(ພວກເຮົາລ້ວນແຕ່ແມ່ນຄົນລ່າຝັນ) ຖືຝາເປັນຜ້າ, ສິລະປະໃນບ້ານພູດອຍຂອງນັກແຕ້ມຮູບທີ່ເກີດຫຼັງປີ 1995

2022-05-01 07:58:56 cri

 

ແມວທີ່ມີຕົ້ນໄມ້ເກີດຢູ່ຫົວ, ນາງຟ້າຊາງເອີທີ່ມີແຂນເສື້ອປິວລອຍ, ເຮືອທີ່ບິນໄດ້...ຮູບແຕ້ມເທິງຝາແບບສາມມິຕິທີ່ຊີວິດຊີວາ ເຮັດໃຫ້ບ້ານພູດອຍທີ່ຫ່າງໄກສອກຫຼີກເກີດມີບັນຍາກາດຢ່າງມີມົນເສເໜ່.

ທ.ລີວຈື້ເຊີງ ເກີດຢູ່ນະຄອນລີ້ຈ່ຽງ ແຂວງຢູນນານ ປະເທດຈີນໃນປີ 1995, ເປັນນັກແຕ້ມຮູບເທິງຝາມືອາຊີບຜູ້ໜຶ່ງ. ຢູ່ເທິງຝາາມຖະໜົນເສັ້ນໜຶ່ງຂອງນະຄອນຈຸ່ງກິ່ງ ຕົວເມືອງພາກຕາເວັນຕົກສຽງໃຕ້ຂອງຈີນ, ລາວໄດ້ແຕ້ມຮູບມັງກອນສາມມິຕິ 9 ໂຕທີ່ສະຫງ່າງາມທີ່ສຸດ. ຜົນງານດັ່ງກ່າວເຮັດໃຫ້ລາວກ້າວຂຶ້ນສູ່ການລຽງລຳດັບຂ່າວໜ້າສົນໃຈທີ່ຊາວເນັດມັກຄົ້ນຫາ. ເມື່ອໄດ້ມີຊື່ສຽງໂດ່ງດັງແລ້ວ, ທ.ລີວຈື້ເຊີງ ຈຶ່ງເກີດມີແນວຄິດ ກັບຄືນໄປທົດລອງຢູ່ເຂດຊົນນະບົດແຂວງຢູນານ ເຊິ່ງເປັນບ້ານເກີດຂອງຕົນ, ລາວຢາກເຮັດໃຫ້ບ້ານເກີດເມືອງນອນ ເກີດມີການປ່ຽນແປງດ້ວຍສໍແຕ້ມຮູບຂອງຕົນ.

 

 ມັງກອນຈີນທີ່ແຕ້ມໂດຍທ.ລີຈື້ເຊີງ

ຈຸດປະສົງທີ່ “ເຮັດໃຫ້ຊົນນະບົດເຕັມໄປດ້ວຍບັນຍາກາດສິລະປະ” ຂອງທ.

ລີວຈື້ເຊີງ ປາກົດຜົນເປັນຈິງໄດ້ນັ້ນມັນບໍ່ງ່າຍປານໃດ. ທຳອິດ, ຊາວບ້ານທັງຫຼາຍ ບໍ່ເຊື່ອວ່າລາວແຕ້ມຮູບເພື່ອສາທາລະນະປະໂຫຍດ, ບາງຄົນບໍ່ເຂົ້າໃຈ ແລະ ບໍ່ມັກຜົນງານຂອງລາວ.

 

 ທ.ລີຈື້ເຊີງ ແລະ ຮູບແຕ້ມຂອງລາວ

ຕໍ່ມາ, ຊາວບ້ານທັງຫຼາຍ ກໍເລີ່ມມັກຜົນງານຮູບແຕ້ມຂອງລາວ ແລະນັບມື້ນັບມັກເດັກຊາຍຜູ້ມັກຍິ້ມມັກຫົວ ແລະ ແຕ້ມຮູບຢູ່ທຸກຫົນແຫ່ງຂອງຊົນນະບົດຄົນນີ້.

 ການແຕ້ມຮູບເທິງເຈ້ຍ ສາມາດເຫັນໄດ້ທຸກພາກສ່ວນ, ແຕ່ແຕ້ມເທິງຝາ ຈະສາມາດເຫັນໄດ້ພຽງແຕ່ພາກສ່ວນໃດໜຶ່ງເທົ່ານັ້ນ ຈິ່ງຮຽກຮ້ອງເຖິງຜູ້ແຕ້ມມີສີມືເກັ່ງ. ເວລາແຕ້ມຮູບຢູ່ຊົນນະບົດ, ທ.ລີວຈື້ເຊີງ ເອົາໃຈໃສ່ນຳໃຊ້ລັກສະນະພິເສດຂອງພື້ນທີ່. ຖ້າຢູ່ເທິງຝາມີລາຍສີດຳ ລາວກໍແຕ້ມໃຫ້ເປັນນົກຂຽນ, ຖ້າຢູ່ຕີນຝາມີຮູກໍແຕ້ມເປັນແມວທມ ແລະ ໜູເຈຣີ (Tom and Jerry), ເມື່ອພົບຂັ້ນໄດ ລາວກໍແຕ້ມເປັນລິ້ນຊັກທີ່ໜ້າຮັກ.

ທ.ລີວຈື້ເຊີງ ຍັງໄດ້ຖ່າຍຂະບວນການແຕ້ມຮູບຂອງຕົນ ເຮັດເປັນວິທີໂອ ແລ້ວໂພສລົງອິນເຕີເນັດ ເພື່ອດຶງດູດແຟນມາໄດ້ລ້ານກວ່າຄົນ. ລາວເວົ້າວ່າ: ຫວັງວ່າ ຜ່ານວິດີໂອເຫຼົ່ານີ້ ຮູບແຕ້ມເທິງຝາຂອງຕົນຈະເຜີຍແຜ່ອອກໄປ ແລ້ວດຶງດູດຄົນຈຳນວນຫຼາຍເຂົ້າມາຮອດບ້ານເກີດຂອງຕົນ ເພື່ອຈະນຳເອົາຜົນປະໂຫຍດດ້ານເສດຖະກິດທີ່ເປັນຮູບປະທຳຈຳນວນໜຶ່ງມາໃຫ້ກັບຊາວບ້ານທັງຫຼາຍ ໂດຍຜ່ານຄວາມພະຍາຍາມຂອງຕົນ.