ບັນດາອຸມົງຢູ່ຕາມທາງລົດໄຟຕ້າຫຼີ-ຢຸ້ຍລີ້ໃນຊ່ອງທາງໃຫຍ່ສາກົນຈີນ-ມຽນມາຖືກເຈາະຊອດໝົດແລ້ວ

2022-05-09 14:17:13 CRI

ວັນທີ 8 ພຶດສະພາປີ 2022 ນີ້, ໂດຍຜ່ານການສູ້ຊົນຢ່າງລຳບາກກາກກຳຂອງຜູ້ກໍ່ສ້າງມາເປັນເວລາ 6 ປີ, ບັນດາອຸມົງໃຫຍ່ທີ່ຢູ່ຕາມທາງລົດໄຟຕ້າຫຼີ-ຢຸ້ຍລີ້ໃນຊ່ອງທາງໃຫຍ່ສາກົນຈີນ-ມຽນມາ ຕອນຜ່ານຕາແສງຜູພຽວຫາຝັ່ງຕາເວັນອອກແມ່ນ້ຳນູ້ຈ່ຽງ ຖືກເຈາະຊອດໝົດແລ້ວ ແລະ ໄດ້ເຂົ້າສູ່ໄລຍະປູລາງລົດໄຟ.

ທາງລົດໄຟຕ້າຫຼີ-ຢຸ້ຍລີ້ມີຄວາມຍາວທັງໝົດ 330 ກິໂລແມັດ, ເປັນໂຄງການສຳຄັນໃນ “ແຜນການຕານ່າງທາງລົດໄຟໄລຍະກາງແລະໄລຍະຍາວຂອງຈີນ” ແລະ ແຜນການພັດທະນາພາກຕາເວັນຕົກຢ່າງຂະໜາດໃຫຍ່ຂອງຈີນ, ພາຍຫຼັງສ້າງສຳເລັດແລະເປີດນຳໃຊ້ແລ້ວ, ການຂີ່ລົດໄຟຈາກນະຄອນຄຸນມິງໄປຫານະຄອນປາວຊານແມ່ນໃຊ້ເວລາພຽງ 3 ຊົ່ວໂມງ, ໄປນະຄອນຢຸ້ຍລີ້ໃຊ້ເວລາພຽງ 6 ຊົ່ວໂມງ ເຊິ່ງສາມາດປະຢັດເວລາໄດ້ເຖິງ 2 ຊົ່ວໂມງຂຶ້ນໄປ.