ຟີລິບປີນຈັດການປ່ອນບັດເລືອກຕັ້ງຢ່າງເປັນທາງການ

2022-05-09 16:49:58 cri

ເວລາ 6 ໂມງຂອງວັນທີ 9 ພຶດສະພາ 2022, ການປ່ອນບັດເລືອກຕັ້ງທົ່ວປະເທດແລະລະດັບທ້ອງຖິ່ນຂອງຟີລິບປີນໄດ້ຈັດຂຶ້ນຢ່າງເປັນທາງການ.

ມື້ດຽວກັນ, ຜູ້ມີສິດເລືອກຕັ້ງຫຼາຍກວ່າ 65,7 ລ້ານຄົນໄດ້ເດີນທາງໄປສະຖານທີ່ປ່ອນບັດ 37.211 ຈຸດທີ່ຕັ້ງຢູ່ທົ່ວປະເທດຟີລິບປີນ, ເພື່ອປ່ອນບັດເລືອກຕັ້ງປະທານາທິບໍດີ, ຮອງປະທານາທິບໍດີ, ສະມາຊິກສະພາແຫ່ງຊາດ, ເຈົ້າໜ້າທີ່ບໍລິຫານທ້ອງຖິ່ນແລະສະມາຊິກສະພາທ້ອງຖິ່ນຊຸດໃໝ່. ສະຖານທີ່ປ່ອນບັດຈະປິດລົງໃນເວລາ 19 ໂມງ. ຜົນການເລືອກຕັ້ງເບື້ອງຕົ້ນຄາດວ່າຈະປະກາດໃນຕອນຂ້ອນແຈ້ງວັນທີ 10 ພຶດສະພານີ້.

ເພື່ອຮັບປະກັນໃຫ້ການປ່ອນບັດດຳເນີນໄປຢ່າງໝັ້ນທ່ຽງແລະຖືກຕ້ອງລະບຽບການ, ລັດຖະບານຟີລິບປີນໄດ້ສົ່ງຕຳຫຼວດແລະທະຫານຫຼາຍກວ່າ 1 ແສນຄົນໄປສະຖານທີ່ປ່ອນບັດເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ, ນອກນີ້ຍັງມີຕຳຫຼວດ 1,2 ໝື່ນຄົນເຝົ້າຮັກສາຄວາມປອດໄພເພື່ອຮັບມືກັບສະພາບການສຸກເສີນ.

ອີງຕາມລັດຖະທຳມະນູນຟີລິບປີນໄດ້ກຳນົດວ່າ: ປະທານາທິບໍດີຟີລິບປີນມີອາຍຸການເປັນໄລຍະ 6 ປີ, ບໍ່ສາມາດດຳລົງຕຳແໜ່ງອີກວາລະໜຶ່ງ.