ອິນໂດເນເຊຍເຫັນວ່າ ບໍ່ຄວນປັບການແຜ່ລະລາດຂອງພະຍາດໂຄວິດ-19 ລົງເປັນພະຍາດປະຈຳທ້ອງຖິ່ນຢ່າງຟ້າວຟັ່ງ

2022-05-07 15:05:52 CRI

ຫວ່າງມໍ່ໆມານີ້, ທ່ານອັບບຣາຮຳ ວິໂຣໂຕໂມ ຫົວໜ້າຜູ້ຊ່ຽວຊານຂອງສຳນັກງານປະທານາທິບໍດີອິນໂດເນເຊຍກ່າວວ່າ: ຈະປັບໃຫ້ການແຜ່ລະບາດຂອງພະຍາດໂຄວິດ-19 ເປັນພະຍາດປະຈຳທ້ອງຖິ່ນຫຼືບໍ່, ຍັງຕ້ອງເຝົ້າຕິດຕາມແລະຄົ້ນຄວ້າກ່ຽວກັບສະພາບການແຜ່ລະບາດຂອງພະຍາດເປັນເວລາຫຼາຍອາທິດ ຫຼັງຈາກວັນບຸນໝົດຖືສິນອົດ ແລ້ວຈິ່ງຈະສາມາດປະເມີນຜົນໄດ້.

ວັນທີ 6 ພຶດສະພານີ້, ສື່ມວນຊົນອິນໂດເນເຊຍໄດ້ນຳເອົາຄຳເວົ້າຂອງທ່ານອັບບຣາຮຳ ວິໂຣໂຕໂມມາລາຍງານວ່າ: ເຖິງວ່າສະພາບການແຜ່ລະບາດຂອງພະຍາດຢູ່ອິນໂດເນເຊຍມີສະພາບດີຂຶ້ນກວ່າໄລຍະຜ່ານມາຫຼາຍ, ແຕ່ “ລັດຖະບານຈະບໍ່ປັບການແຜ່ລະລາດຂອງພະຍາດໂຄວິດ-19 ໃຫ້ເປັນພະຍາດປະຈຳທ້ອງຖິ່ນຢ່າງຟ້າວຟັ່ງ”.

ຕົ້ນເດືອນແລ້ວນີ້, ທ່ານໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍເຄີຍກ່າວວ່າ: ການຈະປັບພະຍາດໂຄວິດ-19 ຈາກພະຍາດທີ່ແຜ່ລະບາດຢ່າງຂະໜາດໃຫຍ່ໃຫ້ເປັນພະຍາດປະຈຳທ້ອງຖິ່ນນັ້ນ, ຕ້ອງມີໄລຍະຂ້າມຜ່ານ, “ໄລຍະຂ້າມຜ່ານນີ້ອາດຈະຕ້ອງການເວລາ 6 ເດືອນ”, ໃນໄລຍະຂ້າມຜ່ານດັ່ງກ່າວຍັງຄວນຮັບມືກັບການແຜ່ລະບາດຂອງພະຍາດ “ດ້ວຍຄວາມລະມັດລະວັງ”.