(ພວກເຮົາລ້ວນແຕ່ແມ່ນຜູ້ລ່າຝັນ) ຊົມເຊີຍຂະບວນການບຸກບືນສູ້ຊົນຂອງຊາວໜຸ່ມຢ່າງສຸດໃຈ!

2022-05-02 16:10:13 cri


“ນັກສົ່ງຜັກ” “ສາວຈະຫຼວດສົ່ງຍານ” “ຊ່າງກໍ່ດິນຈີ່ຜູ້ໜຸ່ມນ້ອຍ”……

 

ໃນຂົງເຂດຕ່າງໆຂອງຈີນ ເຊັ່ນ: ການຕ້ານພະຍາດໂຄວິດ-19, ການຄົ້ນຄວ້າວິທະຍາສາດ ແລະ ການລຶບລ້າງຄວາມທຸກຍາກ

ມີຊາວໜຸ່ມຜູ້ເກີດຫຼັງປີ 1995 ຈົນກະທັ້ງປີ 2000 ທີ່ພະຍາຍາມຈູບຈ້າວຫ້າວຫັນຈຳນວນຫຼວງຫຼາຍ

ຄົນທັງຫຼາຍພາກັນອຸທານວ່າ “ພວກເດັກນ້ອຍໃນຄາວນັ້ນໄດ້ເຕີບໃຫຍ່ແລ້ວ!”

 

△ ຢູ່ກຳແພງນະຄອນຊຽງໄຮ້, ພະຍາດໂຄວິດ-19 ກຳລັງແຜ່ລະບາດຢ່າງຮ້າຍແຮງ, ອາສາສະໝັກຊາວໜຸ່ມທີ່ຖືກຂະໜານນາມວ່າ “ນັກສົ່ງຜັກໄດ້ໄປເຂດຊຸມຊົນຕ່າງໆ ເພື່ອຊ່ວຍຈັດແຈງ ວັດຖຸສິ່ງຂອງທີ່ໃຊ້ໃນປະຈຳວັນ ເຊັ່ນຜັກເປັນຕົ້ນ ແລະ ສົ່ງໃຫ້ແກ່ປະຊາຊົນທີ່ກຳລັງກັກບໍລິເວນຢູ່ເຮືອນ

 

ຊາວໜຸ່ມໃນຍຸກສະໄໝໃໝ່ເຫຼົ່ານີ້ ໄດ້ຮັບເອົາ “ໄມ້ຕໍ່ແຮງ” ແຫ່ງການສ້າງສາປະເທດຊາດ

ມີຄວາມຮັບຜິດຊອບ, ບໍ່ຫຼົບຫຼີກຄວາມຫຍຸ້ງຍາກ, ບຸກບືນກ້າວໄປໜ້າຢ່າງອາດຫານ

ສິ່ງເຫຼົ່ານີ້ໄດ້ກາຍເປັນສະພາບປົກກະຕິຂອງຊາວໜຸ່ມຈຳນວນສ່ວນຫຼາຍຂອງຈີນແລ້ວ

 

ໃນຜູ້ຊ່ວຍຕ້ານພະຍາດໂຄວິດ-19 ນັ້ນ ມີຂ້ອຍຄົນໜຶ່ງ

 

ແຕ່ກ່ອນ ພໍ່ແມ່ປົກປ້ອງຂ້ອຍເປັນຢ່າງດີ, ພວກເພິ່ນຄົງບໍ່ຄິດວ່າ ມີມື້ໃດມື້ໜຶ່ງ ລູກສາວເພິ່ນຈະສາມາດຮັກສາຄົນທັງຫຼາຍໄດ້.

 

ນ.ຈ່ງລູ້ເຢ້ ເກີດໃນປີ 1995 ເປັນນາງພະຍາບານຜູ້ໜຶ່ງຂອງແຂວງເຈີ້ຈ່ຽງ ພາກໃຕ້ຂອງຈີນ.

ສອງປີກ່ອນ, ລາວໄດ້ໄປຊ່ວຍຕ້ານພະຍາດໂຄວິດ-19 ຢູ່ນະຄອນອູຮັ້ນ ກາຍເປັນນາງພະຍາບານອາຍຸນ້ອຍທີ່ສຸດໃນທີມງານ,

ຈຶ່ງໄດ້ຮັບການ “ດູແລເປັນພິເສດ” ຈາກເພື່ອນຮ່ວມງານທັງຫຼາຍ.

ປັດຈຸບັນ ພະຍາດໂຄວິດ-19 ແຜ່ລະບາດຢູ່ນະຄອນຊຽງໄຮ້

 ນາງກໍໄປຊຽງໄຮ້ອີກ ເພື່ອຊ່ວຍຕໍ່ຕ້ານພະຍາດ

ກາຍເປັນ “ນາງເສື້ອຂາວ” ທີ່ອົບອຸ່ນທີ່ມີອາຍຸນ້ອຍ

   ສົ່ງຄວາມສຸກ ແລະ ຄວາມຫວັງໃຫ້ແກ່ຜູ້ເປັນພະຍາດ

 

ໃນຜູ້ຄົ້ນຄວ້າວິທະຍາສາດ ມີຂ້ອຍຄົນໜຶ່ງ

 


ນາງໂຈ່ວເຊີງຢວີ້ ເກີດໃນປີ 1996,

ແມ່ນຜູ້ບັນຊາເພດຍິງໜຸ່ມທີ່ສຸດຢູ່ສູນຍິງສົ່ງອະວະກາດເມືອງເວີນຊ່າງ ແຂວງໄຫຫຼຳປະເທດຈີນ

ຄົນທັງຫຼາຍພາກັນເອີ້ນລາວຢ່າງສະໜິດສະໜົມວ່າ “ສາວຈະຫຼວດສົ່ງຍານ

ເຖິງໜຸ່ມ ແຕ່ບໍ່ຢ້ານຄວາມຫຍຸ້ງຍາກ

ນາງໄດ້ເຂົ້າຮ່ວມພາລະກິດ 5 ຄັ້ງ, ໃນນັ້ນ ມີການຍິງສົ່ງຍານອະວະກາດສຳຫຼວດດວງຈັນຊາງເອີ 5 ເປັນຕົ້ນ

  ນາເວົ້າວ່າ “ເມື່ອໄດ້ເຫັນຈະຫຼວດບິນຂຶ້ນສູ່ທ້ອງຟ້າຢ່າງສະດວກ, ວຽກງານຍາກສ່ຳໃດ ໃນໃຈກໍຮູ້ສຶກສົດຊື່ນສ່ຳນັ້ນ!

 

ໃນຜູ້ສູ້ຊົນ ມີຂ້ອຍຄົນໜຶ່ງ

 


ທ.ໂຈ່ວປິ່ນ ເກີດໃນປີ 1995 ແມ່ນກຳມະກອນເຄື່ອນຍ້າຍ

ເຄີຍອອກແຮງງານຢູ່ສະຖານທີ່ກໍ່ສ້າງ

ປະສົມຊີມັງ, ເອົາຊີມັງໃສ່ດິນຈີ່, ຕັດດິນຈີ່, ກໍ່, ໂບກ...

ເປັນວຽກປະຈຳວັນຂອງລາວ.

ກໍ່ດິນຈີ່ກ້ອນແລ້ວກ້ອນເລົ່າ, ກໍ່ຈົນໃຫ້ເປັນຝາແຜ່ນແລ້ວແຜ່ນອີກ.

ພະຍາຍາມຮຽນ ແລະ ເຝິກແອບຢ່າງທໍລະຫົດອົດທົນ ເຮັດໃຫ້ ທ.ໂຈ່ວປິ່ນ ກາຍເປັນຊ່າງກໍ່ຜູ້ມີສີມື ແລະມີຊື່ສຽງຂອງຈີນ

 


ໃນການແຂ່ງຂັນສືມືສາກົນຄັ້ງທີ 43 ທີ່ຈັດຂຶ້ນຢູ່ບຣາຊິນເມື່ອເດືອນສິງຫາປີ 2015

ຜົນງານການກໍ່ດິນຈີ່ຂອງທ.ໂຈ່ວປິ່ນ

    ໄດ້ຮັບຫຼຽນລາງວັນຫຼຽນທຳອິດໃຫ້ກັບຈີນໃນການແຂ່ງຂັນກໍ່ດິນຈີ່ດັ່ງກ່າວ.

ເຮັດໃຫ້ລາວເຕີບໃຫຍ່ຈາກຊ່າງກໍ່ດິນຈີ່ລະດັບພື້ນຖານ ກາຍເປັນຊ່າງສີມືເກັ່ງຂອງປະເທດໃຫຍ່

າວບອກໃຫ້ຄົນທັງຫຼາຍຮູ້ດ້ວຍປະສົບການຂອງຕົນວ່າ:

ຂໍພຽງແຕ່ມີຄວາມພະຍາຍາມ, ການປະສົບຜົນສຳເລັດບໍ່ແມ່ນເລື່ອງຍາກ

 


ນີ້ແມ່ນຊາວໜຸ່ມຈີນໃນຍຸກສະໄໝໃໝ່

ນີ້ແມ່ນໂສມໜ້າຂອງເຂົາເຈົ້າທີ່ຢູ່ເບື້ອງຫຼັງຜົນສໍາເລັດອັນຍິ່ງໃຫຍ່ຂອງປະເທດຊາດ

 


ວິວະກອນຂອງໜ່ວຍງານຄົ້ນຄວ້າພັດທະນາກ້ອງສ່ອງທາງໄກດ້ວຍວິທະຍຸທີ່ມີຮູບມົນໃນລັດສະໝີ 500 ແມັດ ຫຼື FAST ຂອງຈີນ ພວມດຳເນີນງານ, ອາຍຸສະເລ່ຍຂອງໜ່ວຍງານນີ້ ມີພຽງແຕ່ 30 ປີເທົ່ານັ້ນ

 


 

ເຂົາເຈົ້າແມ່ນພະນັກງານຊ່ວຍລຶບລ້າງຄວາມທຸກຍາກທີ່ເຮັດວຽກຢູ່ຊົນນະບົດ ແລະຢູ່ຂັ້ນຮາກຖານ

 


 ທ່ານ ລູ້ຊີ່ທີ່ເກີດຫຼັງປີ 1990 ເປັນເລຂາທີໜຶ່ງຂອງບ້ານເມີຍວ່າ, ຕາແສງຈູໂທ, ເມືອງທ້າປາຍ, ແຂວງສານສີ່ ປະເທດຈີນ, ລາວໄດ້ນຳພາບ້ານນ້ອຍເທິງພູດອຍນີ້ ຫຼຸດພົ້ນອອກຈາກຄວາມທຸກຍາກ.

 

ເຂົາເຈົ້ເປັນອ້າຍເອື້ອຍຄູຢູ່ຊົນນະບົດທີ່ເຮັດໃຫ້ພວກນ້ອງນ້ອຍຫັນແສງສະຫວ່າງໄດ້

 


 ທ.ເພີງຢີວຊີ່ເກີດຫຼັງປີ 1990, ເປັນຄູສອນຢູ່ຊົນນະບົດ, ລາວໄດ້ຊ່ວຍເດັກນ້ອຍທັງຫຼາຍໃນເມືອງປີ້ເຈ໋ ແຂວງກຸ້ຍໂຈ່ ປະເທດຈີນອອກຈາກເຂດພູດອຍ

 

ເຂົາເຈົ້າຢູ່ໃນໄວທີ່ສວຍສົດງົດງາມທີ່ສຸດ

ບຸກບືນສູ້ຊົນ

ເພື່ອສະແດງຄວາມເປັນເຈົ້າການຕໍ່ໄວຂອງເຂົາເຈົ້າ.