(ພວກເຮົາລ້ວນແຕ່ແມ່ນຜູ້ລ່າຝັນ) ຊາວໜຸ່ມຜູ້ລ່າລົມ: ບັນທຶກຄວາມງາມ ແລະ ຄວາມຮຸນແຮງຂອງທຳມະຊາດ, ເກັບຮູບຖ່າຍ ແລະ ວີດີໂອທີ່ລ້ຳຄ່າໄວ້ໃຫ້ແກ່ການຄົ້ນຄວ້າຂອງອຸຕຸນິຍົມ

2022-05-03 11:27:00 cri

  

 ຜົນງານຮູບຖ່າຍຂອງ ລີວອີ້ຈີ້ງ ຖືກວາລະສານ “ຄວາມກ້າວໜ້າດ້ານວິທະຍາສາດອາກາດ” ລົງພິມໃສ່ໜ້າປົກ


ຢູ່ເທິງທົ່ງຫຍ້າທີ່ກວ້າງສຸດສາຍຕາ, ລົມພາຍຸຂະໜາດມະຫຶມາກຳລັງພັດເອົາກຸ່ມເມກເຝື້ອ ທັງປິ່ນລ້ວງຄວ້າງຄຸງທ້ອງຟ້າ, ໂຮມເປັນພະລັງແຮງທີ່ບໍ່ສິ້ນສຸດຂອງທຳມະຊາດ.


ຮູບນີ້ ຖ່າຍຢູ່ເມືອງທົ່ງລຽວ ເຂດປົກຄອງຕົນເອງມົງໂກ ປະເທດຈີນ. ໃນວັນທີ 22 ສິງຫາປີ 2021, ໄດ້ຖືກຂະແໜງການອຸຕຸນິຍົມຍ້ອງຍໍວ່າ ເປັນຫຼັກໝາຍທີ່ສໍາຄັນ ໃນດ້ານອຸຕຸນິຍົມວິທະຍາລະດັບກາງ (mesometeorology) ຂອງຈີນ, ທັງຖືກພິມເປັນໜ້າປົກຂອງວາລະສານ “ຄວາມກ້າວໜ້າດ້ານວິທະຍາສາດອາກາດ (advances in atmospheric sciences) ສະບັບພິເສດ.


ຜູ້ຖ່າຍແມ່ນທ້າວ ລີວອີ້ຈີ້ງ ທີ່ເກີດຢູ່ນະຄອນນານຊ່າງ ແຂວງຈ່ຽງຊີ່ປະເທດຈີນ ຫຼັງປີ 2000. ໃນສະພາບອາກາດທີ່ຮ້າຍແຮງທີ່ສຸດເຊິ່ງຄົນເຮົາບໍ່ຢາກພົບນັ້ນ, ລາວພັດຖືວ່າເປັນໂອກາດດີທີ່ສຸດສຳລັບການຖ່າຍຮູບ. ເລີ່ມແຕ່ປີ 2020 ເປັນຕົ້ນມາ,າວໄດ້ເດີນທາງເກືອບ 3 ໝື່ນກິໂລແມັດພາຍໃນສອງປີ ໂດຍໄດ້ເດີນຜ່ານ 11 ແຂວງຂອງຈີນ, ໄດ້ຖ່າຍຮູບລົມພາຍຸ, ຟ້າຜ່າຟ້າຮ້ອງທີ່ຮຸນແຮງຫຼາຍໝື່ນໃບ, ຈິ່ງຖືກເອີ້ນວ່າເປັນ “ຊາວໜຸ່ມຜູ້ລ່າລົມ”.

 

 ຮູບຟ້າຜ່າທີ່ຖ່າຍໂດຍ ລີວອີ້ຈີ້ງ


ລີວອີ້ຈີ້ງ ປີນີ້ອາຍຸ 21 ປີ, ຕັ້ງແຕ່ຍາມຍັງນ້ອຍ ລາວກໍມັກຮຽນຮູ້ດ້ານອຸຕຸນິຍົມ. ໃນເວລາຮຽນຢູ່ຊັ້ນປະຖົ, ໝູ່ມັກເບິ່ງແຕ່ເລື່ອງກຕູນ ແຕ່ລາວພັດມັກເບິ່ງລາຍການພະຍາກອນອາກາດທີ່ສຸດ. ຮອດໄລຍະຢູ່ມະຫາວິທະຍາໄລ, ລາວເລີ່ມສົນໃຈນຳການຖ່າຍຮູບທິວທັດ. ປີ 2020, ໃນລົມພາຍຸຄັ້ງໜຶ່ງ, ລີວອີ້ຈີ້ງໄດ້ໃຊ້ເຮືອບິນແບບບໍ່ມີຄົນຂັບຖ່າຍວີດີໂອສັ້ນ ເຊິ່ງເປັນຈຸດເລີ່ມຕົ້ນຂອງອາຊີບຊ່າງຖ່າຍຮູບລົມພາຍຸ.

 

△ ລີວອີ້ຈີ້ງ ກຳລັງຊອກຂໍ້ມູນ


ເດືອນສິງຫາປີ 2020, ໃນເວລາເດີນທາງໄປທົ່ງຫຍ້າຮູລູນບູເອີຂອງເຂດປົກຄອງຕົນເອງມົງໂກນ, ລີວອີ້ຈີ້ງ ໄດ້ຖ່າຍຮູບໃບໜຶ່ງທີ່ລາວຖະໜຸຖະໜອມທີ່ສຸດຈົນຮອດປັດຈຸບັນ.

 

 ລີວອີ້ງຈີ້ງ ກຳລັງຖ່າຍຮູບຢູ່


“ຕະຫຼອດຊີວິດຂ້າພະເຈົ້າ ກໍບໍ່ເຄີຍເຫັນທິວທັດແບບນີ້, ຟ້າແມບຄັ້ງດຽວທີ່ມີສາຍຟ້າຜ່າຢ່າງໜ້ອຍ 10 ເສັ້ນພາຍໃນວິນາທີໜຶ່ງ, ຟ້າເອີຍ, ສະເທືອນໃຈແທ້.” ເວລານັ້ນ, ລົມພາຍຸໄດ້ພັດກ້ອງຖ່າຍຮູບໜ່ວຍໜຶ່ງຂອງລີວອີ້ຈີ້ງຈົນເພ, ລາວຕ້ອງຈັບລົດໃຫຍ່ທີ່ລາວຂັບມານັ້ນຢ່າງເອົາເປັນເອົາຕາຍ ເພື່ອປ້ອງກັນບໍ່ໃຫ້ຕົນເອງຖືກລົມພັດໄປ. ລົມພາຍຸເທື່ອນີ້ໄດ້ພັດຕໍ່ເນື່ອງ ເປັນເວລາ 5 ນາທີ, ຈາກນັ້ນ ໝາກເຫັບກໍຕົກລົງມາຢ່າງແຮງ. ລີວອີ້ຈີ້ງເວົ້າວ່າ: “ເຖິງວ່າອັນຕະລາຍຫຼາຍ ແຕ່ຮູບຖ່າຍ ແລະວີດີໂອເຫຼົ່ານີ້ ໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມໝັ້ນໃຈ ແລະ ຄວາມອົງອາດກ້າຫານ ທີ່ຈະຖືເອົາການຖ່າຍຮູບລົມພາຍຸເປັນພາລະກິດຕະຫຼອດຊີວິດຂອງຕົນ.”


ທໍາອິດ, ລີວອີ້ຈີ້ງໄລ່ຕິດຕາມລົມພາຍຸ ພຽງແຕ່ເພື່ອສະແຫວງຫາຄວາມສວຍງາມທີ່ຍອດຍິ່ງຈາກອາກາດທີ່ຮຸນແຮງເທົ່ານັ້ນ. ມີເທື່ອໜຶ່ງ ໃນເວລາຖ່າຍຢູ່ມົງໂກນ, ລາວໄດ້ຍິນຊາວກະສິກອນທີ່ຢູ່ຕາມຖະໜົນຫົນທາງຈົ່ມວ່າ “ທັນຍາຫານໃກ້ຈະເກັບກ່ຽວແລ້ວ ແຕ່ພັດຖືກໝາກເຫັບທຳລາຍ.” ຈາກນັ້ນໄປ ລາວກໍຫັນຄວາມສົນໃຈໃນຄວາມງາມຂອງລົມພາຍຸແຕ່ຢ່າງດຽວ ໄປສູ່ຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ປະສົບເຄາະຮ້າຍຈາກລົມພາຍຸ.


ລີວອີ້ຈິ້ງເວົ້າວ່າ: “ນີ້ແມ່ນເທື່ອທຳອິດທີ່ຂ້າພະເຈົ້າເລີ່ມຄົ້ນຄຶດເຖິງການພົວພັນລະຫວ່າງມະນຸດກັບທຳມະຊາດຢ່າງຕັ້ງໃຈ. ເຖິງວ່າຂ້າພະເຈົ້າເຄີຍໄດ້ເຫັນສະພາບໄພທຳມະຊາດຍ້ອນລົມພາຍຸຈາກປຶ້ມ ແລະຂ່າວກໍຕາມ, ແຕ່ມັນເປັນພຽງແຕ່ຂໍ້ມູນຊື່ໆ, ຂ້າພະເຈົ້າບໍ່ສາມາດສຳຜັດ ເຖິງຄວາມສູນເສຍໄດ້ຢ່າງແທ້ຈິງ.”


ປັດຈຸບັນ, ຖານະອີກຢ່າງໜຶ່ງຂອງລີວອີ້ຈີ້ງແມ່ນຜູ້ສ້າງສັນຜົນງານ ແລະເຜີຍແຜ່ຄວາມຮູ້ດ້ານອຸຕຸນິຍົມວິທະຍາ. ຜ່ານຈາກຮູບຖ່າຍ ແລະ ວິດີໂອກ່ຽວກັບລົມພາຍຸທີ່ລາວຖ່າຍເອງ, ເຜີຍແຜ່ໂຄສະນາຄວາມຮູ້ດ້ານອຸຕຸນິຍົມວິທະຍາ, ຊ່ວຍເຫຼືອການຄົ້ນຄວ້າອຸຕຸນິຍົມວິທະຍາ, ຊ່ວຍເຫຼືອປະຊາຊົນທຳມະດາຫຼົບຫຼີກໄພທຳມະຊາດອັນຮຸນແຮງ. ໃນສື່ສັງຄົມອອນລາຍຂອງລາວ, ຜົນງານຕ່າງໆ ເຊັ່ນຄວາມດັນອາກາດສູງຢູ່ເຂດມໍ່ເຂດຮ້ອນແມ່ນສາເຫດຂອງອຸນຫະພູມສູງຂຶ້ນ”, “ສາເຫດການເກີດ ແລະວິທີປ້ອງກັນລົມໂທນາໂດແລະອື່ນໆ ໄດ້ຮັບຄວາມສົນໃຈຈາກຊາວເນັດເປັນຈໍານວນຫຼວງຫຼາຍ. ເດືອນສິງຫາປີ 2021, ລີວອີ້ຈີ້ງ ຍັງໄດ້ໂພສວີດີໂອລົງເວັບໄຊເພື່ອອະທິບາຍບົດລາຍງານດິນຟ້າອາກາດຂອງອົງການສະຫະປະຊາຊາດທີ່ມີຫົວຂໍ້ວ່າ “ການປ່ຽນແປງຂອງດິນຟ້າອາກາດໃນປີ 2021: ພື້ນຖານຂອງວິທະຍາສາດທຳມະຊາດ.”


ລີວອີ້ຈີ້ງເວົ້າວ່າ: “ລົມພາຍຸງາມຫຼາຍ ແຕ່ກໍອັນຕະລາຍຫຼາຍ. ຄວາມງາມທີ່ສຸດທີ່ເກີດຈາກການປ່ຽນແປງຂອງດິນຟ້າອາກາດ ແຕ່ມັນພັດແມ່ນໄພທຳມະຊາດ. ຫວັງວ່າ ເມື່ອຄົນທັງຫຼາຍເຫັນຜົນງານ ແລະວິດີໂອຂອງຂ້າພະເຈົ້າ, ຈະສາມາດຊ່ວຍໃຫ້ເຂົາເຈົ້າເຂົ້າໃຈເຖິງຄວາມຮຸນແຮງຂອງດິນຟ້າອາກາດຕື່ມອີກ ເພື່ອກະກຽມຮັບມື ແລະປ້ອງກັນມັນ. ນີ້ກໍແມ່ນຄຸນຄ່າຂອງວິດີໂອ ແລະ ຮູບຖ່າຍເຫຼົ່ານີ້ແຫຼະ.”