ລັດຖະມົນຕີກະຊວງປ້ອງກັນປະເທດຟີລິບປີນກ່າວວ່າ: ລັດຖະບານດູເຕີເຕສາມາດສົນທະນາສັນຕິພາບກັບຈີນໄດ້

2022-05-06 15:57:35 cri

ວັນທີ 5 ພຶດສະພານີ້, ທ່ານເດວຟິນ ໂລເຣັນຊານາ ລັດຖະມົນຕີກະຊວງປ້ອງກັນປະເທດຟີລິບປີນກ່າວວ່າ: ເຖິງວ່າສະຖານະການຢູ່ທະເລຈີນໃຕ້ຍັງເຄັ່ງຕຶງຢູ່, ແຕ່ວ່າໃນໄລຍະທີ່ທ່ານໂຣດຣີໂກ ດູເຕີເຕ ດຳລົງຕຳແໜ່ງເປັນປະທານາທິບໍດີຟິລິບປີນ, ປະເທດຈີນບໍ່ໄດ້ຍຶດເອົາດິນແດນຂອງຟີລິບປີນຈັກໜ້ອຍເລີຍ.

ທ່ານ ໂລເຣັນຊານາ ກ່າວວ່າ: “ພວກເຮົາບໍ່ໄດ້ເຫັນສັນຍານລົບກວນໃດໆ. ສາເຫດຕົ້ນຕໍອາດຈະຍ້ອນວ່າລັດຖະບານຂອງພວກເຮົາໄດ້ສົນທະນາສັນຕິພາບກັບລັດຖະບານຈີນແລ້ວ, ຂ້າພະເຈົ້າເຫັນວ່າວິທີແກ້ໄຂບັນຫາທີ່ດີທີ່ສຸດຍັງແມ່ນວິທີທາງການທູດ.”

ໃນຕົ້ນເດືອນນີ້, ທ່ານໂຣດຣີໂກ ດູເຕີເຕ ປະທານາທິບໍດີຟິລິບປີນເຄີຍກ່າວວ່າ: ມານີລາແລະປັກກິ່ງ “ບໍ່ມີຫຍັງຜິດຖຽງກັນ”, ສອງຝ່າຍສາມາດດຳເນີນການເຈລະຈາກັນກ່ຽວກັບໝູ່ເກາະນານຊາທີ່ມີຄວາມຂັດແຍ້ງກັນ.