ກອງປະຊຸມແລກປ່ຽນພຸດທະສາສະໜາລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປະຈຳປີ2022ໄດ້ຈັດຂຶ້ນ

2022-05-08 13:48:35 cri



   ກອງປະຊຸມແລກປ່ຽນພຸດທະສາສະໜາລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປະຈຳປີ 2022 ເຊິ່ງ ແມ່ນສະມາຄົມພຸດທະສາສະ ໜາຈີນເປັນເຈົ້າພາບໄດ້ຈັດຂຶ້ນດ້ວຍຮູບແບບວີດີໂອໃນວັນທີ7ພຶດສະພານີ້.ຜູ້ຕາງໜ້າວົງການພຸດທະສາສະໜາທີ່ມາຈາກໄທ ມຽນມາ ຫວຽດນາມແລະປະເທດອື່ນໆເກືອບ 30 ອົງໄດ້ເຂົ້າຮ່ວມ ກອງປະຊຸມຜ່ານທາງອອນລາຍ.



   ຫົວຂໍ້ຂອງກອງປະຊຸມຄັ້ງນີ້ແມ່ນ“ໄຕ້ຕະກຽງໃນໃຈ ຮ່ວມກັນກ້າວໄປສູ່ ອະນາຄົດ”ໂດຍມີຈຸດປະສົງເພື່ອເພີ່ມທະວີມິດຕະພາບລະຫວ່າງວົງການພຸດທະ ສາສະໜາຈາກປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ,ຊຸກຊູ້ການແລກປ່ຽນຢ່າງກວ້າງຂວາງ.ບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ພາວະນາເພື່ອສັນຕິພາບ ສະຖຽນລະພາບຂອງລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແລະການຮ່ວມກັນກ້າວໄປ ສູ່ອະນາຄົດຂອງມວນມະນຸດພາຍຫຼັງເອົາຊະນະສະພາບການແຜ່ລະບາດຂອງພະຍາດໂຄວິດ-19.