ອິນໂດເນເຊຍແຈ້ງຂ່າວກ່ຽວກັບເດັກນ້ອຍ 3 ຄົນເສຍຊີວິດຍ້ອນພະຍາດຕັບອັກເສບຮ້າຍແຮງທີ່ບໍ່ຮູ້ສາເຫດ

2022-05-03 12:26:36 CRI


     ຕາມຂ່າວສານບຣູມເປີກລາຍງານວ່າ: ວັນທີ 2 ພຶດສະພານີ້, ກະຊວງສາທາລະນະສຸກອິນໂດເນເຊຍແຈ້ງໃຫ້ຮູ້ວ່າ: ໃນເດືອນຜ່ານມານີ້, ອິນໂດເນເຊຍມີເດັກນ້ອຍ 3 ຄົນເສຍຊີວິດຍ້ອນພະຍາດຕັບອັກເສບຮ້າຍແຮງທີ່ບໍ່ຮູ້ສາເຫດ. ຕາມຂ່າວແຈ້ງວ່າ: ນີ້ໝາຍຄວາມວ່າ, ຈຳນວນຄົນເສຍຊີວິດຍ້ອນພະຍາດຕັບອັກເສບຮ້າຍແຮງທີ່ບໍ່ຮູ້ສາເຫດໃນທົ່ວໂລກໄດ້ເພີ່ມຂຶ້ນເປັນຢ່າງໜ້ອຍ 4 ຄົນ.


    ກະຊວງສາທາລະນະສຸກອິນໂດເນເຊຍແຈ້ງໃຫ້ຮູ້ວ່າ: ເດັກນ້ອຍ 3 ຄົນດັ່ງກ່າວລ້ວນແຕ່ໄດ້ນອນປິ່ນປົວຢູ່ໂຮງໝໍຂອງຈາກາຕາ, ມີອາການວິນຫົວ, ປວດຮາກ, ຖອກທ້ອງຢ່າງໜັກໜ່ວງ, ເປັນໄຂ້ ແລະເສຍສະຕິເປັນຕົ້ນ. ຕາມຂ່າວແຈ້ງຕື່ມວ່າ: ພາກສ່ວນທີ່ກ່ຽວຂ້ອງກຳລັງດຳເນີນການກວດກາຢ່າງຮອບດ້ານເພື່ອກຳນົດສາເຫດເປັນພະຍາດ, ແລະໄດ້ອອກແຈ້ງການເພື່ອເພີ່ມທະວີການຕິດຕາມຕໍ່ພະຍາດດັ່ງກ່າວພາຍໃນຂອບເຂດທົ່ວປະເທດ.