ສົງຄາມເງົາມືດ

2022-05-06 22:42:15 cri

ເລີ່ມແຕ່ປີ 2001 ເປັນຕົ້ນມາ, ເປັນຫຍັງອາເມຣິກາຈິ່ງໄດ້ສ້າງຫ້ອງທົດລອງຊີວະພາບຢູ່ຕ່າງປະເທດເປັນຈຳນວນຫຼວງຫຼາຍ?

ຂ້າພະເຈົ້າໄດ້ຍົກເອົາເຫດການສຳຄັນທີ່ເກີດຂຶ້ນຢູ່ອາເມຣິກາໃນປີ 2001 ທີ່ຊີ້ໃຫ້ເຫັນວ່າ: ປີນັ້ນເປັນປີທີ່ພິເສດຫຼາຍ. ເດືອນກໍລະກົດ, ອາເມຣິກາໄດ້ປະຕິເສດການກວດກາອາວຸດຊີວະພາບ; ພາຍຫຼັງເຫດການ 11 ກັນຍາຜ່ານໄປໄດ້ໜຶ່ງອາທິດແລ້ວ, ກໍໄດ້ມີ “ຈົດໝາຍປົນເປື້ອນໄວຣັດແອນແທຣກ” ຖືກສົ່ງມາໃຫ້ລັດຖະສະພາ ແລະ ຫ້ອງບັນນາທິການຂ່າວຂອງລັດຖະສະພາອາເມຣິກາ.

ຫຼັງຈາກນັ້ນ, ຫ້ອງທົດລອງຊີວະພາບຂອງອາເມຣິກາໄດ້ສ້າງຂຶ້ນຢູ່ຕ່າງປະເທດເປັນຈຳນວນຫຼວງຫຼາຍ…ເປັນເລື່ອງບັງເອີນບໍ່? ສິ່ງເຫຼົ່ານີ້ມີການພົວພັນກັນແນວໃດ?

ຂ້າພະເຈົ້າໄດ້ກວາດເບິ່ງລາຍຊື່ຂອງຜູ້ທີ່ຖືກສົງໄສໃນປີນັ້ນແລ້ວພົບວ່າ: ຄົນຄົນໜຶ່ງມີປະສົບການເປັນທີ່ໜ້າສົນໃຈຫຼາຍ.

ທ່ານວິນລຽມ ບິວ ປາຕຣິກ ອະດີດຜູ້ຮັບຜິດຊອບແຜນການເຮັດສົງຄາມຊີວະພາບຟອດ ເດຕຣິກ ຂອງອາເມຣິກາ, ທ່ານຜູ້ນີ້ມີເຕັກນິກໃໝ່ກ່ຽວກັບໄວຣັດແອນແທຣກທີ່ສາມາດໃຊ້ໃນການຜະລິດອາວຸດຊີວະພາບໄດ້, ສິດທິບັດອາວຸດຊີວະພາບ 5 ລາຍການຍັງເກັບຮັກສາໃຫ້ເປັນຄວາມລັບຂອງອາເມຣິກາຈົນມາເຖິງປັດຈຸບັນນີ້. ບຸກຄົນສຳຄັນອັນດັບໜຶ່ງແບບນີ້, ຄວນເປັນຜູ້ໃຫ້ຄຳປຶກສາແກ່ອົງການສືບສວນກາງສະຫະລັດອາເມຣິກາ ຫຼື FBI , ກົງກັນຂ້າມ, ພັດຕົກເປັນຜູ້ຕ້ອງຫາໃນຂະບວນການສືບສວນສອບສວນ.ເປັນຍ້ອນຫຍັງ?

ໃນການສືບສວນຂອງ FBI ໄດ້ພົບເຫັນວ່າ: ກ່ອນເກີດເຫດຫຼອນໂຈມຕີແບບກໍ່ການຮ້າຍ, ທ່ານວິນລຽມ ບິວ ປາຕຣິກເຄີຍໄດ້ຈຳລອງເຫດການ “ຈົດໝາຍປົນເປື້ອນໄວຣັດແອນແທຣກ” ຄັ້ງໜຶ່ງ, ໄວຣັດທີ່ໃຊ້ເຂົ້າໃນການເຮັດຈຳລອງ ແລະ ຂັ້ນຕອນຕ່າງໆແມ່ນຄ້າຍຄືກັນກັບເຫດການຫຼອນໂຈມຕີແທ້ໆ.

ປີ 1998, ໜັງສືພິມ ແລະ ໂທລະພາບຂອງອາເມຣິກາໄດ້ມະໂນພາບໂລກທີ່ອາວຸດຊີວະພາບຕົກຢູ່ໃນກຳມືຂອງພວກກໍ່ການຮ້າຍຫຼາຍລົບຫຼາຍຕ່າວ. ສ່ວນທ່ານວິນລຽມ ບິວ ປາຕຣິກໄດ້ເດີນທາງເຖິງຕຶກຫ້ອງການລັດຖະສະພາ, ທ່ານຢາກບອກກັບພະນັກງານທີ່ເຮັດວຽກຢູ່ໃນຫ້ອງການ ດ້ວຍຄວາມເປັນຈິງວ່າ: ລະບົບປ້ອງກັນຄວາມໝັ້ນຄົງລະດັບສຸດຍອດຂອງອົງການເຫຼົ່ານີ້ ຍັງແມ່ນແບບທຳມະດາຊື່ໆ. ຈຸດທີ່ເປັນຕາສົນໃຈທີ່ສຸດຂອງການສາທິດເທື່ອນີ້ກໍຄື: ທ່ານໄດ້ຈັບເອົາຫຼອດນ້ອຍໆອອກຈາກຖົງເສື້ອ ໃນເວລາທີ່ທ່ານໄດ້ເຂົ້າໄປຮອດດ້ານໃນຕຶກແບບລັບໆວ່າ: “ຝຸ່ນໄວຣັດແອນແທຣກພຽງ 7,5 ກຣາມເທົ່ານັ້ນ, ກໍສາມາດຂ້າຊີວິດຂອງໝົດທຸກຄົນຢູ່ໃນຕຶກຫ້ອງການນີ້ໄດ້.”

ມີເຈົ້າໜ້າທີ່ຂັ້ນສູງຂອງອາເມຣິກາຈັກທ່ານທີ່ຕົກສະເງີ້ຍ້ອນ “ການສາທິດ” ດັ່ງກ່າວ, ຂ້າພະເຈົ້າບໍ່ຮູ້. ແຕ່ມີເຈົ້າໜ້າທີ່ທະຫານອາເມຣິກາຄົນໜຶ່ງ ໄດ້ເຊີນທ່ານວິນລຽມ ບິວ ປາຕຣິກ ເຂົ້າໄປໃນສະໜາມທົດລອງຂອງກອງທັບອາເມຣິກາ ເພື່ອສອນວິທີປັບປ່ຽນໄວຣັດແອນແທຣກໃຫ້ກາຍມາເປັນອາວຸດຊີວະພາບ. ນັບແຕ່ປີ 1998 ຫາປີ 2001, ທ່ານວິນລຽມ ບິວ ປາຕຣິກໄດ້ໃຫ້ສຳພາດສື່ຕ່າງໆ, ທ່ານໄດ້ດຳເນີນການສິດສອນກ່ຽວກັບໄວຣັດແອນແທຣກ, ດຳເນີນການທົດລອງກ່ຽວກັບຈົດໝາຍປົນເປື້ອນໄວຣັດແອນແທຣກ, ສິ່ງເຫຼົ່ານີ້ ລ້ວນແຕ່ເກີດຂຶ້ນກ່ອນການເຈລະຈາເທື່ອໜຶ່ງ.

ແມ່ນແລ້ວ, ນັ້ນກໍແມ່ນການເຈລະຈາກ່ຽວກັບກົນໄກກວດກາ “ສົນທິສັນຍາເກືອດຫ້າມອາວຸດຊີວະພາບ”. ເດືອນກໍລະກົດປີ 2001, ອາເມຣິກາບໍ່ພຽງແຕ່ປະຕິເສດຕໍ່ການກວດກາເທົ່ານັ້ນ, ຫາກຍັງໄດ້ຖອນອອກຈາກການເຈລະຈາດັ່ງກ່າວໂດຍກົງ. ສິ່ງເຫຼົ່ານີ້ຈະມີສ່ວນກ່ຽວຂ້ອງກັບການເຄື່ອນໄຫວຕ່າງໆຂອງທ່ານວິນລຽມ ບິວ ປາຕຣິກ ຫຼືບໍ່?

ໂດຍອີງຕາມຄຳເວົ້າຂອງຫົວໜ້າຜູ້ຕາງໜ້າການເຈລະຈາຂອງອາເມຣິການັ້ນກໍແມ່ນ: “ຖ້າປະຕິບັດຕາມເນື້ອໃນຂອງອະນຸສັນຍາກວດກາທີ່ມີຢູ່ໃນປັດຈຸບັນ, ອາເມຣິກາກໍ່ມີສິ່ງກໍ່ສ້າງຫຼາຍພັນແຫ່ງ, ຈົນວ່າເປັນໝື່ນແຫ່ງຕ້ອງໄດ້ຮັບການກວດກາ. ຄັນຊັ້ນ, ອາເມຣິກາຈະຍອມບໍ່?”

ພວກທ່ານຮູ້ແລ້ວບໍ່? ໃນການເຈລະຈາ, ອາເມຣິກາເອງໄດ້ຍອມຮັບວ່າ: ຕົນມີສິ່ງກໍ່ສ້າງຫຼາຍພັນແຫ່ງຖືກສົງໄສວ່າຄົ້ນຄວ້າແລະຜະລິດອາວຸດຊີວະພາບໃນປີ 2001.

ແຕ່ຖ້າມີພຽງແຕ່ທ່ານວິລຽມ ບິວ ປາຕຣິກຄົນດຽວເທົ່ານັ້ນ, ຈະມີບົດບາດຫຼາຍປານນັ້ນບໍ່? ຢູ່ເບື້ອງຫຼັງຂອງທ່ານແມ່ນໃຜ? ທ່ານໄດ້ຮັບສັນຍານຫຍັງບໍ່?

ໃນຊຸມປີ 1990, ປະເທດຕ່າງໆທີ່ເຂົ້າຮ່ວມການເຈລະຈາລ້ວນແຕ່ເອົາໃຈໃສ່ວ່າຈະເຮັດແນວໃດ ເພື່ອຫຼຸດໄພຂົ່ມຂູ່ຈາກອາວຸດຊີວະພາບ, ສ່ວນກົມແຜນການຄົ້ນຄວ້າລະດັບສູງຂອງກະຊວງປ້ອງກັນປະເທດອາເມຣິກາ ຫຼື DARPA ເຊິ່ງຖືກເອີ້ນວ່າເປັນ “ສະໝອງຂອງທຳນຽບ 5 ແຈ” ພັດຮູ້ເຖິງຄວາມສຳຄັນຂອງອາວຸດຊີວະພາບ ໂດຍໄດ້ຈ້າງທ່ານໂຈຊົວ ເລເດີເບີກ ນັກວິທະຍາສາດຊີວະພາບລະດັບສຸດຍອດ ທີ່ເຄີຍຕຳໜິລັດຖະບານອາເມຣິກາບໍ່ໄດ້ເອົາໃຈໃສ່ການພັດທະນາອາວຸດຊີວະພາບ. ໃນປີ 1997, ເຂົາເຈົ້າໄດ້ນຳໜ້າອອກແບບສ້າງກົມຫຼຸດຜ່ອນໄພຂົ່ມຂູ່ຂອງກະຊວງປ້ອງກັນປະເທດອາເມຣິກາ ຫຼື DTRA ທີ່ເປັນອົງການໃໝ່ຂອງກະຊວງປ້ອງກັນປະເທດອາເມຣິກາ ທີ່ຮັບຜິດຊອບການເຄື່ອນໄຫວຂອງຫ້ອງທົດລອງຊີວະພາບຂອງອາເມຣິກາຢູ່ຕ່າງປະເທດໃນປັດຈຸບັນ.

ເມື່ອມີຫ້ອງທົດລອງຊີວະພາບຢູ່ຕ່າງປະເທດແລ້ວ, ຄັນຊັ້ນ, ບາດກ້າວຕໍ່ໄປຈະແມ່ນຫຍັງ? ມັນມີສາຍພົວພັນແນວໃດກັບທ່ານວີນລຽມ ບີວ ປາຕຣິກ?

ເມື່ອສືບສວນກ່ຽວກັບເລື່ອງນີ້ແລ້ວ, ຈະໄດ້ຄົ້ນພົບຫຼັກຖານຕ່າງໆທີ່ຄົບຖ້ວນ, ແຜນການໜຶ່ງທີ່ຈະແຈ້ງກວ່າໝູ່ໄດ້ປາກົດຂຶ້ນຢູ່ຕໍ່ໜ້າຂ້າພະເຈົ້າ. ສ່ວນທ່ານວີນລຽມ ບີວ ປາຕຣິກ ກໍສ່ຳກັບເມັດຂີ້ຊາຍເມັດໜຶ່ງທີ່ເຝືອນນ້ຳວົນຍູ້ຂຶ້ນມາ.

ພາຍໃຕ້ການຊີ້ນຳຂອງທ່ານວີນລຽມ ບີວ ປາຕຣິກ, ຫ້ອງທົດລອງອາເມຣິກາທີ່ຄົ້ນຄວ້າເຊື້ອແອນແທຣກ ເພື່ອນຳໃຊ້ເປັນອາວຸດນັ້ນ ຈຶ່ງບໍ່ສາມາດຮັບການ ກວດກາວ່າມີອາວຸດຊີວະພາບຫຼືບໍ. ໃນເດືອນກໍລະກົດປີ 2001, ອາເມຣິກາໄດ້ປະຕິເສດບໍ່ຍອມຮັບກົນໄກກວດກາຂອງສົນທິສັນຍາວ່າດ້ວຍການເກືອດຫ້າມອາວຸດຊີວະພາບ, ນີ້ໄດ້ເປັນເງື່ອນໄຂສະດວກໃຫ້ກັບອາເມຣິກາໃນການດຳເນີນການຄົ້ນຄວ້າຊີວະພາບຢູ່ຕ່າງປະເທດ.

ເປັນຫຍັງຫ້ອງທົດລອງຊີວະພາບຂອງອາເມຣິກາຈຶ່ງມີການເຄື່ອນໄຫວຢູ່ຕ່າງປະເທດນັບມື້ນັບຫຼາຍຂຶ້ນນັບແຕ່ປີ 2001 ເປັນຕົ້ນມາ? ກໍຍ້ອນວ່າໃນເວລານັ້ນ ອາເມຣິກາກຳລັງເຮັດສົງຄາມຕໍ່ຕ້ານການກໍ່ການຮ້າຍໃນທົ່ວໂລກ. ຄັນຊັ້ນ, ອາເມຣິກາກຳລັງດຳເນີນການເຄື່ອນໄວທາງການທະຫານດ້ວຍການນຳໃຊ້ອາວຸດຊີວະພາບແບບມືດມົນຫວາ ? ນີ້ເປັນເລື່ອງທີ່ໜ້າສົງໄສທີ່ສຸດ.

ໃນປີ 2001, ຍ້ອນຖືກໂຈມຕີແບບກໍ່ການຮ້າຍຢ່າງຕໍ່ເນື່ອງ, ດັ່ງນັ້ນ, “ການຕ້ານການກໍ່ການຮ້າຍ”ຈຶ່ງໄດ້ກາຍເປັນໜ້າທີ່ຫຼັກຂອງອາເມຣິກາ.ຄັນຊັ້ນ, ອາເມຣິກາຈະ “ຕໍ່ຕ້ານ”ດ້ວຍວິທີໃດ?

ພາຍຫຼັງພົບເຫັນ “ຈົດໝາຍປົນເປື້ອນເຊື້ອໄວຣັດແອນແທຣກ”ແລ້ວ, ຜູ້ທຳອິດທີ່ຊີ້ອອກວ່າປະເທດອີຣັກເປັນຜູ້ກໍ່ການຮ້າຍນັ້ນ ພັດບໍ່ແມ່ນເຈົ້າໜ້າທີ່ FBI ຜູ້ທີ່ຮັບຜິດຊອບສືບສວນເລື່ອງນີ້, ແຕ່ພັດແມ່ນນັກຂ່າວທີ່ຊ່ວຍທ່ານວີວລຽມ ບີວ ປາຕຣິກ ປາກົດຕົວເລື້ອຍໆນັບແຕ່ປີ 1998 ເປັນຕົ້ນມາ. ຫຼັງຈາກນັ້ນ, ອາເມຣິກາໄດ້ເບິ່ງຂ້າມເບາະແສທີ່ເຊື້ອໄວຣັດແອນແທຣກມາຈາກຫ້ອງທົດລອງຊີວະພາບຟອດ ເດຕຣິກຂອງອາເມຣິກາ ແລະໄດ້ເຮັດສົງຄາມຢູ່ອີກຣັກໃນຂໍ້ອ້າງ “ການຕ້ານການກໍ່ການຮ້າຍ”. ສ່ວນຫ້ອງທົດລອງຊີວະພາບຂອງອາເມຣິກາ ກໍໄດ້ແຜ່ຂະຫຍາຍໄປທົ່ວໂລກຢ່າງວ່ອງໄວເຊັ່ນກັນ.

ຂ້າພະເຈົ້າຢາກຮູ້ວ່າ ນີ້ແມ່ນຜົນຮ້າຍທີ່ເກີດຈາກເຫດການ“ຈົດໝາຍປົນເປື້ອນເຊື້ອໄວຣັດແອນແທຣກ” ຫຼືແມ່ນເລື່ອງທີ່ໄດ້ວາງແຜນໄວ້ລ່ວງໜ້າມາແຕ່ດົນແລ້ວ?

ໂລກໃນເຝືອນນ້ຳວົນ ໄດ້ຂະຫຍາຍຕົວໄປເປັນແບບໃດແລ້ວ? ຫ້ອງທົດລອງຊີວະພາບຂອງອາເມຣິກາໄດ້ແຜ່ຂະຫຍາຍໄປຮອດແຫ່ງຕ່າງໆຂອງໂລກແລ້ວ. ຢູ່ເຂດອ້ອມແອ້ມຫ້ອງທົດລອງຊີວະພາບທີ່ອູແກຣນ, ມີທະຫານ 20 ຄົນໄດ້ເສຍຊີວິດຈາກເຊື້ອໄວຣັດໄຂ້ຫວັດໃຫຍ່ແບບບັງເອີນ, ຢູ່ເຂດໃກ້ຄຽງຫ້ອງທົດລອງຊີວະພາບ ຟອດ ເດຕຣິກຂອງອາເມຣິກາ ກໍໄດ້ເກີດມີພະຍາດອັກເສບປອດທີ່ບໍ່ຮູ້ສາເຫດ ເຊິ່ງເກີດກ່ອນການແຜ່ລະບາດຂອງພະຍາດໂຄວິດ-19.

    ຄັນຊັ້ນ, ແມ່ນໃຜແທ້ທີ່ເບິ່ງຂ້າມຊີວິດປະຊາຊົນ? ແມ່ນໃຜແທ້ທີ່ປ່ອຍຕົນເອງໄປຕາມຄວາມທະເຍິທະຍານ? ແລະແມ່ນໃຜແທ້ ທີ່ໄດ້ຕົກຢູ່ໃນເຝືອນນ້ຳວົນທີ່ຕົນເອງເປັນຜູ້ກໍ່ຂຶ້ນ?