ຄົນຮຸ່ນນີ້ຈະເຂັ້ມແຂງກວ່າຄົນຮຸ່ນກ່ອນ

2022-05-07 20:23:33 cri




ວັນທີ 4  ພຶດສະພາ ປີ2014 ຄື: ວັນຊາວໜຸ່ມຈີນ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ເດີນທາງໄປຢ້ຽມຢາມມະຫາວິທະຍາໄລປັກກິ່ງ.

 

ລະຫວ່າງການເດີນທາງໄປສູນແລກປ່ຽນຢິງເຈຂອງມະຫາວິທະຍາໄລປັກກິ່ງ, ທ່ານສີຈິ້ນຜິງໄດ້ພົບເຫັນອາຈານແລະນັກສຶກສາທັງຫຼາຍທີ່ກຳລັງຈັດງານອ່ານບົດກະວີໄວໜຸ່ມຢູ່ເດີ່ນຫຍ້າໃນໂຮງຮຽນເພື່ອເປັນການສະເຫຼີມສະຫຼອງວັນຊາວໜຸ່ມຈີນ ທີ 4 ພຶດສະພາ,ເຊິ່ງວັນຊາວໜຸ່ມຈີນມີຄວາມເປັນມາຈາກເຫດການໜຶ່ງທີ່ສຳຄັນທາງປະຫວັດສາດ ຄື: ຂະບວນການຮັກຊາດເພື່ອຕ້ານລັດທິຈັກກະພັດແລະລັດທິສັກດິນາໂດຍມີຊາວໜຸ່ມນັກສຶກສາເຂົ້າຮ່ວມເປັນຕົ້ນຕໍທີ່ເກີດຂຶ້ນຢູ່ປັກກິ່ງໃນວັນທີ4 ພຶດສະພາ ປີ1919, ພາຍຫຼັງສປຈີນສະຖາປະນາຂຶ້ນແລ້ວ ລັດຖະບານຈີນໄດ້ກຳນົດເອົາວັນທີ 4 ພຶດສະພາ ເປັນວັນຊາວໜຸ່ມຈີນ.ເມື່ອໄດ້ເຫັນທ່ານສີຈິ້ນຜິງກຳລັງຍ່າງມາ, ຄົນທັງຫຼາຍພາກັນຮ້ອງໂຮຊົມເຊີຍແລະຕົບມືຢ່າງຟົດຟື້ນ.

 

ຕອນນັ້ນ, ທ່າມກາງສຽງປະກອບດົນຕີໄວໂອລິນ, ຊຸມອາຈານແລະນັກສຶກສາທັງຫຼາຍທີ່ໄດ້ໃສ່ຊຸດນັກຮຽນນັກສຶກສາສະໄໝຂະບວນການ “4 ພຶດສະພາ”ນັ້ນກຳລັງອ່ານບົດກະວີທີ່ເຂົາເຈົ້າແຕ່ງຂຶ້ນເອງໃນຊື່ບົດກະວີທີ່ວ່າ “ຮັບຟັງສຽງຂອງຊາວໜຸ່ມ” ແລະ ບົດກະວີທີ່ແຕ່ງໂດຍ ທ່ານເໝົາເຈີຕຸ່ງ ອະດີດຜູ້ນຳຈີນໃນຊື່ບົດກະວີທີ່ວ່າ “ຊິງຢວນຊຸ່ນ ສາງຊ່າ”.

 

ທ່ານສີຈິ້ນຜິງໄດ້ຍ່າງໄປຢືນຢູ່ນຳນັກສຶກສາທັງຫຼາຍແລະຮັບຟັງການອ່ານບົດກະວີຢ່າງຕັ້ງໃຈ.

 

ພາຍຫຼັງການອ່ານບົດກະວີສິ້ນສຸດລົງແລ້ວ, ທ່ານສີຈິ້ນຜິງໄດ້ໂອ້ລົມສົນທະນາກັບອາຈານແລະນັກສຶກສາທັງຫຼາຍທີ່ຍ່າງໂຮມເຂົ້າມານັ້ນຢ່າງສະໜິດສະໜົມດ້ວຍຮ້ອຍຍິ້ມທີ່ເປັນກັນເອງ. ເວລານັ້ນ, ທ້າວລວີຟານ ນັກສຶກສາປະລິນຍາເອກຂອງວິທະຍາໄລວິຈິດສິນມະຫາວິທະຍາໄລປັກກິ່ງ ເຊິ່ງແມ່ນໜຶ່ງໃນນັກສຶກສາຜູ້ອ່ານບົດກະວິໃນເທື່ອນັ້ນ, ລາວໄດ້ເລົ່າຄືນຫຼັງວ່າ: ທ່ານເລຂາທິການໃຫຍ່ໄດ້ຍ້ອງຍໍວ່າ ການອ່ານບົດກະວີຂອງເຂົາເຈົ້າແມ່ນອ່ານດ້ວຍຄວາມໝັ້ນໃຈ ເຊິ່ງໄດ້ສະແດງໃຫ້ເຫັນເຖິງສະຕິຄວາມຮັບຜິດຊອບທາງປະຫວັດສາດແລະສະຕິຊາດຢ່າງເຂັ້ມແຂງ, ຫວັງວ່າເຂົາເຈົ້າຈະຕິດຕາມຍຸກສະໄໝຢ່າງໃກ້ຊິດ,ບໍ່ພຽງແຕ່ຈະປະດິດແຕ່ງບົດກະວິທີ່ສວຍງາມເທົ່ານັ້ນ, ຍັງຈະສາມາດປະດິດແຕ່ງບົດກະວີຂອງຊີວິດຕົນທີ່ສະຫງ່າລາສີອີກດ້ວຍ.

 

ນາງ ເຈີ້ງຟາງຢວນ ນັກສຶກສາປີທີ 3 ຜູ້ຮັບຜິດຊອບວຽກງານຈັດຕັ້ງກິດຈະກຳງານອ່ານບົດກະວີໃນມື້ນັ້ນ ໄດ້ຮັບຟັງຄຳໂອ້ລົມຂອງທ່ານສີຈິ້ນຜິງ, ນາງເລົ່າຄວາມຮູ້ສຶກໃຫ້ຮູ້ວ່າ: “ນອກຈາກຮູ້ສຶກມີກຽດຫຼາຍແລ້ວ ຂ້ອຍຍັງຮູ້ສຶກເຖິງຄວາມຮັບຜິດຊອບແລະມີກຳລັງແຮງໃຈຕື່ມອີກ”

 

ນີ້ແມ່ນເທື່ອທີ 5 ທີ່ທ່ານສີຈິ້ນຜິງໄປຢ້ຽມຢາມມະຫາວິທະຍາໄລປັກກິ່ງຫຼັງຈາກທ່ານໄດ້ໄປເຮັດວຽກຢູ່ຂັ້ນສູນກາງ ແລະກໍເປັນເທື່ອທຳອິດທີ່ທ່ານໄປຢ້ຽມຢາມມະຫາວິທະຍາໄລປັກກິ່ງຫຼັງຈາກກອງປະຊຸມໃຫຍ່ພັກກອມມູນິດຈີນຄັ້ງທີ 18.

 

ສ່ວນການຢ້ຽມຢາມມະຫາວິທະຍາໄລປັກກິ່ງເທື່ອນີ້, ທ່ານສີຈິ້ນຜິງໄດ້ໃຫ້ຄຳສັ່ງສອນຕ່າງໆເຊິ່ງເພິ່ນໄດ້ສະຫຼຸບຈາກປະສົບການອັນປະເສີດໃນຍາມເປັນໄວໜຸຸ່ມຄື:

 

ຕ້ອງເໜັບກະດຸມໜ່ວຍທຳອິດຂອງຊີວິດໃຫ້ດີ.

 

ຊາວໜຸ່ມທັງຫຼາຍຄວນບຳລຸງສ້າງໃຫ້ມີຄ່ານິຍົມແກນກາງສັງຄົມນິຍົມ, ຕ້ອງສຸມຄວາມພະຍາຍາມເຂົ້າໃນການດຸໝັ່ນຮ່ຳຮຽນ, ສ້າງຄຸນສົມບັດໃຫ້ກັບຕົນເອງ, ຮູ້ຈຳແນກອັນໃດຜິດອັນໃດຖືກ ແລະມີຄວາມຊື່ສັດບໍລິສຸດ.

 

ຊາວໜຸ່ມແຕ່ລະຮຸ່ນຄົນຕ່າງກໍມີກາລະໂອກາດຂອງຕົນ, ສະນັ້ນຕ້ອງວາງແຜນຊີວິດແລະສ້າງປະຫວັດສາດຕາມເງື່ອນໄຂຂອງຍຸກສະໄໝທີ່ຕົນເອງພວມຢູ່…

 

ຄຳສັ່ງສອນທີ່ທ່ານສີຈິ້ນຜິງເວົ້າຢ່າງໜັກແໜ້ນດ້ວຍພາສາອັນລຽບງ່າຍແຕ່ມີຄວາມໝາຍອັນເລິກເຊິ່ງເຫຼົ່ານີ້ໄດ້ບອກໃຫ້ຮູ້ວ່າ: ເສັ້ນທາງຊີວິດຂອງຄົນເຮົາເຖິງຈະຍາວໄກກໍຕາມ, ແຕ່ອັນສຳຄັນມັກຈະຢູ່ນຳບາດກ້າວຍ່າງພຽງບໍ່ເທົ່າໃດບາດກ້າວເທົ່ານັ້ນ ໂດຍສະເພາະແມ່ນໃນໄລຍະທີ່ເປັນໄວໜຸ່ມ. ທ່ານສີຈິ້ນຜິງຫວັງໃຫ້ບັນດາຊາວໜຸ່ມເພີ່ມຄວາມຮູ້ແລະຝຶກຝົນຫຼໍ່ຫຼອມຈິດໃຈຂອງຕົນເອງ ເພື່ອຢ່ວງບາດກ້າວທຳອິດໃນຊີວິດໃຫ້ດີ.

 

ໃນໂອກາດໂອ້ລົມສົນທະນາກັບຊາວໜຸ່ມທຸກເທື່ອ, ທ່ານສີຈິ້ນຜິງກໍໄດ້ຖືໂຕເອງເປັນ “ເພື່ອນໃຫຍ່”ຂອງຊາວໜຸ່ມໂດຍເອົາໃຈໃສ່ສັ່ງສອນ ແລະພະຍາຍາມແບ່ງປັນປະສົບການແລະບົດຮຽນທຸກຢ່າງທີ່ເພິ່ນໄດ້ສະສົມມາຈາກໄລຍະການເຕີບໃຫຍ່ນັ້ນໃຫ້ຊາວໜຸ່ມທັງຫຼາຍຮັບຮູ້.

 

ໃນເວລາຢ້ຽມຢາມມະຫາວິທະຍາໄລປັກກິ່ງ, ທ່ານສີຈິ້ນຜິງໄດ້ເລົ່າສູ່ຟັງວ່າ: ຕອນໄວໜຸ່ມເພິ່ນເອງກໍໄດ້ປະເຊີນກັບການຄັດເລືອກທີ່ວ່າຈະໄປຮຽນຕໍ່ຢູ່ຕ່າງປະເທດຫຼືເຂົ້າເຮັດວຽກ, ແຕ່ໃນທີ່ສຸດ ເນື່ອງຈາກມີຄວາມຄິດຢາກເຮັດໃນສິ່ງທີ່ມີຄຸນປະໂຫຍດຈຳນວນໜຶ່ງ, ເພິ່ນຈຶ່ງໄດ້ຕັດສິນໃຈເລືອກຢູ່ພາຍໃນປະເທດເພາະຢາກເຮັດວຽກເພື່ອປະເທດຊາດແລະປະຊາຊົນ.

 

ໃນເວລາໂອ້ລົມສົນທະນາກັບຜູ້ແທນຊາວໜຸ່ມດີເດັ່ນຈາກວົງການຕ່າງໆ, ທ່ານສີຈິ້ນຜິງໄດ້ເລົ່າປະສົບການທີ່ເພິ່ນລົງພື້ນຖານດຳລົງຊີວິດແລະອອກແຮງງານຢູ່ຊົນນະບົດຍາມເພິ່ນເປັນໄວໜຸ່ມວ່າ: “ເວລາໄປລ້ຽງແກະຢູ່ເທິງພູ, ຂ້າພະເຈົ້າຖືປຶ້ມໄປນຳ, ມັດແກະຢູ່ຕາມໂນນພູນ້ອຍປ່ອຍໃຫ້ມັນກິນຫຍ້າ ແລ້ວກໍອ່ານປຶ້ມເລີຍ.” ທ່ານສີຈິ້ນຜິງໄດ້ສົ່ງເສີມໃຫ້ຊາວໜຸ່ມທັງຫຼາຍຄວນຕັ້ງໃຈຮ່ຳຮຽນເພື່ອສ້າງຄວາມສາມາດໃຫ້ກັບຕົນເອງໃຫ້ດີ.

 

  ໃນເວລາຢ້ຽມຢາມມະຫາວິທະຍາໄລນິຕິສາດແລະລັດຖະສາດຈີນ, ທ່ານສີຈິ້ນຜິງໄດ້ເລົ່າສູ່ນັກສຶກສາທັງຫຼາຍໃຫ້ຮູ້ເລື່ອງລາວກ່ຽວກັບເງື່ອນໄຂການດຳລົງຊີວິດທຸກຍາກລຳບາກທີ່ສຸດຕອນໄວຮຽນຂອງເພິ່ນຄືອາຫານ3ຄາບແຕ່ລະມື້ແມ່ນ “ກິນອາຫານແຫຼວສອງຄາບແລະອາຫານແຫ້ງຄາບດຽວເທົ່ານັ້ນ”, ທ່ານສີຈິ້ນຜິງໄດ້ໃຫ້ກຳລັງໃຈແກ່ນັກສຶກສາທັງຫຼາຍວ່າ: ເຖິງຈະຢູ່ໃນສະພາບທີ່ລຳບາກຍາກເຂັນປານໃດກໍຕາມ ກໍຄວນຮຽນຮູ້ໃຫ້ມີຈິດໃຈເຂັ້ມແຂງ…

 

ທ່ານສີຈິ້ນຜິງໄດ້ເລົ່າເລື່ອງໂດຍໄດ້ຍົກຕົວຢ່າງທີ່ໜ້າສົນໃຈດ້ວຍຄຳເວົ້າທີ່ເປັນກັນເອງ, ເຂົ້າໃຈງ່າຍ ເຊິ່ງສາມາດເຂົ້າເຖິງຈິດໃຈຂອງຊາວໜຸ່ມທັງຫຼາຍ ປານກັບສາຍລົມແລະນ້ຳຝົນອັນບໍລິສຸດໃນລະດູບານໃໝ່ທີ່ຫຼໍ່ລ້ຽງຈິດໃຈ, ເຮັດໃຫ້ຄົນຮູ້ສຶກອົບອຸ່ນແລະສະໜິດສະໜົມເປັນພິເສດ.

 

ໃນເວລາເຂົ້າຮ່ວມກິດຈະກຳຄະນະຊາວໜຸ່ມໃນຫົວຂໍ້ “ບໍ່ລືມອຸດົມການແຕ່ຫົວທີ ໄປຕາມພັກ” ຢູ່ມະຫາວິທະຍາໄລນິຕິສາດແລະລັດຖະສາດຈີນ, ທ່ານສີຈິ້ນຜິງໄດ້ຈັບມືກັບນັກສຶກສາທັງຫຼາຍທີ່ຢືນລຽນເປັນສອງແຖວນັ້ນໄປແຕ່ລະຄົນຕາມລຳດັບ, ເວລາດຳເນີນກິດຈະກຳ, ມີນັກສຶກສາບາງຄົນແມ່ນນັ່ງຢູ່ທາງຫຼັງຂອງທ່ານສີຈິ້ນຜິງ, ຕອນທີ່ນັກສຶກສາຍິງຜູ້ໜຶ່ງປະກອບຄຳເຫັນ, ທ່ານສີຈິ້ນຜິງໄດ້ຫັນຫຼັງມາຮັບຟັງຢ່າງຕັ້ງໃຈດ້ວຍຮ້ອຍຍິ້ມ, ນັກສຶກສາຜູ້ນັ້ນໄດ້ເລົ່າຄືນຫຼັງສະພາບຕອນນັ້ນວ່າ:  “ເພື່ອເບິ່ງຂ້ອຍ,ທ່ານເລຂາທິການໃຫຍ່ເພິ່ນໄດ້ຫັນຫຼັງມາແນມເບິ່ງຂ້ອຍຕະຫຼອດ.”

 

ໃນເວລາທ່ານສີຈິ້ນຜິງຢ້ຽມຢາມວິທະຍາໄລລັດທິມາກມະຫາວິທະຍາໄລປັກກິ່ງ, ພາຍຫຼັງການໂອ້ລົມສົນທະນາກັບອາຈານແລະນັກສຶກສາທັງຫຼາຍສິ້ນສຸດລົງແລ້ວ, ມີນັກສຶກສາຖາມທ່ານສີຈິ້ນຜິງວ່າ: ຂໍຖ່າຍຮູບຮ່ວມນຳກັນແດ່ໄດ້ບໍ່? ເພິ່ນກໍຕອບຮັບດ້ວຍຄວາມຍິນດີ ແລະຍັງເປັນເຈົ້າການຈັດແຖວໃຫ້ນັກສຶກສາທັງຫຼາຍຕາມຄວາມສູງຕ່ຳຂອງແຕ່ລະຄົນ ພ້ອມທັງສອບຖາມຊ່າງຖ່າຍຮູບວ່າ “ໄດ້ເຫັນໜ້າທຸກຄົນແລ້ວບໍ່?”

 

ຄວາມເອົາໃຈໃສ່ແບບນີ້ເຮັດໃຫ້ຄົນທັງຫຼາຍຮູ້ສຶກອົບອຸ່ນໃຈຫຼາຍ.

 

ເນື່ອງຈາກເຄີຍລົງພື້ນຖານດຳລົງຊີວິດແລະອອກແຮງງານຢູ່ບ້ານຊົນນະບົດເທິງພູພຽງດິນເຫຼືອງພາກເໜືອແຂວງສ້ານຊີ່ໃນຍາມໄວໜຸ່ມ, ທ່ານສີຈິ້ນຜິງຈຶ່ງຮູ້ດີເຖິງຄວາມປາຖະໜາຂອງຊາວໜຸ່ມ,ໂດຍທ່ານໄດ້ໃຫ້ຄວາມສຳຄັນແລະຄວາມເອົາໃຈໃສ່ແກ່ຊາວໜຸ່ມດ້ວຍຄວາມລະອຽດມາໂດຍຕະຫຼອດ ພ້ອມທັງສົ່ງເສີມໃຫ້ເຂົາເຈົ້າເດີນຕາມຄວາມໃຝ່ຝັນຂອງຕົນ.

 

ປັດຈຸບັນ, ທ້າວ ລວີຟານ ນັກສຶກສາຜູ້ອ່ານບົດກະວີໃນເວລາທ່ານສີຈິ້ນຜິງໄປຢ້ຽມຢາມມະຫາວິທະຍາໄລປັກກິ່ງໃນເມື່ອກ່ອນນັ້ນ ໄດ້ກາຍເປັນອາຈານສອນຢູ່ມະຫາວິທະຍາໄລປັກກິ່ງແລ້ວ, ລາວໄດ້ບອກດ້ວຍຄວາມປະທັບໃຈວ່າ: ຄຳສັ່ງສອນຂອງທ່ານເລຂາທິການໃຫຍ່ໄດ້ເຮັດໃຫ້ຊາວໜຸ່ມຮູ້ສຶກວ່າ: ຕ້ອງກ້າຮັບຜິດຊອບ, ຊາວໜຸ່ມຄືຟອງນ້ອຍໆຟອງໜຶ່ງໃນກະແສຂະບວນການພັດທະນາຂອງຊາດ, ຄືຟອງດ້ານຫຼັງຂອງປະຊາຊາດຈີນ ທີ່ສາມາດມຸ່ງໜ້າໄຫຼໄປສູ່ທາງໜ້າໄດ້ຢ່າງສະຫງ່າຜ່າເຜີຍ.

 

ທ່ານສີຈິ້ນຜິງກ່າວວ່າ: “ຊາວໜຸ່ມຮຸ່ນນີ້ຂອງຈີນຍ່ອມຈະມີອະນາຄົດທີ່ສົດໃສ ແລະຍ່ອມຈະສາມາດສ້າງຜົນງານອັນໃຫຍ່ຫຼວງໄດ້ຢ່າງແນ່ນອນ. ນີ້ຄືກົດເກນປະຫວັດສາດດັ່ງຄຳສຸພາສິດທີ່ວ່າ: ‘ແມ່ນ້ຳຢັງເຊໄຫຼໄປໜ້າດ້ວຍຟອງທາງຫຼັງຍູ້ຟອງທາງໜ້າໄປ’, ກໍປຽບເໜືອນໜ້າທີ່ຄວາມຮັບຜິດຊອບຂອງໄວໜຸ່ມໃນການພັດທະນາຕົນເອງແບບ ‘ຄົນຮຸ່ນນີ້ຈະເຂັ້ມແຂງກວ່າຄົນຮຸ່ນກ່ອນ’.”

 

ໄວໜຸ່ມຈີນໃນຍຸກໃໝ່ຍ່ອມຈະບຸກບືນສູ້ຊົນເພື່ອກ້າວເດີນໄປຂ້າງໜ້າຢ່າງສະຫງ່າອົງກາດແນ່ນອນ.