ທ່ານຫວາງຢີ້ໄດ້ພົບປະກັບຮອງນາຍົກ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍໂດຍຜ່ານທາງວິດີໂອ

2022-05-09 14:18:42 CRI

ວັນທີ 8 ພຶດສະພາປີ 2022 ນີ້, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານປຣາກ ຊໍຄົນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍ ໂດຍຜ່ານທາງວິດີໂອ.

ທ່ານຫວາງຢີ້ກ່າວວ່າ: ໃນໂລກປັດຈຸບັນນີ້, ສັນຕິພາບຖືກກະທົບກະເທືອນ, ການພັດທະນາໄດ້ຕົກເຂົ້າໃນສະພາບຄວາມຫຍຸ້ງຍາກ. ໂດຍປະເຊີນໜ້າກັບສິ່ງທ້າທາຍໃໝ່ຕ່າງໆນາໆລັກສະນະທົ່ວໂລກ, ທ່ານປະທານສີຈິ້ນຜິງໄດ້ສະເໜີຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ ແລະ ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກຕາມໆກັນ, ພ້ອມທັງໄດ້ສະເໜີແຜນການຂອງຈີນ ເພື່ອຊຸກຍູ້ການສ້າງລະບົບການບໍລິຫານໂລກທີ່ທ່ຽງທຳ ແລະ ສົມເຫດສົມຜົນກວ່າເກົ່າ ຈາກຄວາມສູງແຫ່ງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ຈີນຍິນດີຮ່ວມກັບອາຊຽນຮ່ວມກັນຊຸກຍູ້ 2 ຂໍ້ລິເລີ່ມດັ່ງກ່າວໃຫ້ໄດ້ຮັບການຈັດຕັ້ງປະຕິບັດໃນພາກພື້ນຕົນ ເພື່ອປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາຂອງພາກພື້ນ.

ທ່ານປຣາກ ຊໍຄົນ ກ່າວວ່າ: ກຳປູເຈຍເຫັນວ່າ 2 ຂໍ້ລິເລີ່ມດັ່ງກ່າວມີຄວາມໝາຍສຳຄັນຫຼາຍ, ກຳປູເຈຍຍິນດີດຳເນີນການຮ່ວມມືກັບຝ່າຍຈີນຢ່າງແໜ້ນແຟ້ນ. ສອງປະເທດພວມພະຍາຍາມສ້າງເປັນຄູ່ຮ່ວມຊາຕາກຳ ແລະ ເຊື້ອໝັ້ນວ່າຈະປະສົບຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າໃນອະນາຄົດ.