ເກີດເຫດໄຟໄໝ້ຢູ່ນະຄອນຫຼວງຟີລິບປິນ ເຮັດໃຫ້ມີຜູ້ເສຍຊີວິດ 8 ຄົນ

2022-05-03 12:13:03 CRI


     ວັນທີ 2 ພຶດສະພານີ້, ພາກສ່ວນດັບເພີງຂອງຟີລິບປິນແຈ້ງໃຫ້ຮູ້ວ່າ: ຢູ່ເຂດຊຸມຊົນຂອງມະຫາວິທະຍາໄລແຫ່ງໜຶ່ງທີ່ນະຄອນຫຼວງມານີລາໄດ້ເກີດໄຟໄໝ້ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 8 ຄົນ.



     ສື່ມວນຊົນທ້ອງຖິ່ນນຳເອົາຂ່າວຈາກພາກສ່ວນດັບເພີງມາລາຍງານວ່າ: ໃນເວລາປະມານ 5 ໂມງຂອງວັນທີ 2 ພຶດສະພານີ້, ຢູ່ເຂດຊຸມຊົນຂອງມະຫາວິທະຍາໄລຟີລິບປິນທີ່ຕັ້ງຢູ່ເມືອງເຄວຊົນ ນະຄອນຫຼວງມານີລາໄດ້ເກີດເຫດໄຟໄໝ້ເປັນເວລາເກືອບ 2 ຊົ່ວໂມງ, ມີເຮືອນປະມານ 80 ຫຼັງຖືກໄຟໄໝ້ ແລະມີຫຼາຍກວ່າ 250 ຄອບຄົວປະສົບໄພ.



     ປັດຈຸບັນ, ພາກສ່ວນທີ່ກ່ຽວຂ້ອງຂອງຟີລິບປິນກຳລັງສຳຫຼວດສາເຫດທີ່ພາໃຫ້ເກີດເຫດໄຟໄໝ້ໃນຄັ້ງນີ້.