ພິທີເປີດປ້າຍເຂດແບບຢ່າງກາກບອນຕ່ຳໄຊເສດຖານະຄອນຫຼວງວຽງຈັນເຊິ່ງເປັນໂຄງການຮ່ວມມືໃຕ້ໆລະຫວ່າງຈີນ-ລາວເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ກໍຄື ພິທີມອບຮັບລົດພະລັງງານສະອາດໄດ້ຈັດຂຶ້ນຜ່ານທາງວິດີໂອໃນວັນທີ 29 ເມສາແລ້ວນີ້ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ການກໍ່ສ້າງເຂດແບບຢ່າງດັ່ງກ່າວໄດ້ກ້າວເຂົ້າສູ່ໄລຍະໃໝ່, ໄດ້ເປີດໂສມໜ້າໃໝ່ແຫ່ງການຮ່ວມມືລະຫວ່າງຈີນ-ລາວໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.


     ໃນມື້ດຽວກັນ, ຈີນໄດ້ມອບວັດຖຸຊ່ວຍເຫຼືອງວດທີສອງໃຫ້ແກ່ເຂດແບບຢ່າງກາກບອນຕ່ຳດັ່ງກ່າວຂອງລາວຢ່າງເປັນທາງການ ເຊິ່ງລວມທັງລົດໂດຍສານທີ່ນຳໃຊ້ພະລັງງານສະອາດ 12 ຄັນ, ລົດຂົນສົ່ງທີ່ນຳໃຊ້ພະລັງງານສະອາດ 8 ຄັນ, ລົດຕິດຕາມແລະອະນຸລັກສິ່ງແວດລ້ອມທີ່ນຳໃຊ້ພະລັງງານສະອາດ 8 ຄັນ ແລະອື່ນໆ. ຫວ່າງບໍ່ດົນມານີ້, ວັດຖຸຊ່ວຍເຫຼືອງວດທຳອິດຈາກຈີນໄດ້ຖືກສົ່ງໄປຮອດນະຄອນຫຼວງວຽງຈັນໃນເດືອນສິງຫາປີ 2021, ແລະໄດ້ສຳເລັດການຕິດຕັ້ງໃນເດືອນພະຈິກປີດຽວກັນ. ມາຮອດປັດຈຸບັນ, ວັດຖຸຊ່ວຍເຫຼືອທັງໝົດທີ່ໄດ້ຖືກລະບຸໄວ້ໃນ“ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືສ້າງເຂດແບບຢ່າງກາກບອນຕ່ຳໄຊເສດຖານະຄອນຫຼວງວຽງຈັນ”ລະຫວ່າງຈີນ-ລາວໄດ້ຮັບການຈັດຕັ້ງປະຕິບັດຕົວຈິງຢ່າງຄົບຖ້ວນແລ້ວ.