ບໍລິສັດກໍ່ສ້າງຈີນໄດ້ເຊັນສັນຍາຂອບການຮ່ວມມື EPC ກັບຝ່າຍລາວໃນການກໍ່ສ້າງທາງຫຼວງ

2022-05-10 14:32:26 CRI

ວັນທີ 6 ພຶດສະພານີ້, ຢູ່ນະຄອນຫຼວງວຽງຈັນ ແຫ່ງ ສປປ ລາວ, ບໍລິສັດກໍ່ສ້າງຈີນຈຳກັດໄດ້ເຊັນສັນຍາຂອບການຮ່ວມມື EPC ກັບບໍລິສັດ VCPC, ສອງຝ່າຍຈະດຳເນີນການຮ່ວມມືໃນການກໍ່ສ້າງໂຄງການທາງຫຼວງຈາກບ້ານປ່າໄລ່ເມືອງທ່າພະບາດແຂວງບໍລິຄຳໄຊຫາຂົວນ້ຳຍອນເມືອງລ່ອງແຈ້ງແຂວງໄຊສົມບູນ.

ຕາມຂ່າວແຈ້ງວ່າ: ໂຄງການດັ່ງກ່າວໄດ້ເຊື່ອມຕໍ່ແຂວງບໍລິຄຳໄຊ ແລະ ແຂວງໄຊສົມບູນ ທາງພາກກາງຂອງປະເທດລາວ, ມີຄວາມຍາວທັງໝົດ 116,3 ກິໂລແມັດ. ພາຍຫຼັງສ້າງສຳເລັດແລ້ວ, ຈະປັບປຸງສະພາບຄົມມະນາຄົມຂອງແຂວງໄຊສົມບູນໃຫ້ດີຂຶ້ນ ແລະ ຊຸກຍູ້ການພັດທະນາເສດຖະກິດທ້ອງຖິ່ນ.