ບົດບາດຂອງເສັ້ນທາງລົດໄຟລາວ-ຈີນໃນການຈໍລະຈອນສິນຄ້າສາກົນເປັນຕາຊົມເຊີຍ

2022-05-04 12:34:40 CRI


     ນັກຂ່າວໄດ້ຊາບຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟແຫ່ງຊາດຈຳກັດຈີນວ່າ: ນັບມາຮອດວັນທີ 3 ພຶດສະພານີ້, ເສັ້ນທາງລົດໄຟລາວ-ຈີນໄດ້ເປີດນຳໃຊ້ມາເປັນເວລາຄົບ 5 ເດືອນແລ້ວ, ການຂົນສົ່ງຜູ້ໂດຍສານແລະສິນຄ້າໄດ້ມີທ່ວງທ່າທີ່ໜ້າຊື່ນຊົມ, ບົດບາດທີ່ເປັນເສັ້ນທາງຈໍລະຈອນສິນຄ້າສາກົນສາຍສຳຄັນໄດ້ສະແດງອອກໃນເບື້ອງຕົ້ນ ເຊິ່ງໄດ້ຂົນສົ່ງສິນຄ້າລວມທັງໝົດ 2,9 ລ້ານໂຕນ, ໃນເດືອນທີ 5 ໄດ້ຂົນສົ່ງສິນຄ້າ 1,1 ລ້ານໂຕນ, ເພີ່ມຂຶ້ນ 5,5 ເທົ່າເມື່ອທຽບໃສ່ເດືອນທຳອິດເຊິ່ງມີປະລິມານຂົນສົ່ງສິນຄ້າ 1 ແສນ 7 ໝື່ນໂຕນ; ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 2,7 ລ້ານຄົນ, ໃນນັ້ນ, ຕອນຢູ່ຈີນໄດ້ຂົນສົ່ງຜູ້ໂດຍສານ 2.388.000 ຄົນ, ຕອນຢູ່ລາວໄດ້ຂົນສົ່ງຜູ້ໂດຍສານ 312.000 ຄົນ.



     ຜູ້ຮັບຜິດຊອບພະແນກສາກົນຂອງກຸ່ມບໍລິສັດທາງລົດໄຟແຫ່ງຊາດຈຳກັດຈີນແນະນຳໃຫ້ຮູ້ວ່າ: ນັບແຕ່ເສັ້ນທາງລົດໄຟລາວ-ຈີນໄດ້ເປີດນຳໃຊ້ຢ່າງເປັນທາງການເປັນຕົ້ນມາ, ບໍລິສັດທາງລົດໄຟສາກົນຈີນ ແລະກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງໄດ້ຮ່ວມກັບບໍລິສັດທາງລົດໄຟລາວ-ຈີນ, ວິເຄາະຄວາມຮຽກຮ້ອງຂອງຜູ້ໂດຍສານໃນການເດີນທາງແລະຄວາມຕ້ອງການໃນການຂົນສົ່ງສິນຄ້າຕາມຫຼັກວິທະຍາສາດ, ເພີ່ມຄວາມສາມາດດ້ານການຂົນສົ່ງເລື້ອຍໆ, ຈັດວາງວຽກງານປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະວຽກງານຂົນສົ່ງຢ່າງເປັນເອກະພາບກັນ, ໄດ້ເຮັດໃຫ້ລົດໄຟຂະບວນຟູ້ຊີ່ງພາຍໃນປະເທດຈີນ ແລະຂະບວນລ້ານຊ້າງພາຍໃນປະເທດລາວ ພ້ອມທັງລົດໄຟຄວາມໄວທຳມະດາໄດ້ໃຫ້ການບໍລິການດ້ວຍຄວາມປອດໄພແລະໝັ້ນທ່ຽງ, ປະເພດສິນຄ້າທີ່ສົ່ງໄປໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ປະລິມານຂົນສົ່ງສິນຄ້າກໍ່ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.