ເລື່ອງລາວການອອກແຮງງານໃນອະດີດຂອງທ່ານສີຈິ້ນຜິງ

2022-05-06 14:28:57 cri



ກ່ຽວກັບການອອກແຮງງານ, ທ່ານສີຈິ້ນຜິງ ເຄີຍກ່າວເນັ້ນໜັກວ່າ: “ຄວາມສຸກບໍ່ຫ່ອນຊິລົ່ນລົງມາຈາກທ້ອງຟ້າ, ຊີວິດການເປັນຢູ່ທີ່ດີງາມແມ່ນສ້າງຂຶ້ນດ້ວຍການອອກແຮງງານ.” ທ່ານສີຈິ້ນຜິງໄດ້ຍ້ອງຍໍສັນລະເສີນການອອກແຮງງານແລະການປະດິດສ້າງດ້ວຍຄວາມເຄົາລົບນັບຖື, ເພິ່ນກໍຮັກຫອມການອອກແຮງງານເຊັ່ນກັນ ແລະໄດ້ຮັກສາທາດແທ້ຜູ້ອອກແຮງງານຢູ່ຕະຫຼອດ.

 



ວັນທີ 20 ກັນຍາປີ1975, ເປັນມື້ກົງກັບບຸນໄຫວ້ພະຈັນ ຕາມປະເພນີຈີນ. ໜັງສືພິມ “ຂ່າວສານຢຽນອ່ານ” ໄດ້ລົງພິມບົດຄວາມເຊິ່ງເປັນບົດເດັ່ນຢູ່ໜ້າທຳອິດຂອງໜັງສືພິມ ມີຫົວຂໍ້ວ່າ “ບັນທຶກການສ້າງເຊື້ອໄຟ: ເລື່ອງກ່ຽວກັບປະຊາຊົນເມືອງຢຽນຊ່ວນພັດທະນາແກັສຊີວະພາບຢ່າງເປັນຂະບວນຟົດຟື້ນ” ໂດຍບົດຄວາມນີ້ໄດ້ນຳສະເໜີຢ່າງລະອຽດກ່ຽວກັບ “ການປະຕິວັດແກັສຊີວະພາບ”ຢູ່ບ້ານຫຼຽງເຈ່ຍເຫີ. ຕອນນັ້ນ, ທ່ານສີຈິ້ນຜິງ ທີ່ເປັນເລຂາໜ່ວຍພັກບ້ານຜູ້ໜຸ່ມແໜ້ນໄດ້ນຳພາປະຊາຊົນສ້າງອ່າງແກັສຊີວະພາບແຫ່ງທຳອິດຂອງແຂວງສ້ານຊີ່ ເຊິ່ງເປັນຂ່າວເດັ່ນທີ່ໂດ່ງດັງໄປທົ່ວເມືອງຢຽນຊ່ວນ.

 

ປີ1969, ທ່ານສີຈິ້ນຜິງ ທີ່ມີອາຍຸບໍ່ຮອດ16ປີໄດ້ເດີນທາງຈາກນະຄອນຫຼວງປັກກິ່ງໄປບ້ານຫຼຽງເຈ່ຍເຫີ ທາງພາກເໜືອແຂວງສ້ານຊີ່ໃນຖານະເປັນໄວໜຸ່ມປັນຍາຊົນຜູ້ລົງພື້ນຖານ ດຳລົງຊີວິດແລະອອກແຮງງານຮ່ວມກັບພີ່ນ້ອງຊາວບ້ານທັງຫຼາຍ.

 

ຕອນຫາກໍ່ໄປຮອດບ້ານຫຼຽງເຈ່ຍເຫີ, ທ່ານສີຈິ້ນຜິງໄດ້ເຫັນກັບຕາກ່ຽວກັບປະຊາຊົນທ້ອງຖິ່ນບໍ່ພຽງແຕ່ຂາດແຄນອາຫານການກິນຢ່າງໜັກໜ່ວງເທົ່ານັ້ນ, ແມ່ນແຕ່ຟືນສຳລັບການດັງໄຟແຕ່ງກິນກໍຍັງເປັນບັນຫາຫຍຸ້ງຍາກເຊັ່ນກັນ. ພາຍຫຼັງໄດ້ດຳລົງຕຳແໜ່ງເປັນເລຂາໜ່ວຍພັກບ້ານແລ້ວ, ທ່ານສີຈິ້ນຜິງກໍໄດ້ຄົ້ນຄິດຢູ່ຕະຫຼອດເພື່ອຊອກຫາວິທີແກ້ໄຂບັນຫາຫຍຸ້ງຍາກໃນການຫາຟືນດັງໄຟເພື່ອແຕ່ງກິນ ແລະການມີແສງສະຫວ່າງ

 

ຄືນມື້ໜຶ່ງ ທ່ານສີຈິ້ນຜິງກຳລັງອ່ານໜັງສືພິມປະຊາຊົນລາຍວັນ, ເພິ່ນພົບເຫັນການແຈ້ງຂ່າວບົດໜຶ່ງກ່ຽວກັບແຂວງເສສວນເຜີຍແຜ່ການໃຊ້ແກັສຊີວະພາບ, ເພິ່ນກໍ່ຮູ້ສຶກຕື່ນເຕັ້ນດີໃຈຫຼາຍແລະຄິດຢູ່ໃນໃຈວ່າ: ຖ້າບ້ານຫຼຽງເຈ່ຍເຫີມີແກັສຊີວະພາບໃຊ້ເຂົ້າໃນການແຕ່ງຢູ່ຄົວກິນແລະມີແສງສະຫວ່າງຮຸ່ງແຈ້ງຄືກັນກັບເສສວນ ຄົງຈະເປັນການດີ! ຈາກນັ້ນມາບໍ່ດົນ, ຄະນະພັກເມືອງຢຽນຊ່ວນໄດ້ຕັດສິນໃຈແຕ່ງຕັ້ງ 6 ຄົນເດີນທາງໄປແຂວງເສສວນເພື່ອທັດສະນະສຶກສາແລະຖອດຖອນບົດຮຽນ, ໃນນີ້ ກໍມີທ່ານສີຈິ້ນຜິງລວມຢູ່ນຳ.

 

ພາຍຫຼັງກັບຈາກການທັດສະນະສຶກສາແລະຖອດຖອນບົດຮຽນຢູ່ແຂວງເສສວນແລ້ວ, ທ່ານສີຈິ້ນຜິງກໍໄດ້ນຳພາຊາວບ້ານລົງມືສ້າງອ່າງແກັສຊີວະພາບ. ຄັນຢາກເຮັດໃຫ້ແນວຄວາມຄິດປາກົດຜົນເປັນຈິງແມ່ນອາໄສຫຍັງ? ກໍແມ່ນອາໄສການອອກແຮງງານແລະປະຕິບັດຕົວຈິງນັ້ນເອງ. ອີງຕາມເນື້ອໃນບາງຕອນຂອງບົດຄວາມທີ່ມີຫົວຂໍ້ວ່າ “ບັນທຶກການສ້າງເຊື້ອໄຟ” ທີ່ລົງພິມໃນໜັງສືພິມເມື່ອປີ1975ນັ້ນໄດ້ລະບຸວ່າ: “ການສ້າງອ່າງແກັສແມ່ນຕ້ອງການຊາຍ, ແຕ່ວ່າບ້ານຫຼຽງເຈ່ຍເຫີບໍ່ມີຊາຍ, ຍ້ອນແນວນັ້ນສະຫາຍສີຈິ້ນຜິງຈຶ່ງໄດ້ນຳພາຊາວໜຸ່ມຫຼາຍຄົນໄປຂຸດຊາຍຢູ່ຄອງນ້ຳສຽນມາທີ່ໄກຈາກບ້ານປະມານ 8 ກິໂລແມັດ,ຊີມັງທີ່ໃຊ້ສຳລັບການສ້າງອ່າງແກັສບໍ່ສາມາດຂົນເຂົ້າບ້ານດ້ວຍລົດໄດ້ ຍ້ອນບ້ານຫຼຽງເຈ່ຍເຫີຕັ້ງຢູ່ໃນເຂດຮ່ອມພູ, ເສັ້ນທາງບໍ່ສະດວກ, ເພິ່ນກໍນຳໜ້າໄປແບກຊີມັງຈາກສະຫະກອນທີ່ໄກຈາກບ້ານປະມານ 8 ກິໂລແມັດກັບເມືອບ້ານ, ບໍ່ມີປູນຂາວ, ເຂົາເຈົ້າກໍສ້າງໂຮງງານນ້ອຍໆເພື່ອຜະລິດປູນຂາວເອົາເອງ.”

 

   ຜ່ານຈາກການບຸກບືນກໍ່ສ້າງຢ່າງເຄັ່ງຮ້ອນມາເປັນເວລາ 20 ກວ່າວັນ, ໃນເມື່ອອ່າງແກັສຊີວະພາບໃກ້ຈະສ້າງສຳເລັດແລ້ວ, ຊາວບ້ານທັງຫຼາຍພັດພົບໂດຍບັງເອີນວ່າ: ອ່າງແກັສມີນ້ຳແລະແກັສຮົ່ວອອກມາ, ຖ້າບໍ່ອະນາໄມນ້ຳເປື້ອນຈາກມູນສັດໃຫ້ທັນການກໍຈະມີຄວາມສ່ຽງທີ່ຕ້ອງປະຖິ້ມອ່າງແກັສ ເພາະໃຊ້ງານບໍ່ໄດ້. ໂດຍບໍ່ຫຼັ່ງເລໃຈແມ່ນແຕ່ໜ້ອຍດຽວ,ທ່ານສີຈິ້ນຜິງໄດ້ຮ່ວມກັບຊາຍໜຸ່ມຫຼາຍຄົນເອົາຄຸຕັກເອົານ້ຳເປື້ອນຈາກມູນສັດອອກຈາກອ່າງແກັສໝົດຄືນ. ເມື່ອປະເຊີນກັບສະພາບອ່າງແກັສຊີວະພາບທີ່ມີນ້ຳເປື້ອນທີ່ສຸດແລະເໝັນແຮງ, ທ່ານສີຈິ້ນຜິງພ້ອມກັບພະນັກງານເຕັກນິກວິຊາການບໍ່ໄດ້ເວົ້າຫຍັງຫຼາຍ, ໂດດລົງອ່າງໂດຍກົງເລີຍ, ເອົານ້ຳລ້າງຝາດ້ານໃນຂອງອ່າງ, ພ້ອມທັງຊອກຫາຈຸດທີ່ມີຮອຍແຕກເພື່ອຕາບຈູນ.

 

ການອອກແຮງງານພາໃຫ້ເກີດມີສິ່ງມະຫັດສະຈັນ. ກາງເດືອນກໍລະກົດປີ1974, ອ່າງແກັສຊີວະພາບສາມາດຜະລິດໄຟໃຊ້ຢ່າງສະດວກ, ດອກໄຟໃຊ້ແກັສຊີວະພາບດອກທຳອິດໄດ້ຮຸ່ງຂຶ້ນຢູ່ບ້ານຫຼຽງເຈ່ຍເຫີເທິງພູພຽງພາກເໜືອແຂວງສ້ານຊີ່, ບັນຫາຫຍຸ້ງຍາກລຳບາກໃນການຫາຟືນດັງໄຟເພື່ອແຕ່ງກິນຂອງປະຊາຊົນຊາວບ້ານມາເປັນເວລາຫຼາຍປີນັ້ນກໍໄດ້ຮັບການແກ້ໄຂເຊັ່ນກັນ. ຈົນຮອດເວລາທີ່ໄຟຟ້າໄດ້ເຂົ້າມາເຖິງບ້ານຫຼັງຈາກນັ້ນ 10 ກວ່າປີ, ອ່າງແກັສຊີວະພາບຈິ່ງຖືກເຊົາໃຊ້ໃນບ້ານແຫ່ງນີ້.

 



ທ່ານສີຈິ້ນຜິງນຳພາຊາວບ້ານບ້ານຫຼຽງເຈ່ຍເຫີສ້າງອ່າງແກັສຊີວະພາບແຫ່ງທຳອິດຂອງແຂວງສ້ານຊີ່

 

   ເວລາຫຼາຍປີທີ່ລົງພື້ນຖານດຳລົງຊີວິດແລະອອກແຮງງານຢູ່ບ້ານຫຼຽງເຈ່ຍເຫີ ທາງພາກເໜືອແຂວງສ້ານຊີ່, ບໍ່ວ່າຈະເປັນວຽກໜັກ, ວຽກເປີະເປື້ອນ ຫຼືວຽກອັນຕະລາຍ, ທ່ານສີຈິ້ນຜິງແມ່ນເຄີຍໄດ້ເຮັດໝົດທຸກຢ່າງ ບໍ່ພຽງແຕ່ເທົ່ານັ້ນ ເພິ່ນຍັງຍາດກັນໄປເຮັດອີກ, ໂດຍບໍ່ເຄີຍກຽດຄ້ານຈັກເທື່ອ. ເພິ່ນນຳພາຊາວບ້ານຂຸດເຈາະບໍ່ນ້ຳສ້າງ, ຕີນສອງເບື້ອງຢຽບນ້ຳປົນດິນຕົມເຮັດມາເປັນເວລາດົນເຕີບ. ໃນເວລາສ້າງເຂື່ອນກັ້ນດິນເພື່ອບຸກເບີກດິນປູກຝັງ, ເພິ່ນໄດ້ເອົາມືຈັບເຊືອກມັດຫີນທັບດິນແລ້ວທັບດິນເຫຼືອງຢ່າງໝົດແຮງ, ມືສອງເບື້ອງໄດ້ຮຸກຖູໄປມາຈົນໂພງໝົດ, ໃນຍາມລະດູໜາວຕ້ອງຂົນມູນສັດຢູ່ອ່າງເກັບມູນສັດ, ທຸກເທື່ອກໍແມ່ນເພິ່ນໂດດລົງອ່າງເປັນຜູ້ທຳອິດ.

 

ຫຼັງຈາກລາອອກຈາກບ້ານຫຼຽງເຈ່ຍເຫີແລ້ວ, ທ່ານສີຈິ້ນຜິງກໍຍັງຄົງຮັກສາທາດແທ້ຜູ້ອອກແຮງງານຕະຫຼອດມາ. ຕອນເຮັດວຽກຢູ່ເມືອງເຈີ້ງຕິ້ງ ແຂວງເຫີເປີຍ, ໃນເວລາລົງເຄື່ອນໄຫວສຳຫຼວດກວດກາວຽກງານຢູ່ທ້ອງຖິ່ນ, ຖ້າຫາກພົບຍາມພີ່ນ້ອງປະຊາຊົນເຮັດໄຮ່ເຮັດນາ, ເພິ່ນກໍຈັບເອົາຈົກເຮັດວຽກນຳເຂົາເຈົ້າທັນທີ.ເວລາເຮັດວຽກຢູ່ເຂດນິງເຕີ ແຂວງຟູຈ້ຽນ, ບ່ອນຢູ່ອາໄສຂອງທ່ານສີຈິ້ນຜິງແມ່ນໄດ້ວາງກະເຊາະແລະໄມ້ຄານ 4 ຊຸດທີ່ໃຊ້ສຳລັບຫາບດິນ ແລະ ຈົກສອງ,ສາມດວງ, ທັງໝົດນີ້ແມ່ນເຄື່ອງມືອອກແຮງງານຂອງເພິ່ນ. ຢູ່ເຂດບໍ່ແຮ່ແຂວງເຈີ້ຈ່ຽງ, ທ່ານສີຈິ້ນຜິງໄດ້ຖ່າຍເຄື່ອງເຮັດວຽກ, ຂີ່ລິບລົງຮອດພື້ນບໍ່ແຮ່ໃຕ້ດິນເລິກເກືອບ 1.000 ແມັດ, ເພິ່ນໄດ້ກົ້ມຫົວແລະກົ່ງຫຼັງຍ່າງຢູ່ໃນບໍ່ແຮ່ທີ່ຄັບແຄບເພື່ອຢ້ຽມຢາມກຳມະກອນບໍ່ຖ່ານຫີນຢູ່ໃຕ້ບໍ່.

 



ວັນທີ 2 ທັນວາປີ1989, ທ່ານສີຈິ້ນຜິງທີ່ເປັນເລຂາຄະນະພັກເຂດນິງເຕີແຂວງຟູຈ້ຽນໃນເວລານັ້ນໄດ້ນຳພາພະນັກງານອົງການທີ່ຂຶ້ນກັບຄະນະພັກເຂົ້າຮ່ວມການອອກແຮງງານລວມ.

 

“ຮາກຂອງພວກເຮົາແມ່ນຝັງເລິກຢູ່ນຳປະຊາຊົນຜູ້ອອກແຮງງານ.” ທ່ານສີຈິ້ນຜິງໄດ້ຍ້ອງຍໍສັນລະເສີນການອອກແຮງງາານແລະການປະດິດສ້າງດ້ວຍຄວາມເຄົາລົບນັບຖື, ທ່ານໄດ້ຮຽກຮ້ອງໃຫ້ຕ້ອງອອກແຮງເສີມຂະຫຍາຍຈິດໃຈແບບຢ່າງຜູ້ອອກແຮງງານ, ຈິດໃຈອອກແຮງງານ, ຈິດໃຈນາຍຊ່າງ.ເພິ່ນເວົ້າວ່າ: ການອອກແຮງງານມີກຽດສະຫງ່າທີ່ສຸດ, ການອອກແຮງງານສູງສົ່ງທີ່ສຸດ, ການອອກແຮງງານຍິ່ງໃຫຍ່ທີ່ສຸດ ແລະການອອກແຮງງານສວຍງາມທີ່ສຸດ.

 



ເດືອນສິງຫາປີ2019, ທ່ານສີຈິ້ນຜິງນຳໃຊ້ຈົກຂຸດຮ່ອງຊາຍ ເຂົ້າຮ່ວມວຽກງານປັບປຸງທະເລຊາຍຢູ່ນິຄົມປ່າໄມ້ ປ່າປູ້ຊ່າ ເມືອງກູລ້າງ ແຂວງກ່ານຊູ້.

 

ພາຍຫຼັງຂຶ້ນດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນນັບແຕ່ກອງປະຊຸມໃຫຍ່ພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ອອກແຮງງານຮ່ວມກັບປະຊາຊົນຢູ່ເລື້ອຍໆ. ເດືອນກຸມພາປີ2016, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມບ້ານເສີນຊ່ານ ເມືອງຈິງກ່າງຊ່ານ ແຂວງຈ່ຽງຊີ່ ເພື່ອຮັບຮູ້ສະພາບການລຶບລ້າງຄວາມທຸກຍາກຢ່າງຖືກຕ້ອງຕາມເປົ້າໝາຍຂອງບ້ານນີ້ ແລະຍັງໄດ້ຮ່ວມກັບຊາວບ້ານຕຳເຂົ້າເພື່ອເຮັດເຂົ້າໜົມ“ຊືປ່າ”. ເດືອນສິງຫາປີ2019, ທ່ານສີຈິ້ນຜິງນຳໃຊ້ຈົກຂຸດຮ່ອງຊາຍ ເຂົ້າຮ່ວມວຽກງານປັບປຸງທະເລຊາຍຢູ່ນິຄົມປ່າໄມ້ ປ່າປູ້ຊ່າ ເມືອງກູລ້າງ ແຂວງກ່ານຊູ້. ໃນຕະຫຼອດໄລຍະ10ປີຜ່ານມານີ້, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຕາມພັນທະຢູ່ນະຄອນຫຼວງປັກກິ່ງໃນທຸກໆປີ, ເພິ່ນໄດ້ຊ້ວນດິນຖົມຂຸມປູກຕົ້ນໄມ້, ແລະຫີ້ວນ້ຳຫົດຕົ້ນໄມ້…

 

ໃນຖານະເປັນຜູ້ນຳພັກແລະລັດຖະບານທີ່ມາຈາກປະຊາຊົນຜູ້ອອກແຮງງານ, ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ເປັນຢ່າງສູງຕໍ່ບັນຫາກ່ຽວກັບການປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານ. ໃນໄລຍະ10ປີຜ່ານມານີ້, ການປະຕິຮູບໃນຂົງເຂດປະກັນສັງຄົມເຊັ່ນ: ການລ້ຽງດູຜູ້ເຖົ້າ, ການປະກັນສຸຂະພາບແລະອື່ນໆໄດ້ພັດທະນາກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ນະໂຍບາຍຮັບປະກັນການປະກອບອາຊີບຂອງກຸ່ມຄົນຈຸດສຸມເຊັ່ນ: ນັກສຶກສາທີ່ຮຽນຈົບຈາກມະຫາວິທະຍາໄລ, ແຮງງານເຄື່ອນຍ້າຍຈາກຊົນນະບົດ ແລະອື່ນໆໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຢ່າງຮອບດ້ານ, ການສ້າງກົດໝາຍຕ່າງໆກ່ຽວກັບຂົງເຂດແຮງງານເຊັ່ນ: ກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍການປະກັນສັງຄົມແລະອື່ນໆກໍພວມໄດ້ຮັບການບູລະນະໃຫ້ສົມບູນຂຶ້ນເທື່ອລະກ້າວ.

ສັງຄົມນິຍົມແມ່ນໄດ້ມາຈາກພຶດຕິກຳຕົວຈິງ, ຍຸກໃໝ່ກໍແມ່ນສ້າງຂຶ້ນດ້ວຍພຶດຕິກຳຕົວຈິງ.

 ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: “ການອອກແຮງງານຄືແຫຼ່ງທີ່ມາຂອງຊັບສົມບັດ ແລະກໍແມ່ນແຫຼ່ງທີ່ມາຂອງຄວາມສຸກ.” ທ່ານສີຈິ້ນຜິງຍັງເຄີຍກ່າວວ່າ: “ຄວາມໃຝ່ຝັນທີ່ດີງາມຢູ່ໃນໂລກນີ້, ມີພຽງແຕ່ຜ່ານຈາກການອອກແຮງງານຢ່າງຊື່ສັດເທົ່ານັ້ນຈິ່ງຈະບັນລຸຜົນເປັນຈິງໄດ້. ບັນຫາຫຍຸ້ງຍາກຕ່າງໆນາໆທີ່ເກີດຂຶ້ນໃນຂະບວນການພັດທະນາ, ມີພຽງແຕ່ຜ່ານຈາກການອອກແຮງງານຢ່າງຊື່ສັດເທົ່ານັ້ນຈິ່ງຈະແກ້ໄຂໄດ້. ຄວາມສະຫງ່າລາສີທຸກຢ່າງໃນຊີວິດຂອງຄົນເຮົາ, ມີພຽງແຕ່ຜ່ານຈາກການອອກແຮງງານຢ່າງຊື່ສັດເທົ່ານັ້ນຈິ່ງຈະສ້າງຂຶ້ນໄດ້.”