ທ່ານສີຈິ້ນຜີງກ່າວວ່າ: ຊາວໜຸ່ມຈີນໃນຍຸກໃໝ່, ຍິ່ງມີຄວາມໝັ້ນໃຈຕໍ່ຕົນເອງ, ມີຄວາມເຂັ້ມແຂງໂດຍຕົນເອງ ແລະເຕັມໄປດ້ວຍຈິດໃຈວິຈາລະນາຍານ

2022-05-10 16:40:42 CRI

ຕອນເຊົ້າວັນທີ 10 ພຶດສະພານີ້, ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດຈີນຄອບຮົບ 100 ປີ ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມພິທີ ແລະ ກ່າວຄຳປາໄສທີ່ສຳຄັນ.

 

ທ່ານສີຈິ້ນຜີງກ່າວວ່າ: ຊາວໜຸ່ມຈີນໃນຍຸກໃໝ່, ຍິ່ງມີຄວາມໝັ້ນໃຈຕໍ່ຕົນເອງ, ມີຄວາມເຂັ້ມແຂງໂດຍຕົນເອງ ແລະມີຈິດໃຈແຫ່ງປັນຍາອັນເຫັນແຈ້ງໃນເຫດຜົນຫຼືວິຈາລະນາຍານ. ໃນຂະນະດຽວກັນກໍ່ປະເຊີນກັບຜົນກະທົບຕົວຈິງຈາກກະແສແນວຄິດຕ່າງໆຂອງສັງຄົມ, ເປັນສິ່ງຫຼີກລ່ຽງບໍ່ໄດ້ທີ່ຈະປະສົບພົບພໍ້ກັບຂໍ້ຂ້ອງໃຈຈາກແນວຄວາມຄິດໃນດ້ານຕ່າງໆ ເປັນຕົ້ນແມ່ນ:ອຸດົມການກັບຄວາມເປັນຈິງ, ລັດທິກັບບັນຫາ, ມີຜົນປະໂຫຍດຕໍ່ຕົນເອງກັບມີຜົນປະໂຫຍດຕໍ່ຜູ້ອື່ນ, ຜົນປະໂຫຍດສ່ວນຕົວແລະຜົນປະໂຫຍດສ່ວນລວມ, ຊົນຊາດກັບໂລກແລະອື່ນໆ,ຍິ່ງຕ້ອງການລົງເລິກການສຶກສາອົບຮົມແລະຊີ້ນຳຢ່າງລະອຽດ, ສັງເກດສັງຄົມດ້ວຍສາຍຕາທີ່ແຫຼມຄົມ, ພິຈາລະນາຊີວິດດ້ວຍສະໝອງທີ່ສົດໃສ ແລະສ້າງອະນາຄົດດ້ວຍກຳລັງແຮງແຫ່ງສະຕິປັນຍາ.