“ເລ່ລຽມໃໝ່” ຕາມແນວຄິດສົງຄາມເຢັນຈະຕ້ອງປະສົບຄວາມຫຼົ້ມເຫຼວໃນທີ່ສຸດ

2022-05-09 14:42:22 CRI

ວັນທີ 16 ເມສາຜ່ານມານີ້, ລັດຖະບານອາເມຣິກາປະກາດວ່າຈະຈັດກອງປະຊຸມສຸດຍອດສະໄໝພິເສດອາເມຣິກາ-ອາຊຽນ ຢູ່ນະຄອນຫຼວງວໍຊິງຕັນລະຫວ່າງວັນທີ 12 ຫາ 13 ພຶດສະພານີ້ ເພື່ອລະນຶກວັນສ້າງຕັ້ງສາຍພົວພັນການສົນທະນາອາເມຣິກາ-ອາຊຽນຄົບຮອບ 45 ປີ ແລະ ໃຫ້ຄຳໝັ້ນສັນຍາຖາວອນແກ່ບັນດາປະເທດສະມາຊິກອາຊຽນ.

ກ່ອນໜ້ານີ້, ອາເມຣິກາເຄີຍປະກາດພຽງແຕ່ຝ່າຍດຽວວ່າ: ຈະຈັດກອງປະຊຸມສຸດຍອດອາເມຣິກາ-ອາຊຽນໃນວັນທີ 28 ຫາ 29 ມີນາຜ່ານມານີ້. ແຕ່ທ່າທີຈອງຫອງຂອງອາເມຣິກາໄດ້ເຮັດໃຫ້ຜູ້ນຳປະເທດຕ່າງໆໃນອາຊຽນເກີດຄວາມບໍ່ພໍໃຈ ເຊິ່ງເຮັດໃຫ້ກອງປະຊຸມສຸດຍອດບໍ່ໄດ້ຈັດຂຶ້ນຕາມເວລາກຳນົດ.

“ໜັງສືພິມຈາກາຕາໂພສ” ຂອງປະເທດອິນໂດເນເຊຍໄດ້ລົງພິມບົດຄວາມໂດຍຊີ້ອອກວ່າ: ເມື່ອຮອດເວລານັ້ນ, ຄາດວ່າ: ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາຈະທວງໃຫ້ຜູ້ນຳ 10 ປະເທດສະມາຊິກອາຊຽນກ່າວປະນາມຣັດເຊຍໃນບັນຫາອູແກຣນ ໃນໄລຍະຈັດກອງປະຊຸມສຸດຍອດ, ແຕ່ອາເມຣິກາຈະເນັ້ນໃສ່ປຶກສາຫາລືບັນຫາກ່ຽວກັບຈີນກັບຜູ້ນຳບັນດາປະເທດໃນອາຊຽນ.

ນີ້ກໍແມ່ນຈຸດປະສົງທີ່ແທ້ຈິງຂອງອາເມຣິກາທີ່ຕັ້ງໃຈຢາກຈັດກອງປະຊຸມສຸດຍອດສະໄໝພິເສດອາເມຣິກາ-ອາຊຽນ, ນັ້ນກໍຄື: ຊັກຊວນບັນດາປະເທດໃນອາຊຽນໃຫ້ກາຍເປັນ “ກອງໜ້າ” ໃນການເປັນປໍລະປັກກັບປະເທດຈີນ, ຖືເອົາພາກພື້ນອາຊີຕາເວັນອອກສຽງໃຕ້ເປັນ “ລູກໝາກເສິກ” ທີ່ຖ່ວງດຶງຈີນ ເພື່ອຢັບຢັ້ງອິດທິພົນຂອງຈີນທີ່ນັບມື້ນັບສູງຂຶ້ນ.

ແຕ່ວ່າ, ການພັດທະນາຈິ່ງແມ່ນຄວາມຮຽກຮ້ອງຕ້ອງການທີ່ແທ້ຈິງຂອງບັນດາປະເທດໃນອາຊຽນ.

ທ່ວງທ່າຂອງການພັດທະນາເສດຖະກິດທີ່ດີງາມ ແລະ ຕະຫຼາດທີ່ໃຫຍ່ຫຼວງຂອງຈີນ, ບັນດາປະເທດສະມາຊິກອາຊຽນຈະປະຕິເສດບໍ່ໄດ້. ຕະຫຼອດເວລາຫຼາຍສິບປີຜ່ານມາ, ຍ້ອນໄດ້ຮັກສາການພົວພັນດ້ານເສດຖະກິດການຄ້າທີ່ດີງາມກັບຈີນ, ການພັດທະນາເສດຖະກິດຂອງບັນດາປະເທດໃນອາຊຽນໄດ້ມີຄວາມກ້າວໜ້າຢ່າງໃຫຍ່ຫຼວງ. ປັດຈຸບັນ, ໄດ້ກາຍເປັນກຳລັງການເມືອງແລະເສດຖະກິດທີ່ມີອິດທິພົນໃນພາກພື້ນນີ້. ການເຊັນ “ສັນຍາຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ” ຫຼື RCEP, ການເປີດນຳໃຊ້ທາງລົດໄຟລາວ-ຈີນ ແລະ ອື່ນໆ ໄດ້ນຳເອົາໂອກາດທາງດ້ານເສດຖະກິດແລະການຄ້າອັນມະຫາສານມາໃຫ້ແກ່ອາຊຽນ, ເສດຖະກິດຂອງບັນດາປະເທດສະມາຊິກອາຊຽນຈະສາມາດຟື້ນຟູຄວາມຈະເລີນຮຸ່ງເຮືອງໂດຍໄວ, ການພົວພັນລະຫວ່າງຈີນແລະບັນດາປະເທດໃນອາຊຽນກໍນັບມື້ນັບແໜ້ນແຟ້ນ.

ອີກດ້ານໜຶ່ງ, ເວົ້າສຳລັບບັນດາປະເທດໃນອາຊຽນແລ້ວ, ທຸກສິ່ງທຸກຢ່າງທີ່ໄດ້ມາຈາກອາເມຣິກາລ້ວນແຕ່ຈະຕ້ອງເສຍຄ່າຕອບແທນ: ຖ້າຢາກໄດ້ຮັບຜົນປະໂຫຍດທີ່ສົມຄູ່ກັນຈາກອາເມຣິກາ, ກໍຕ້ອງກາຍເປັນລູກມືຂອງອາເມຣິກາ, ຈົນເຖິງຂັ້ນເສຍຄ່າຕອບແທນທົບເທົ່າໃນການເປັນປໍລະປັກກັນລະຫວ່າງປະເທດໃຫຍ່. ອາຊຽນຍິນດີໃຫ້ອາເມຣິກາເຂົ້າຮ່ວມການຮ່ວມມືໃນພາກພື້ນ, ແຕ່ກໍບໍ່ຢາກທຳລາຍການພົວພັນດ້ານເສດຖະກິດການຄ້າກັບຈີນ.

ທ່ານໂຣດຣີໂກ ດູເຕີເຕ ປະທານາທິບໍດີຟີລິບປິນທີ່ໃຫ້ຈະໝົດວາລະໃນການດຳລົງຕຳແໜ່ງຂອງຕົນກໍໄດ້ກ່າວຢ່າງຈະແຈ້ງວ່າ: ຈະບໍ່ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້. ວັນທີ 19 ເມສາຜ່ານມານີ້, ໂຄສົກຂອງຄະນະກຳມະການການທະຫານມຽນມາກໍຢືນຢັນວ່າ: ມຽນມາບໍ່ໄດ້ຮັບການເຊື້ອເຊີນຈາກອາເມຣິກາ ແລະ ມຽນມາກໍຈະບໍ່ເຂົ້າຮ່ວມກອງປະຊຸມ. ໃນຂະນະດຽວກັນ, ບໍລິສັດນ້ຳມັນເຊື້ອໄຟແຫ່ງຊາດອິນໂດເນເຊຍກໍໄດ້ພິຈາລະນາຈະຊື້ນຳມັນເຊື້ອໄຟຈາກຣັດເຊຍ, ອາເມຣິກາຈະສາມາດຊຸກຍູ້ໃຫ້ອາຊຽນກ່າວປະນາມຣັດເຊຍໃນບັນຫາອູແກຣນໄດ້ຫຼືບໍ່, ດຽວນີ້ກໍຍັງບໍ່ທັນຮູ້ເທື່ອ.

ໂລກນີ້ໄດ້ພັດທະນາກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ, ຖ້າຢາກແກ້ໄຂສິ່ງທ້າທາຍໃໝ່ຕ່າງໆ, ຈະບໍ່ມີວິທີຮັບມືແບບຕາຍໂຕຄືເກົ່າ. ແຕ່ອາເມຣິກາຈັດກອງປະຊຸມສຸດຍອດສະໄໝພິເສດອາເມຣິກາ-ອາຊຽນຄັ້ງນີ້, ຍັງເປັນ“ເລ່ລຽມໃໝ່” ທີ່ໄດ້ມາຈາກແນວຄິດສົງຄາມເຢັນເທົ່ານັ້ນ, ການກະທຳແບບຫຼ້າຫຼັງແບບນີ້, ຈະຕ້ອງປະສົບກັບຄວາມຫຼົ້ມເຫຼວໃນທີ່ສຸດຢ່າງແນ່ນອນ.